ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຜົ້ງສາລີ – ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ- ລາຍລະອຽດ
ເດືອນກັນຍາ 29, 2020 2020-12-09 8:13ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຜົ້ງສາລີ – ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ- ລາຍລະອຽດ
ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)
ລາຍລະອຽດ
ຄວາມໝາຍ ແລະ ຄວາມສຳຄັນ :
ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ. ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.
ຈຸດປະສົງ :
- ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານໃຫ້ກົງກັບມາດຕະຖານອາຊີບ ເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
- ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
- ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
- ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
- ການເມືອງ
- ວັດທະນາທໍາລາວ
- ການສື່ສານເປັນພາສາອັງກິດ
- ການນໍາໃຊ້ເຄື່ອງມື ແລະ ຂະບວນຕ່າງໆທາງທຸລະກິດ
- ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
- ພາສາອັງກິດສໍາລັບການໂຮງແຮມ ແລະ ທ່ອງທ່ຽວ
- ການປະກອບທຸລະກິດສໍາລັບອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
- ການນຳໃຊ້ອຸປະກອນສື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
- ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
- ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
- ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
- ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
- ການແນະນໍາກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
- ການກະກຽມ ແລະ ການປຸງແຕ່ງອາຫານລາວ
- ການດໍາເນີນການປູງແຕ່ງ
- ການດໍາເນີນການວາງແຜນຈັດສົ່ງອາຫານ ແລະ ການຈັດງານລ້ຽງ
- ການບໍລິການອາຫານ ແລະ ເຄື່ອງດື່ມ
- ການກະກຽມເຂົ້າຈີ່, ເຄັກ, ຂະໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ
- ການບໍລິການເຄື່ອງດື່ມໃນບາເຫຼົ້າ
- ລົງເຝິກງານ 16 ອາທິດ
ນະໂຍບາຍຕ່າງໆ:
ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.
- ເວລານັກສຶກສາເຈັບເປັນ ເຂົ້າໂຮງໝໍທາງໂຮງຮຽນມີເງິນສະຫວັດດີການໃຫ້.
ສິ່ງອໍານວຍຄວາມສະດວກ:
– ມີຫໍພັກໃຫ້ຢູ່ສໍາລັບນັກສຶກສາຍິງ ແລະ ຊາຍ
– ມີຫ້ອງຄົວລວມໃຫ້ແຕ່ງກິນ
– ມີຫ້ອງສະໝຸດໃຫ້ແກ່ນັກສຶກສາໄດ້ຊົມໃຊ້
– ມີສະຖານທີ່ຫຼີ້ນກິລາ
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
- ຜູ້ຮຽນຈະໄດ້ມີຄວາມຮູ້ ແລະ ທັກສະໃນການຮັກສາຄວາມປອດໄພ, ຮູ້ວິທີນຳໃຊ້ເຄື່ອງມື ແລະ ອຸປະກອນຕ່າງໆ, ມີຄວາມອົນທົນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່, ປຸງແຕ່ງອາຫານລາວ ແລະ ອາຫານສາກົນ ທີ່ມີລົດຊາດແຊບ, ເຂົ້າໜົມລາວ, ເຂົ້າໜົມສາກົນ, ແກະສະລັກໝາກໄມ້, ບໍລິການອາຫານ ແລະເຄື່ອງດື່ມ, ມີຄວາມຮູ້ໃນການບໍລິຫານງານຮ້ານອາຫານ, ແກ້ໄຂບັນຫາໄດ້, ມີແນວຄິດໃນທາງວິເຄາະ, ສື່ສານຢ່າງມີປະສິດທິພາບ ແລະ ການເຮັດວຽກເປັນທີມ, ມີທັດສະນະຄະຕິທີ່ດີ, ທ່າທາງ ແລະ ການປະພຶດແບບມືອາຊີບທີ່ຈະນໍາໄປສູ່ການບໍລິການທີ່ດີເລີດ.
- ສາມາດປະກອບອາຊີບເຮັດວຽກໃນຮ້ານອາຫານ, ໂຮງແຮມ ຫຼື ເປິດທຸລະກິດຮ້ານອາຫານເປັນຂອງຕົນເອງໄດ້.
- ສາມາດໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ.
- ສາມາດປະກອບອາຊີບເຮັດວຽກໃນຮ້ານອາຫານ, ໂຮງແຮມ ຫຼື ເປິດທຸລະກິດຮ້ານອາຫານເປັນຂອງຕົນເອງໄດ້.
ວີທີສະໝັກ
ວິທີສະໝັກຮຽນ
- ຂັ້ນຕອນທີ 1: ເຂົ້າໄປພົວພັນທີ່ຫ້ອງການຮັບຜິດຊອບ ເພື່ອຊື້ແບບຟອມສຳພາດ ແລະ ປະກອບຟອມສຳພາດ.
- ຂັ້ນຕອນທີ່ 2: ຍື່ນແບບຟອມ ແລະ ເຂົ້າສໍາພາດ.
- ຂັ້ນຕອນທີ 3: ເຂົ້າຮຽນໄດ້.
ເອກະສານປະກອບການສະໝັກຮຽນມີ:
- ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
- ໃບຢັ້ງຢືນກວດສຸຂະພາບ 1 ສະບັບ
- ໃບຢັ້ງຢືນທີຢູ່ 1 ສະບັບ
- ໃບແຈ້ງໂທດ 1 ສະບັບ
- ຮູບຂະໜາດ 3×4 ຈໍານວນ 4 ແຜ່ນ (ຖ່າຍບໍ່ເກີນ 3 ເດືອນ)
- ໃບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ (ກໍລະນີເປັນພະນັກງານ) 1 ສະບັບ