ວິທະຍາໄລ ເຕັກນິກ ແຂວງວຽງຈັນ – ສາຂາ ອາຫານ-ການບໍລິການ – ລາຍລະອຽດ

ສາຂາ ອາຫານ-ການບໍລິການ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາອາຫານ-ການບໍລິການ ຄືການຮຽນຮູ້ກ່ຽວກັບການກະກຽມ ແລະ ການປຸງແຕ່ງອາຫານໃຫ້ຖືກຕາມຫຼັກການ, ຖືກສຸຂະອະນາໄມ ແລະ ມີຄຸນຄ່າທາງດ້ານໂພຊະນາການ ລວມທັງການຮຽນຮູ້ກ່ຽວກັບການໃຫ້ບໍລິການອາຫານ ແລະ ເຄື່ອງດື່ມອີກດ້ວຍ. ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການກົງກັບມາດຕະຖານອາຊີບ ເພື່ອນໍາໄປປະຕິບັດງານວິຊາສະເພາະ ໄດ້ຢ່າງມີປະສິດທິພາບ, ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລໍາດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນ, ມີຄຸນນະທຳ, ຈະລິຍະທໍາ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ:
  1. ການປຸງແຕ່ງອາຫານຄາວ
  2. ການປຸງແຕ່ງອາຫານຫວານ
  3. ການເຮັດເຄື່ອງດື່ມ
  4. ແກະສະຫຼັກຜັກ ແລະ ໝາກໄມ້
  5. ຕົບແຕ່ງດອກໄມ້
  6. ວຽກໃບຕອງ
  7. ການເກັບຮັກສາອາຫານ
  8. ການບໍລິການອາຫານ ແລະ ເຄື່ອງດື່ມ
  9. ວຽກແມ່ບ້ານ
  10. ການເຮັດທຸລະກິດຂະໜາດນ້ອຍ.
ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ຜ່ານການສໍາພາດ ແລະ ໄດ້ເຂົ້າຮຽນແມ່ນໄດ້ຮຽນຟຣີບໍ່ໄດ້ຈ່າຍຄ່າເທີມ.
ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ກັບນັກສຶກສາທັງຍິງ ແລະ ຊາຍ.
  • ມີຫ້ອງປະຕິບັດ
  • ມີວັດສະດຸ ແລະ ອຸປະກອນເຄື່ອງໃຊ້ໃນການຮຽນ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດກະກຽມອຸປະກອນ, ວັດຖຸດິບ ແລະ ປຸງແຕ່ງອາຫານຄາວ ແລະ ອາຫານຫວານໄດ້ຕາມສູດ.

  • ຮູ້ຕົບແຕ່ງຈານອາຫານ, ແກະສະຫຼັກຜັກ ແລະ ໝາກໄມ້ໃນຮູບແບບຕ່າງໆ.

  • ເຮັດວຽກໃບຕອງໃນງານຕ່າງໆໄດ້ ແລະ ສາມາດເຮັດວຽກແມ່ບ້ານໄດ້.

  • ສາມາດປະກອບອາຊີບເປັນພະນັກງານໃນຮ້ານອາຫານ ຫຼື  ໂຮງແຮມໄດ້.

  • ສາມາດປະກອບທຸລະກິດເປີດຮ້ານອາຫານເປັນຂອງຕົນເອງ. 

ວີທີສະໝັກຮຽນ

–          ຂັ້ນຕອນທີ 1: ແມ່ນພົວພັນຊື້ແບບຟອມສະໝັກເຂົ້າຮຽນ ໄດ້ທີ່ພະແນກກິດຈະການນັກຮຽນ-ນັກສຶກສາ ຂອງວິທະຍາໄລເຕັກນິກແຂວງວຽງຈັນ.

–          ຂັ້ນຕອນທີ 2: ແມ່ນປະກອບເອກະສານຕາມແບບຟອມທີ່ກຳນົດໃຫ້.

–          ຂັ້ນຕອນທີ 3: ຜູ້ສະໝັັກຮຽນຕ້ອງມາຍື່ນແບບຟອມສະໝັກດ້ວຍຕົນເອງ.

–          ຂັ້ນຕອນທີ 4: ລໍຖ້າຮັບບັດເຂົ້າຫ້ອງສອບສຳພາດ ຫຼື ສອບເສັງ.

ເອກະສານປະກອບການສະໝັກຮຽນມີ:
  1. ສຳເນົາໃບປະກາດຈົບການສຶກສາຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
  2. ຊີວະປະຫວັດນັກຮຽນ.
  3. ໃບຢັ້ງຢືນສຸຂະພາບ.
  4. ໃບຢັ້ງຢືນທີ່ຢູ່.
  5. ຮູບຖ່າຍ 3×4 ຈໍານວນ 4 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping