ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ – ສາຂາ ອາຫານ-ການໂຮງແຮມ – ລາຍລະອຽດ

ສາຂາ ອາຫານ-ການໂຮງແຮມ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາອາຫານ ແລະ ການໂຮງແຮມ ຄືການຮຽນຮູ້ກ່ຽວກັບການປຸງແຕ່ງ ແລະ ການບໍລິການອາຫານ-ເຄື່ອງດື່ມ ແລະ ວຽກງານດ້ານຕ່າງໆໃນການບໍລິການໃນໂຮງແຮມ ເພື່ອສ້າງໃຫ້ຜູ້ຮຽນມີທັກສະຮອບດ້ານ ໃນການປະກອບອາຊີບໃນທຸລະກິດນີ້. ວຽກງານໃນຂະແໜງການບໍລິການຮັບຕ້ອນກໍຄື ວຽກງານທາງດ້ານການໂຮງແຮມ ແລະ ຮ້ານອາຫານ ຖືເປັນອີກໜຶ່ງວຽກງານທີ່ສຳຄັນທີ່ໄດ້ຊ່ວຍຍົກລະດັບຄວາມເພິງພໍໃຈຂອງແຂກຜູ້ມາທ່ຽວຊົມ ແລະ ໃຫ້ເກີດການກັບມາໃຊ້ບໍລິການຊໍ້າອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການກົງກັບມາດຖານອາຊີບເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.     ການເມືອງ
  2.     ພາສາອັງກິດ
  3.     ຄະນິດສາດ
  4.     ເຄມີ
  5.     ພາສາລາວ
  6.     ໂພຊະນາການອາຫານ
  7.     ມະນຸດສໍາພັນ
  8.     ຄວາມສະອາດ ແລະ ສຸຂະອະນາໄມ
  9.     ວັດສະດຸອຸປະກອນ
  10. ປຸງແຕ່ງອາຫານຄາວ
  11. ແກະສະຫຼັກຜັກ ແລະ ໝາກໄມ້
  12. ວຽກໃບຕອງ
  13. ການນໍາໃຊ້ຄອມພິວເຕີ
  14. ການຖະໜອມອາຫານ
  15. ປຸງແຕ່ງອາຫານຫວານ
  16. ສິລະປະການໃຫ້ບໍລິການ
  17. ພາສາອັງກິດສະເພາະ
  18. ຕົບແຕ່ງດອກໄມ້
  19. ການຈັດງານລ້ຽງ
  20. ທຸລະກິດຂະໜາດນ້ອຍ
  21. ການເຮັດເຄື່ອງດື່ມ
  22. ການບໍລິການອາຫານ ແລະ ເຄື່ອງດື່ມ
  23. ແມ່ບ້ານ
  24. ລົງຝຶກຫັດ 16 ອາທິດ
ນະໂຍບາຍຕ່າງໆ:
  • ມີເບ້ຍລ້ຽງຈາກລັດຖະບານໃຫ້ແກ່ຜູ້ທີ່ຜ່ານການສໍາຜ່ານ ແລະ ຢູ່ໃນຕົວເລກຂອງລັດຖະບານ.

ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ ແລະ ມີລົດຮັບ-ສົ່ງ(ໂດຍບໍ່ໄດ້ເສຍຄ່າ).
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:

          ສາມາດປະກອບອາຊີບເຮັດວຽກຢູ່ຮ້ານອາຫານ ຫຼື ໂຮງແຮມໄດ້

          ສາມາດເຮັດທຸລະກິດເປີດຮ້ານອາຫານເປັນຂອງຕົນເອງ

          ສາມາດໃຫ້ບໍລິການອາຫານ ແລະ ເຄື່ອງດື່ມໃຫ້ແກ່ລູກຄ້າ

          ຮູ້ຈັກວິທີການຈັດງານລ້ຽງສ້າງສັນ

          ເຮັດເຄື່ອງດື່ມໄດ້

          ຮູ້ຖະໜອມອາຫານ ແລະ ແກະສະຫຼັກໝາກໄມ້ເປັນລວດລາຍຕ່າງໆ

–          ສາມາດປຸງແຕ່ງອາຫານຄາວ ແລະ ອາຫານຫວານ

ວິທີສະໝັກຮຽນ
  • ຂັ້ນຕອນທີ1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາໃຫ້ທາງວິທະຍາໄລກວດສອບ ຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ.
  • ຂັ້ນຕອນທີ 3: ຫາກເອກະສານຄົບຖ້ວນແລ້ວແມ່ນເຂົ້າສຳພາດເຂົ້າຮຽນ.
  • ຂັ້ນຕອນທີ 4: ລໍຖ້າລາຍຊື່ສໍາພາດ ແລະ ລົງທະບຽນເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
  2. ປື້ມຕິດຕາມການຮຽນຊັ້ນມັດທະຍົມຕອນຕົ້ນ (ຕົ້ນສະບັບ ພ້ອມກັອບປີ້ສີ).
  3. ປະຫວັດນັກສຶກສາ (ຕົ້ນສະບັບ ພ້ອມກັອບປີ້ສີ).
  4. ສຳມະໂນຄົວ (ຕົ້ນສະບັບ ພ້ອມກັອບປີ້ສີ)
  5. ຮູບສີ (ຂະໜາດ 3 x 4) ຖ່າຍບໍ່ເກີນ 3 ເດືອນ 12 ໃບ.
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping