ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍ່ແກ້ວ – ສາຂາ ປຸງແຕ່ງອາຫານ – ລາຍລະອຽດ

ສາຂາ ປຸງແຕ່ງອາຫານ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ແນໃສ່ເພື່ອກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີລະດັບທາງດ້ານສືມືທີ່ເໝາະສົມ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ເພື່ອພັດທະນາຕົນເອງເສດຖະກິດ-ສັງຄົມ ແລະ ປະເທດຊາດ.

  • ເພື່ອສົ່ງເສີມໃຫ້ສະຖານປະກອບການໄດ້ນຳໃຊ້ຊັບພະຍາກອນມະນຸດທີ່ມີລະດັບທາງດ້ານສີມື, ເພື່ອປັບປຸງວຽກງານຂອງຕົນໃຫ້ເກີດປະສິດທິພາບດີ, ທັງປະຢັດ ແລະ ເກີດປະໂຫຍດສູງສຸດ.

  • ເພື່ອພັດທະນາການປະກອບອາຊີບໃຫ້ມີຄຸນນະທຳ, ຈະລິຍະທຳ, ເຈດຕະນາທຳ ແລະ ວິໄນທີ່ດີ.

  • ສ້າງໃຫ້ຮູ້ຈັກຮັກອາຊີບ, ມີແນວຄິດສ້າງສັນ ແລະ ມີພາລະນາໄມມີລະບຽບວິໄນບຸກຄະລິກ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ

ວິຊາຮຽນທີ່ກ່ຽວຂ້ອງ :

      1.     ການເມືອງ
      2.     ພາສາອັງກິດ
      3.     ຄະນິດສາດ
      4.     ເຄມີສາດ
      5.     ພາສາລາວ
      6.     ໂພຊະນາການອາຫານ
      7.     ມະນຸດສໍາພັນ
      8.     ຄວາມສະອາກ ແລະ ສຸຂະອະນາໄມ
      9.     ວັດສະດຸອຸປະກອນປຸງແຕ່ງອາຫານ
      10. ປຸງແຕ່ງອາຫານຄາວ
      11. ແກະສະຫຼັກຜັກ ແລະ ໝາກໄມ້
      12. ວຽກໃບຕອງ
      13. ການນໍາໃຊ້ຄອມພິວເຕີ
      14. ການຖະໜອມອາຫານ
      15. ການປຸງແຕ່ງອາຫານຫວານ
      16. ພາສາອັງກິດສະເພາະ
      17. ການຈັດລ້ຽງ
      18. ການຕົບແຕ່ງດອກໄມ້
      19. ທຸລະກິດຂະໜາດນ້ອຍ
      20. ການເຮັດເຄື່ອງດື່ມ
      21. ການບໍລິການອາຫານ ແລະ ເຄື່ອງດື່ມ
      22. ແມ່ບ້ານ
      23. ຝຶກງານ 16 ອາທິດ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

  • ມີສະຫວັດດີການຂອງໂຮງຮຽນໃນເວລາເຈັບເປັນ ຫຼື ນອນໂຮງໝໍ.

ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກຍິງ-ຊາຍ.
  • ມີອຸປະກອນຮັບໃຊ້ໃນພາກປະຕິບັດເຊັ່ນ: ອຸປະກອນການປຸງແຕ່ງອາຫານ, ອຸປະກອນຫ້ອງໂຮງແຮມຈໍາລອງ ແລະ ອຸປະກອນສຳລັບການບໍລິການອາຫານ-ເຄື່ອງດື່ມ.
  • ມີປື້ມຄູ່ມືສຳລັບນັກສຶກສາ
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ຮູ້ວິທີນຳໃຊ້ອຸປະກອນໃນການປຸງແຕ່ງອາຫານ ແລະ ການແກະສະຫຼັກຜັກ ແລະ ໝາກໄມ້.

  • ເຂົ້າໃຈຄັດເລືອກວັດຖຸດິບທີ່ຈະນຳມາປຸງແຕ່ງອາຫານ ແລະ ການແກະສະຫຼັກ.

  • ຮູ້ວິທີການປຸງແຕ່ງອາຫານປະເພດຄາວ-ຫວານຕາມຂັ້ນຕອນ.

  • ວິທີແກະສະຫຼັກຜັກ ແລະ ໝາກໄມ້ຕາມຂັ້ນຕອນ.

  • ວິທີການບໍລິການອາຫານ ແລະ ເຄື່ອງດື່ມຊະນິດຕ່າງໆໄດ້ຖືກຕ້ອງ.

  • ຫຼັກການຮັກສາຄຸນຄ່າອາຫານ ແລະ ໂພສະນາການຕໍ່ຮ່າງກາຍຂອງຄົນເຮົາ.

  • ຮູ້ວິທີການເກັບຮັກສາອາຫານໄວ້ໄດ້ດົນ.

  • ສມາດປະກອບອາຊີບຢູ່ຕາມຮ້ານອາຫານ ຫຼື ໂຮງແຮມໄດ້.
  • ສາມາດເປີດຮ້ານອາຫານເປັນຂອງຕົນເອງ.
ວີທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ແບບຟອມສະໝັກເຂົ້າຮຽນນຳພະແນກກິດຈະການນັກສຶກສາ.

  • ຂັ້ນຕອນທີ 2: ປະກອບແບບຟອມຕາມເອກະສານທີ່ກຳນົດ

  • ຂັ້ນຕອນທີ 3: ຫຼັງຈາກປະກອບແບບຟອມແລ້ວໄປຢື່ນເອະສານນຳຄະນະຮັບຜິດຊອບສຳພາດເຂົ້າຮຽນ.

  • ຂັ້ນຕອນທີ 4: ສົ່ງໃບນຳສົ່ງ ແລະ ສະເໜີຕົວນໍາພະແນກວິຊາສະເພາະທີ່ກ່ຽວຂ້ອງ.

ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ   
  2. ໃບຄະແນນຂອງແທ້
  3. ໃບຢັ້ງຢືນທີ່ຢູ່ ຫຼື ບັດປະຈໍາຕົວ ຫຼື ສໍາມະໂນຄົວ
  4. ຊີວະປະຫວັດຫຍໍ້
  5. ຮູບຖ່າຍຂະໜາດ 3×4 ຈໍານວນ 6 ໃບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping