ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຜົ້ງສາລີ – ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ- ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານໃຫ້ກົງກັບມາດຕະຖານອາຊີບ ເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
  •  
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ວັດທະນາທໍາລາວ
  3.   ການສື່ສານເປັນພາສາອັງກິດ
  4.   ການນໍາໃຊ້ເຄື່ອງມື ແລະ ຂະບວນຕ່າງໆທາງທຸລະກິດ
  5.   ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6.   ພາສາອັງກິດສໍາລັບການໂຮງແຮມ ແລະ ທ່ອງທ່ຽວ
  7.   ການປະກອບທຸລະກິດສໍາລັບອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  8.   ການນຳໃຊ້ອຸປະກອນສື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  9.   ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  10. ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  11. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  12. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  13. ການແນະນໍາກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
  14. ການກະກຽມ ແລະ ການປຸງແຕ່ງອາຫານລາວ
  15. ການດໍາເນີນການປູງແຕ່ງ
  16. ການດໍາເນີນການວາງແຜນຈັດສົ່ງອາຫານ ແລະ ການຈັດງານລ້ຽງ
  17. ການບໍລິການອາຫານ ແລະ ເຄື່ອງດື່ມ
  18. ການກະກຽມເຂົ້າຈີ່, ເຄັກ, ຂະໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ
  19. ການບໍລິການເຄື່ອງດື່ມໃນບາເຫຼົ້າ
  20. ລົງເຝິກງານ 16 ອາທິດ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

  • ເວລານັກສຶກສາເຈັບເປັນ ເຂົ້າໂຮງໝໍທາງໂຮງຮຽນມີເງິນສະຫວັດດີການໃຫ້.
ສິ່ງອໍານວຍຄວາມສະດວກ:

          ມີຫໍພັກໃຫ້ຢູ່ສໍາລັບນັກສຶກສາຍິງ ແລະ ຊາຍ

          ມີຫ້ອງຄົວລວມໃຫ້ແຕ່ງກິນ

          ມີຫ້ອງສະໝຸດໃຫ້ແກ່ນັກສຶກສາໄດ້ຊົມໃຊ້

          ມີສະຖານທີ່ຫຼີ້ນກິລາ

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ຜູ້ຮຽນຈະໄດ້ມີຄວາມຮູ້ ແລະ ທັກສະໃນການຮັກສາຄວາມປອດໄພ, ຮູ້ວິທີນຳໃຊ້ເຄື່ອງມື ແລະ ອຸປະກອນຕ່າງໆ, ມີຄວາມອົນທົນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່, ປຸງແຕ່ງອາຫານລາວ ແລະ ອາຫານສາກົນ ທີ່ມີລົດຊາດແຊບ, ເຂົ້າໜົມລາວ, ເຂົ້າໜົມສາກົນ, ແກະສະລັກໝາກໄມ້, ບໍລິການອາຫານ ແລະເຄື່ອງດື່ມ, ມີຄວາມຮູ້ໃນການບໍລິຫານງານຮ້ານອາຫານ, ແກ້ໄຂບັນຫາໄດ້, ມີແນວຄິດໃນທາງວິເຄາະ, ສື່ສານຢ່າງມີປະສິດທິພາບ ແລະ ການເຮັດວຽກເປັນທີມ, ມີທັດສະນະຄະຕິທີ່ດີ, ທ່າທາງ ແລະ ການປະພຶດແບບມືອາຊີບທີ່ຈະນໍາໄປສູ່ການບໍລິການທີ່ດີເລີດ.
  • ສາມາດປະກອບອາຊີບເຮັດວຽກໃນຮ້ານອາຫານ, ໂຮງແຮມ ຫຼື ເປິດທຸລະກິດຮ້ານອາຫານເປັນຂອງຕົນເອງໄດ້.
  • ສາມາດໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ.
  • ສາມາດປະກອບອາຊີບເຮັດວຽກໃນຮ້ານອາຫານ, ໂຮງແຮມ ຫຼື ເປິດທຸລະກິດຮ້ານອາຫານເປັນຂອງຕົນເອງໄດ້.
  •  
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ເຂົ້າໄປພົວພັນທີ່ຫ້ອງການຮັບຜິດຊອບ ເພື່ອຊື້ແບບຟອມສຳພາດ ​ແລະ ປະກອບ​ຟອມສຳພາດ.
  • ຂັ້ນຕອນທີ່ 2: ຍື່ນແບບຟອມ ແລະ ເຂົ້າສໍາພາດ.
  • ຂັ້ນຕອນທີ 3: ເຂົ້າຮຽນ​ໄດ້.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ   
  2. ໃບຢັ້ງຢືນກວດສຸຂະພາບ 1 ສະບັບ
  3. ໃບຢັ້ງຢືນທີຢູ່ 1 ສະບັບ
  4. ໃບແຈ້ງໂທດ 1 ສະບັບ
  5. ຮູບຂະໜາດ 3×4 ຈໍານວນ 4 ແຜ່ນ (ຖ່າຍບໍ່ເກີນ 3 ເດືອນ)
  6. ໃບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ (ກໍລະນີເປັນພະນັກງານ) 1 ສະບັບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping