ກ່ຽວກັບເຮົາ

ກ່ຽວກັບເຮົາ

ໂຄງການ “ເຈົ້າພາບທີ່ດີ ເປັນໜ້າທີ່ຂອງເຮົາ” ໄດ້ຮັບການສະໜັບສະໜູນຈາກໂຄງການທັກສະເພື່ອການທ່ອງທ່ຽວ ລາວ/029 ພາຍໃຕ້ ກົມອາຊີວະສຶກສາ ກະຊວງ ສຶກສາທິການ ແລະ ກີລາ. ໂຄງການນີ້ໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີ 2020 ເພື່ອສ້າງຄວາມຮັບຮູ້ກ່ຽວກັບການຮຽນໃນລະດັບອາຊີວະສຶກສາ ແລະ ການເຮັດວຽກ ໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມທົ່ວປະເທດໃຫ້ເພີ່ມຂຶ້ນ.
ພະນັກງານທຸກຄົນ, ທຸກອາຊີບ ແລະ ທຸກຕໍາແໜ່ງ ທີ່ເຮັດວຽກໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ມີໜ້າທີ່ໃນການຮັບຕ້ອນແຂກບ້ານແຂກເມືອງ, ສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ມາຢ້ຽມຢາມ, ໃຫ້ພວກເຂົາຮູ້ສຶກປະທັບໃຈ ແລະ ຢາກກັບມາທ່ຽວປະເທດລາວອີກຄັ້ງ. ໜ້າທີ່ຂອງພວກເຮົາທຸກຄົນທີ່ເຮັດວຽກໃນຂະແໜງນີ້ ກໍຄືການເຮັດວຽກເປັນດັ່ງ ເຈົ້າພາບ ຂອງປະເທດ ທີ່ຍາມໃດກໍພ້ອມຮັບຕ້ອນແຂກຈາກພາຍໃນ ແລະ ຕ່າງປະເທດ ດ້ວຍຮອຍຍິ້ມ ແລະ ການບໍລິການທີ່ດີທີ່ສຸດ.
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping