ວິທະຍາໄລ ເຕັກນິກ ປາກປ່າສັກ – ສາຂາ ພະນັກງານເສີບ – ລາຍລະອຽດ

ສາຂາ ພະນັກງານເສີບ
ເວລາຮຽນ 3 ເດືອນ (ລະບົບ C1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາພະນັກງານເສີບ ຄືການຮຽນຮູ້ກ່ຽວກັບການໃຫ້ບໍລິການນຳອາຫານ ແລະ ເຄື່ອງດື່ມທີ່ໄດ້ຈັດກຽມໄວ້ ໃຫ້ກັບແຂກ, ຮຽນຮູ້ກ່ຽວກັບທັກສະ ແລະ ເຕັກນິກໃນການສື່ສານ ແລະ ການບໍລິການໂດຍສະເພາະ. ຜູ້ປະສານງານຫຼັກລະຫວ່າງຄວາມຕ້ອງການຂອງລູກຄ້າ ແລະ ຫ້ອງຄົວຄືພະນັກງານເສີບ, ສະນັ້ນ ພວກເຂົາມີໜ້າທີ່ຫຼັກໃນການບັນທຶກຄວາມຕ້ອງການຂອງລູກຄ້າຢ່າງຖືກຕ້ອງ ເພື່ອສົ່ງມອບຕໍ່ໃຫ້ຫ້ອງຄົວ ແລະ ບໍລິການອາຫານ ແລະ ເຄື່ອງດື່ມໃຫ້ແກ່ລູກຄ້າຢ່າງທັນທ່ວງທີ. ນອກຈາກນັ້ນ, ພວກເຂົາຍັງຕ້ອງໄດ້ຮຽນຮູ້ທັກສະໃນການແກ້ໄຂບັນຫາສະເພາະໜ້າ ເມື່ອລູກຄ້າມີຂໍ້ສົງໄສຕ່າງໆ.

ຈຸດປະສົງ :
  • ເພື່ອໃຫ້ຮູ້ ແລະ ສາມາດນໍາໃຊ້ການບໍລິການອາຫານ ແລະ ເຄື່ອງດື່ມໃຫ້ໄດ້ຄຸນນະພາບ, ມີຄວາມເປັນມືອາຊີບ ເຊິ່ງຈະປະກອບມີ: ຄວາມຮູ້, ທັກສະ, ຄຸນສົມບັດ ເພື່ອກຽມພ້ອມອອກໄປປະກອບອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບປະຖົມຂື້ນໄປ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການນຳໃຊ້ຫຼັກການຕົວອັກສອນລາວ
  2.   ການສື່ສານໃນສະຖານທີ່ເຮັດວຽກ
  3.   ການຮັກສາຄວາມປອດໄພທາງດ້ານອາຫານ ແລະ ປະຕິບັດງານ
  4.   ການນໍາໃຊ້ທັກສະຊີວິດ
  5.   ພາສາອັງກິດສໍາລັບສື່ສານ
  6.   ພາສາອັງກິດສະເພາະ
  7.   ການບໍລິການອາຫານ ແລະ ເຄື່ອງດື່ມ
  8.  ການໃຫ້ຄໍາແນະນຳລູກຄ້າກ່ຽວກັບການບໍລິການອາຫານ ແລະ ເຄື່ອງດື່ມ
  9.  ການປະສານງານລະຫວ່າງຫ້ອງຄົວ ແລະ ຫ້ອງອາຫານ
  10.  ການກະກຽມ ແລະ ເສີບເຄື່ອງດື່ມປະສົມທີ່ມີທາດເຫຼົ້າ
  11.  ການກະກຽມ ແລະ ເສີບເຄື່ອງດື່ມປະສົມທີ່ບໍ່ມີທາດເຫຼົ້າ
ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ນັກຮຽນທັງຍິງ ແລະ ຊາຍ
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ ພ້ອມດ້ວຍອຸປະກອນເຄື່ອງໃຊ້ໃການຮຽນເພື່ອລົງມືປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດກະກຽມເຄື່ອງດື່ມຕ່າງໆໄດ້.
  • ສາມາດປະສານງານລະຫວ່າງຫ້ອງຄົວ ແລະ ຫ້ອງອາຫານ.
  • ສາມາດໃຫ້ຄໍາແນະນໍາລູກຄ້າກ່ຽວກັບການບໍລິການອາຫານ ແລະ ເຄື່ອງດື່ມ.
  • ສາມາດປະກອບອາຊີບເປັນພະນັກງານເສີບໃນຮ້ານອາຫານ ຫຼື ໂຮງແຮມ.
  •  
ວີທີສະໝັກຮຽນ

      ຂັ້ນຕອນທີ 1: ຊື້ແບບຟອມການສະໝັກສໍາພາດ ຫຼື ສອບເສັງ

      ຂັ້ນຕອນທີ 2: ກອກແບບຟອມສະໝັກ ຫຼື ສອບເສັງ

      ຂັ້ນຕອນທີ 3: ຍື່ນໃບສະໝັກສໍາພາດ ຫຼື ສອບເສັງ

      ຂັ້ນຕອນທີ 4: ຕິດຕາມການສໍາພາດ ຫຼື ສອບເສັງ
ເອກະສານປະກອບການສະໝັກຮຽນມີ: 
  1. ສໍາເນົາໃບປະກາດຈົບຊັ້ນປະຖົມ 
  2. ຮູບຂະໜາດ 2×3 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping