ວິທະຍາໄລ ເຕັກນິກ -ວິຊາຊີບ ຫຼວງພະບາງ – ສາຂາ ການບໍລິການເດີນທາງ ແລະ ທ່ອງທ່ຽວ- ລາຍລະອຽດ

ສາຂາ ການບໍລິການເດີນທາງ ແລະ ທ່ອງທ່ຽວ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາ ບໍລິຫານການເດີນທາງ-ທ່ອງທ່ຽວ ຄືການຮຽນຮູ້ກ່ຽວກັບການວາງແຜນ ແລະ ການບໍລິການທ່ອງທ່ຽວພາຍໃນປະເທດແບບອະນຸລັກ ໂດຍສະເພາະການທ່ອງທ່ຽວໃນຮູບແບບເປັນກຸ່ມ. ນອກຈາກນັ້ນ, ຍັງມີສຶກສາກ່ຽວກັບການປະສານງານສຳລັບວຽກງານການທ່ອງທ່ຽວຂະແໜງຕ່າງໆ ແລະ ການບໍລິການທ່ອງທ່ຽວ. ການສຶກສາກ່ຽວກັບສາຂານີ້ຢ່າງລະອຽດ ເປັນສິ່ງສຳຄັນຕໍ່ຄຸນນະພາບການບໍລິການ ແລະ ນໍາທ່ຽວຂອງພະນັກງານໃນອຸດສະຫະກຳນີ້ ເນື່ອງຈາກພວກເຂົາຈະເຮັດໜ້າທີ່ເປັນດັ່ງຕົວແທນໃນການບອກເລົ່າ ແລະ ແນະນໍາຂໍ້ມູນຂ່າວສານ ກ່ຽວກັບວັດທະນະທຳ ແລະ ປະເພນີຂອງຊາດ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະ ແລະ ທັດສະນະຄຸນສົມບັດດ້ານການທ່ອງທ່ຽວ ແລະ ການບໍລິການໂຮງແຮມ ໃຫ້ສອດຄ່ອງກັບມາດຕະຖານອາຊີບຂອງ ສປປ ລາວ ແລະ ຂອງສາກົນ.

  • ສ້າງໃຫ້ຜູ້ຮຽນຮູ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບຕາມທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສໍາພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເມືອງ
  2. ລາວສຶກສາ
  3. ການນໍາໃຊ້ການສື່ສານເປັນພາສາອັງກິດ
  4. ການນໍາໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
  5. ການເຮັດວຽກັບເພື່ອນຮ່ວມງານ ແລະ ລູກຄ້າ
  6. ການນໍາໃຊ້ພາສາອັງກິດສະເພາະ
  7. ການປະກອບທຸລະກິດສໍາລັບອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  8. ການນໍາໃຊ້ອຸປະກອນສື່ສານສໍາລັບການທ່ອງທ່ຽວ ແລະ ການບໍລິການການທ່ອງທ່ຽວ
  9. ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  10. ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  11. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  12. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  13. ການກໍານົດອົງປະກອບຂອງການທ່ອງທ່ຽວພາຍໃນປະເທດ
  14. ການກໍານົດອົງປະກອບຂອງການທ່ອງທ່ຽວແບບອະນຸລັກ
  15. ການກໍານົດອົງປະກອບຂອງການທ່ອງທ່ຽວຕ່າງປະເທດ
  16. ການສ້າງລາຍການທ່ອງທ່ຽວ
  17. ການປະສານງານສໍາລັບການທ່ອງທ່ຽວ
  18. ການຈອງໂຮມແຮມ ແລະ ປີ້ຍົນ
  19. ການບໍລິການນໍາທ່ຽວ
ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ສອບເສັງໄດ້ພາຍໃນແຜນຈະໄດ້ຮັບເບ້ຍລ້ຽງ.
  • ມີເງິນນະໂຍບາຍໃຫ້ກັບນັກສຶກສາທີ່ເຈັບເປັນນອນໂຮງໝໍ ຫຼື ເສຍຊີວິດ.
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ພາຍຫຼັງຮຽນຈົບຜູ້ຮຽນສາມາດກຳນົດອົງປະກອບຂອງການທ່ອງທ່ຽວພາຍໃນປະເທດໄດ້.

  • ຮູ້ການກຳນົດອົງປະກອບຂອງການທ່ອງທ່ຽວແບບອານຸລັກ.

  • ຮູ້ກຳນົດອົງປະກອບຂອງການທ່ອງທ່ຽວຕ່າງປະເທດ.

  • ສາມາດການສ້າງລາຍການທ່ອງທ່ຽວ.

  • ສາມາດເຮັດການຈອງໂຮງແຮມ ແລະ ປີ້ຍົນ.

  • ສາມາດບໍລິການນຳທ່ຽວ.

  • ສາມາດປະກອບອາຊີບເປັນໄກ້ນໍາທ່ຽວ ຫຼື ພະນັກງານໂຮງແຮມໄດ້.
  • ສາມາດປະກອບທຸລະກິດນໍາທ່ຽວ ຫຼື ໂຮງແຮມເປັນຂອງຕົນເອງໄດ້.
ວິທີສະໝັກຮຽນ
  • ຂັ້ນຕອນທີ 1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາຍື່ນເພື່ອຂໍສໍາພາດ ຫຼື ສອບເສັງ.
  • ຂັ້ນຕອນທີ 3: ສໍາພາດ.
  • ຂັ້ນຕອນທີ 4: ຖ້າຜ່ານການສໍາພາດແລ້ວ ແມ່ນລົງທະບຽນເພື່ອເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ປື້ມສໍາມະໂນຄົວ ຫຼື ບັດປະຈໍາຕົວ ສະບັບກ໋ອບປີ້ (ປື້ມສໍາມະໂນຄົວສາມາດໃຊ້ແທນໃບຢັ້ງຢືນທີ່ຢູ່ໄດ້)
  3. ຊີວະປະຫວັດນັກຮຽນ
  4. ຮູບຂະໜາດ 3×4 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping