ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ – ສາຂາ ການບໍລິການໂຮງແຮມ – ລາຍລະອຽດ

ສາຂາ ການບໍລິການໂຮງແຮມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິການໂຮງແຮມຄືການຮຽນຮູ້ກ່ຽວກັບການປະສານງານ ແລະ ໃນການປະຕິບັດງານກັບພະແນກຕ່າງຯຂອງໂຮງແຮມ ເພື່ອໃຫ້ການດຳເນີນງານໃນທຸກດ້ານຂອງໂຮງຮຽນສອດຄ່ອງ ແລະ ມີປະສິດທິພາບ. ອຸດສະຫະກຳບໍລິການຮັບຕ້ອນ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ແລະ ພວກເຮົາຕ້ອງການບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ບໍລິການໃນລະດັບມືອາຊີບ ແລະ ພັດທະນາມາດຕະຖານໃນອຸດສະຫະກຳນີ້ໃຫ້ໄດ້ລະດັບສາກົນ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້,ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບ ການບໍລິການ ໂຮງແຮມ ກົງກັບມາດຕະຖານອາຊີບ ສາມາດນໍາໄປປະຕິບັດວຽກງານ ໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການ ຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂປັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະ ຕາມລະກັບທີ່ຕົນຮຽນຈົບມາ.
  • ສ້າງໃຫ້ຜູ້ຮຽນມີມະນຸດສໍາພັນດີ,ມີຄຸນະທໍາ,ຈະລິຍະທໍາ ແລະ ຈັນຍາບັນໃນອາຊີບ.
  • ສ້າງໃຫ້ຜູ້ຮຽນ ກາຍເປັນບຸກຄະລາກອນ ທີ່ມີສີມືສອດຄ່ອງກັບຄວາມຮຽນຮ້ອງຕ້ອງການ ຂອງຕະຫຼາດແຮງງານ ແລະ ການປ່ຽນແປງທາງດ້ານສະພາບແວດລ້ອມ, ເສດຖະກິດ ແລະ ສັງຄົມ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ໝວດວິຊາພຶ້ນຖານ:
  • ການເມືອງ
  • ວິຊາວັດທະນະທໍາລາວ
  • ວິຊາການສື່ສານເປັນພາສາອັງກິດ
  • ການນໍາໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງດ້ານທຸລະກິດ
  • ການເຮັດວຽກກັບເພື່ອຮ່ວມງານ ແລະ ລູກຄ້າ
  1. ໝວດວິຊາທົ່ວໄປ:
  • ພາສາອັງກິດສໍາລັບໂຮງແຮມ ແລະ ການທ່ອງທ່ຽວ
  • ການປະກອບທຸລະກິດສໍາລັບທຸລະກິດການທ່ອງທ່ຽວ ແລະ ການບໍລິການ
  • ການນໍາໃຊ້ອຸປະກອນສື່ສານສໍາລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  • ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  • ການບໍລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  • ການສ້າງບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  • ການພັດທະນາຄວາມຮູ້ທາງດ້ານອຸດສະຫະກໍາການທ່ອງທ່ຽວ ແລະ ການບໍລິການ
  1. ໝວດວິຊາຫຼັກ:
  • ການພັດທະນາຄວາມຮູ້ກ່ຽວກັບການດໍາເນີນການໂຮງແຮມ
  • ການດໍາເນີນການຄວບຄຸມການຊັກລີດ
  • ການສະໜອງການບໍລິການຕ້ອນຮັບພາກສ່ນໜ້າ
  • ການສະໜອງການບໍລິການອະນາໄມໃຫ້ແກ່ແຂກ
  • ການຈັດກອງປະຊຸມລະດັບສາກົນ ແລະ ການຈັດງານກິດຈະກໍາຕ່າງໆ
ນະໂຍບາຍຕ່າງໆ:
  • ຜູ້ທີ່ຮຽໃນສາຂານີ້ແມ່ນຈະບໍ່ໄດ້ເສຍຄ່າຮຽນ.
  • ມີເອກະສານໃຫ້.
  • ຜູ້ຮຽນຈະບໍ່ໄດ້ເສຍຄ່າວັດຖຸອຸປະກອນ ໃນການຮຽນພາກປະຕິບັດ.
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນສໍາລັບພາກທິດສະດີ
  • ມີຫ້ອງຄອມພິວເຕີ້
  • ມີຫ້ອງຄົວ ແລະ ອຸປະກອນຮັບໃຊ້ບາງຈໍານວນ
  • ມີຫ້ອງອາຫານທີ່ສາມາດຮັບຈັດງານລ້ຽງ
  • ມີຫ້ອງພັກສໍາລັບການຮຽນພາກປະຕິບັດ
  • ມີພະແນກຕ້ອນຮັບ
  • ໂຕະເຄົ້າເຕີ້ ສໍາລັບການຮຽນການບໍລິການພາກສ່ວນໜ້າ
  • ມີຫ້ອງຊັກລີດ
  • ມີຫ້ອງປະຊຸມສໍາລັບການຈັດງານລ້ຽງ ແລະ ກອງປະຊຸມຕ່າງໆ ນ
  • ອຸປະກອນເຄື່ອງໃຊ້ ທຽບເທົ່າກັບໂຮງແຮມທົ່ວໄປທີ່ຜູ້ຮຽນສາມາດນໍາໃຊ້ໃນເວລາປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດພັດທະນາຄວາມຮູ້ກ່ຽວກັບການດຳເນີນການໂຮງແຮມ.

  • ສາມາດດຳເນີນການຄວບຄຸມການຊັກລີດ.

  • ຮູ້ວິທີສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ.

  • ສາມາດສະໜອງການບໍລິການອານາໄມໃຫ້ແກ່ແຂກ.

  • ສາມາດສະໜອງການບໍລິການຂອງພະແນກຫ້ອງພັກ.

  • ສາມາດປະກອບອາຊີບເຮັດວຽກຢູ່ໃນໂຮງແຮມໄດ້.
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ເຂົ້າມາພົວພັນເອົາແບບຟອມຕາມໂມງລັດຖະການ.
  • ຂັ້ນຕອນທີ 2: ປະກອບເອກະສານຕາມທີ່ແບບຟອມ, ພ້ອມກອບປີ້ເອກະສານທີ່ກ່ຽວຂ້ອງເຊັ່ນ: ໃບປະກາດ, ໃບຄະແນນ, ປຶ້ມສະມະໂນຄົວ, ໃບຢັ້ນຢືນທີ່ຢູ່, ຮູບຂະໜາດ 4×6 ຈໍານວນ 4 ໃບ.
  • ຂັ້ນຕອນທີ 3: ເຂົ້າສໍາພາດ, ສອບເສັງ (ສໍາລັບສາຂາ: ໄຟຟ້າເຕັກນິກ,ສ້ອມແປງທົ່ວໄປ).
  • ຂັ້ນຕອນທີ 4: ຄັດເລືອກ, ແຈ້ງລາຍຊື່ຜູ້ທີ່ຜ່ານການຄັດເລືອກ.
ເອກະສານປະກອບການສະໝັກຮຽນມີ:
      1. ໃບຄໍາຮ້ອງຂໍເຂົ້າຮຽນ
      2. ຊີວະປະຫວັດນັກຮຽນ
      3. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
      4. ໃບຄະແນນ
      5. ໃບຢັ້ງຢືນທີ່ຢູ່ ແລະ ປື້ມສໍາມະໂນຄົວ
      6. ຮູບຂະໜາດ 3×4 (ຖ່າຍບໍ່ເກີນ 3 ເດືອນ) ຈໍານວນ 6 ໃບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping