ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຫຼວງນໍ້າທາ – ສາຂາ ການປຸງແຕ່ງອາຫານ – ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ຄືການຮຽນຮູ້ວິທີການປຸງແຕ່ງອາຫານລາວໃຫ້ຖືກຕ້ອງ ແລະ  ແຊບຕາມແບບດັ້ງເດີມ, ຮູ້ຈັກປະຍຸກນໍາໃຊ້ວັດຖຸດິບຕ່າງໆໃນການປະກອບອາຫານ, ສຶກສາຫຼັກການ ຂັ້ນຕອນຕ່າງໆໃນການປຸງແຕ່ງ, ການກຽມວັດຖຸດິບປະເພດຕ່າງໆ ໂດຍໃສ່ໃຈເລື່ອງຄວາມສະອາດເປັນຫຼັກ. ການປຸງແຕ່ງອາຫານລາວມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການສືບທອດ ແລະ ຮັກສາວັດທະນະທຳໃນການເຮັດອາຫານລາວໃຫ້ເປັນເອກະລັກ ສາມາດນຳໃຊ້ເຂົ້າໃນການດຳລົງຊີວິດປະຈໍາວັນ ພ້ອມທັງສ້າງອາຊີບ ແລະ ລາຍຮັບໃຫ້ຕົນເອງ ແລະຄອບຄົວ ພ້ອມທັງສົ່ງເສີມ ວຽກງານການບໍລິການທາງດ້ານຂະແໜງການທ່ອງທ່ຽວ ໂຮງແຮມ ແລະ ຮ້ານອາຫານນຳອີກດ້ວຍ

ຈຸດປະສົງ :
  • ແນ່ໃສ່ເພື່ອການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະະນຸດໃຫ້ມີລະດັບທາງດ້ານສີມືທີ່ເໜາະສົມ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ.

  • ເພື່ອສົ່ງເສີມໃຫ້ສະຖານປະກອບການໄດ້ນຳໃຊ້ຊັບພະຍາກອນມະະນຸດທີ່ມີສີມື, ເພື່ອປັບປຸງວຽກງານຂອງຕົນເອງໃຫ້ເກີດປະສິດຕິພາບດີ, ທັງປະຢັດ ແລະ ເກີດຜົນປະໂຫຍດ.

  • ເພື່ອພັດທະນາປະກອບອາຊີບໃຫ້ມີຄຸນນະທຳ, ຈະລິຍະທຳ, ເຈດຕະນາທຳ ແລະ ມີວິໄນທີ່ດີ.

  • ສ້າງໃຫ້ຮູ້ຮັກອາຊີບ, ມີແນວຄິດສ້າງສັນ, ມີພາລະນາໄມ, ມີລະບຽບວິໄນ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.     ການເມືອງ
  2.     ພາສາອັງກິດ
  3.     ຄະນິດສາດ
  4.     ເຄມີສາດ
  5.     ພາສາລາວ
  6.     ໂພຊະນາການອາຫານ
  7.     ມະນຸດສໍາພັນ
  8.     ຄວາມສະອາດ ແລະ ສຸຂະອະນາໄມ
  9.     ວັດສະດຸອຸປະກອນ
  10. ປຸງແຕ່ງອາຫານຄາວ
  11. ແກະສະຫຼັກຜັກ ແລະ ໝາກໄມ້
  12. ວຽກໃບຕອງ
  13. ການນໍາໃຊ້ຄອມພິວເຕີ
  14. ການຖະໜອມອາຫານ
  15. ການປຸງແຕ່ງອາຫານຫວານ
  16. ສິລະປະການໃຫ້ບໍລິການ
  17. ພາສາອັງກິດສະເພາະ
  18. ຕົບແຕ່ງດອກໄມ້
  19. ການຈັດງານລ້ຽງ
  20. ທຸລະກິດຂະໜາດນ້ອຍ
  21. ການເຮັດເຄື່ອງດື່ມ
  22. ການບໍລິການອາຫານ ແລະ ເຄື່ອງດື່ມ
  23. ແມ່ບ້ານ
  24. ຝຶກງານ 16 ອາທິດ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

  • ມີສະຫວັດດີການ, ມີເຄື່ອງແບບໃຫ້.
  • ມີການທັດສະນະສຶກສາພາຍໃນແຂວງ ແລະ ຕ່າງແຂວງ.
ສິ່ງອໍານວຍຄວາມສະດວກ:

      ໂຮງຮຽນມີຫໍພັກໃຫ້ຢູ່ທັງຍິງ ແລະ ຊາຍ.

      ມີອຸປະກອນຮັບໃຊ້ໃນການຮຽນ.

      ມີອາຄານຮຽນທິດສະດີ ແລະ ພາກປະຕິບັດຕົວຈິງ.

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດປຸງແຕ່ງອາຫານຄາວ ແລະ ອາຫານຫວານໄດ້.

  • ສາມາດນຳໃຊ້ວັດສະດຸອຸປະກອນ.

  • ສາມາດແກາະສະຫຼັກໜາກໄມ້ແປຮູບຕ່າງໆ.

  • ບໍລິການອາຫານ ແລະ ເຄື່ອງດື່ມ.

  • ສາມາດຖະໜອມອາຫານສົດ ແລະ ອາຫານແຫ້ງ.

  • ສາມາດປະກອບອາຊີບເປັນພະນັກງານໃນຮ້ານອາຫານ ຫຼື ໂຮງແຮມໄດ້.
  • ສາມາດເປີດຮ້ານອາຫານເປັນຂອງຕົນເອງໄດ້.
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ຄໍາຮ້ອງດ້ວຍຕົນເອງ.
  •  ຂັ້ນຕອນທີ 2: ປະກອບເອກະສານຕາມການແນະນຳຕິດຄັດໃນໃບຄຳຮ້ອງ.
  • ຂັ້ນຕອນທີ່ 3: ສຳພາດຄັດເລືອກ.
  • ຂັ້ນຕອນທີ່ 4: ລໍຖ້າຕິດຕາມລາຍຊື່ ແລ້ວລົງທະບຽນເຂົ້າຮຽນຕາມວັນນັດໜາຍ.
ເອກະສານປະກອບການສະໝັກຮຽນມີ:
  1.  ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ       
  2. ສໍາມະໂນຄົວ ຫຼື ໃບຢັ້ງຢືນທີ່ຢູ່
  3. ໃບຄະແນນ
  4. ຮູບຂະໜາດ 3×4 ຈໍານວນ 3 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping