ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍ່ແກ້ວ – ສາຂາ ບໍລິການໂຮງແຮມ – ລາຍລະອຽດ

ສາຂາ ບໍລິການໂຮງແຮມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິການໂຮງແຮມຄືການຮຽນຮູ້ກ່ຽວກັບການປະສານງານ ແລະ ໃນການປະຕິບັດງານກັບພະແນກຕ່າງຯຂອງໂຮງແຮມ ເພື່ອໃຫ້ການດຳເນີນງານໃນທຸກດ້ານຂອງໂຮງຮຽນສອດຄ່ອງ ແລະ ມີປະສິດທິພາບ. ອຸດສະຫະກຳບໍລິການຮັບຕ້ອນ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ແລະ ພວກເຮົາຕ້ອງການບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ບໍລິການໃນລະດັບມືອາຊີບ ແລະ ພັດທະນາມາດຕະຖານໃນອຸດສະຫະກຳນີ້ໃຫ້ໄດ້ລະດັບສາກົນ. 

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການບໍລິການໂຮງແຮມໃຫ້ກົງກັບມາດຕະຖານອາຊີບ ເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
  •  
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
      1.     ການເມືອງ
      2.     ການສື່ສານເປັນພາສາອັງກິດ
      3.     ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
      4.     ການນຳໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
      5.     ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທຽ່ວ ແລະ ການບໍລິການ
      6.     ການນໍາໃຊ້ອຸປະກອນສື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
      7.     ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
      8.     ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
      9.     ພາສາອັງກິດສຳລັບການໂຮງແຮມ ແລະ ການທ່ອງທ່ຽວ
      10. ການປະກອບທຸລະກິດສໍາລັບອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
      11. ການພັດທະນາຄວາມຮູ້ກ່ຽວກັບການດຳເນີນການໂຮງແຮມ
      12. ການດຳເນີນການຄວາມຄຸມການຊັກລີດຜ້າ
      13. ການສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ
      14. ການສະໜອງການອະນາໄມໃຫ້ແກ່ແຂກ
      15. ການຈັດກອງປະຊຸມລະດັບສາກົນ ແລະ ຈັດງານກິດຈະກຳຕ່າງໆ MICE
      16. ການສະໜອງບໍລິການຂອງພະແນກຫ້ອງພັກ
      17. ທິດສະດີບົດລາຍງານທ້າຍການສຶກສາ
      18. ຝຶກງານ 16 ອາທິດ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

  • ມີສະຫວັດດີການຂອງໂຮງຮຽນໃນເວລາເຈັບເປັນ ຫຼື ນອນໂຮງໝໍ.

ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກຍິງ-ຊາຍ.
  • ມີອຸປະກອນຮັບໃຊ້ໃນພາກປະຕິບັດເຊັ່ນ: ອຸປະກອນການປຸງແຕ່ງອາຫານ, ອຸປະກອນຫ້ອງໂຮງແຮມຈໍາລອງ ແລະ ອຸປະກອນສຳລັບການບໍລິການອາຫານ-ເຄື່ອງດື່ມ.
  • ມີປື້ມຄູ່ມືສຳລັບນັກສຶກສາ
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ພັດທະນາຄວາມຮູ້ກ່ຽວກັບການດຳເນີນການໂຮງແຮມ.
  • ສາມາດດຳເນີນການຄວບຄຸມການຊັກລີດ.
  • ສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ.
  • ສາມາດຈັດກອງປະຊຸມ, ການທ່ອງທ່ຽວເພື່ອເປັນລາງວັນ.
  • ສາມາດປະກອບອາຊີບເຮັດວຽກຢູ່ໃນໂຮງແຮມໄດ້.
  •  
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ແບບຟອມສະໝັກເຂົ້າຮຽນນຳພະແນກກິດຈະການນັກສຶກສາ.

  • ຂັ້ນຕອນທີ 2: ປະກອບແບບຟອມຕາມເອກະສານທີ່ກຳນົດເຊັ່ນ: ໃບສະໝັກເຂົ້າຮຽນ, ແບບຟອມສອບຖາມສຳລັບນັກຮຽນທີ່ຈະເຂົ້າຮຽນ, ຊີວະປະຫວັດຫຍໍ້, ໃບຢັ້ງຢືນທີ່ຢູ່, ບັດປະຈໍາຕົວ ຫຼື ປື້ມສຳມະໂນຄົວ, ໃບປະກາດ ແລະ ໃບຄະແນນຂອງແທ້  (ມ. 4 ແລະ ມ.7), ຮູບ 3×4 ຈໍານວນ 6 ໃບ, ໃບຄຳຮ້ອງຂໍເຂົ້ານອນຫໍພັກ.

  • ຂັ້ນຕອນທີ 3: ຫຼັງຈາກປະກອບແບບຟອມແລ້ວໄປຢື່ນເອະສານນຳຄະນະຮັບຜິດຊອບສຳພາດເຂົ້າຮຽນ.

  • ຂັ້ນຕອນທີ 4: ສົ່ງໃບນຳສົ່ງ ແລະ ສະເໜີຕົວນໍາພະແນກວິຊາສະເພາະທີ່ກ່ຽວຂ້ອງ.

ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ   
  2. ໃບຄະແນນຂອງແທ້
  3. ໃບຢັ້ງຢືນທີ່ຢູ່ ຫຼື ບັດປະຈໍາຕົວ ຫຼື ສໍາມະໂນຄົວ
  4. ຊີວະປະຫວັດຫຍໍ້
  5. ຮູບຖ່າຍຂະໜາດ 3×4 ຈໍານວນ 6 ໃບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping