ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອັດຕະປື – ສາຂາ ການປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ- ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້ມີທັກສະອາຊີບ ແລະ ປະສົບການທາງດ້ານທັກສະກ່ຽວກັບການປຸງແຕ່ງອາຫານ ແລະ ການບໍລິການອາຫານ ແລະ ເຄື່ອງດື່ມກງກັບມາດຕະຖານອາຊີບ ສາມາດນໍາໄປປະຕິບັດຽກງານໃນວິຊາສະເພາະ ຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານໃນວິຊາສະເພາະລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ປຸງແຕ່ງອາຫານຄາວ
  2. ການເມືອງ
  3. ຄະນິດສາດ
  4. ພາສາລາວ
  5. ມະນຸດສຳພັນ
  6. ໂພສະນາການອາຫານ
  7. ຄວາມສະອາດ ແລະ ສຸຂະອະນາໄມ
  8. ວັດສະດຸອຸປະກອນ
  9. ວຽກໃບຕອງ
  10. ແກະສະຫຼັກຜັກ ແລະ ໝາກໄມ້
  11. ພາສາອັງກິດ
  12. ເຄມີ
  13. ນຳໄຊ້ຄອັມພິວເຕີ
  14. ຖະໜອມອາຫານ
  15. ປຸງແຕ່ງອາຫານຫວານ
  16. ຕົບແຕ່ງດອກໄມ້
  17. ຈັດງານລ້ຽງ
  18. ສີລະປະໄຫ້ບໍລິການ
  19. ພາສາອັງກິດສະເພາະ
  20. ທຸລະກິດຂະໜາດນ້ອຍ
  21. ການເຮັດເຄືອງດື່ມ
  22. ການບໍລິການອາຫານ ແລະ ເຄື່ອງດື່ມ
  23. ແມ່ບ້ານ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງ ແລະ ສະຫວັດດີການຂອງໂຮງຮຽນໃນເວລາເຈັບເປັນ ຫຼື ນອນໂຮງໝໍ.

ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ
  • ມີສະຖານປະກອບການທີ່ໃຫ້ຄວາມສະດວກໃນການຝຶກງານ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ຮຽນຈົບໃນສາຂານີ້ນັກຮຽນສາມາດປະກອບອາຊີບຕົນເອງໄດ້.
  • ຮູ້ຈັກການສ້າງລາຍການການທ່ອງທ່ຽວ.
  • ສາມາດເຮັດວຽກຢູ່ໃນຮ້ານອາຫານ ຫຼື ໂຮງແຮມໄດ້.
  • ສາມາດເປີດຮ້ານຂາຍອາຫານເປັນຂອງຕົນເອງ.
  • ສາມາດປຸງແຕ່ງອາຫານໄດ້ທັງຄາວ-ຫວານ ແລະ ເຮັດເຂົ້າໜົມປະເພດຕ່າງໆ.
  • ມີຄວາມຮູ້ໃນການເຮັດເຄື່ອງດື່ມ.
  • ມີຄວາມສາມາດໃນການແກະສະຫຼັກໝາກໄມ້.
  • ມີຄວາມຮູ້ໃນການຈັດງານລ້ຽງ, ການຕົບແຕ່ງດອກໄມ້ ແລະ ການໃຫ້ບໍລິການອາຫານ-ເຄື່ອງດື່ມ.
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ຄໍາຮ້ອງຂໍເຂົ້າຮຽນ, ພົວພັນເອົາຄໍາຮ້ອງຢູ່ຫ້ອງການບໍລິຫານ.
  • ຂັ້ນຕອນທີ່ 2: ຍື່ນຄໍາຮ້ອງ ແລະ ເຂົ້າສຳພາດ.
  • ຂັ້ນຕອນທີ 3: ລົງທະບຽນເຂົ້າຮຽນພາຍຫຼັງຮູ້ຜົນການສຳພາດ (ລົງທະບຽນຢູ່ຫ້ອງການບໍລິຫານ).
ເອກະສານປະກອບການສະໝັກຮຽນມີ:     
    1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
    2. ໃບຄະແນນ
    3. ຊີວະປະຫວັດນັກຮຽນ
    4. ໃບກວດສຸຂະພາບ
    5. ຮູບຖ່າຍຂະໜາດ 3×4 ຈໍານວນ 2 ໃບ
    6. ໃບຢັ້ງຢືນທີ່ຢູ່ ຫຼື ປື້ມສໍາມະໂນຄົວ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping