ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຄໍາມ່ວນ – ສາຂາ ການທ່ອງທ່ຽວ – ລາຍລະອຽດ

ສາຂາ ການທ່ອງທ່ຽວ
ເວລາຮຽນ 3 ປີ (ຊັ້ນສູງ 12+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການທ່ອງທ່ຽວ ຄືການຮຽນຮູ້ກ່ຽວກັບການບໍລິຫານ ການຈັດການເດີນທາງ ໃຫ້ກັບນັກທ່ອງທ່ຽວທັງພາຍໃນແລະ ນອກປະເທດ, ລວມທັງການຈັດຫາ ແລະ ປະສານງານກັບບັນດາຜູ້ສະໜອງກໍຄືໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວຕ່າງໆທີ່ກ່ຽວຂ້ອງ ເພື່ອຈັດແຜນການທ່ອງທ່ຽວໃຫ້ແກ່ລູກຄ້າ. ການທ່ອງທ່ຽວເປັນອຸດສະຫະກຳທີ່ມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການຂັບເຄື່ອນເສດຖະກິດພາຍໃນຊາດ ກໍຄືເສດຖະກິດພາຍໃນທ້ອງຖິ່ນ ເພື່ອສ້າງລາຍຮັບ ແລະ ຄວາມເປັນຢູ່ທີ່ດີຂຶ້ນໃຫ້ແກ່ປະຊາຊົນລາວ.

ຈຸດປະສົງ :

          ສ້າງໃຫ້ມີຄວາມຮູ້, ທັກສະອາຊີບ ແລະ ປະສົບການກົງກັບມາດຖານອາຊີບ ນໍາໄປປະຕິບັດງານອາຊີບໄດ້ຢ່າງມີປະສິດທິພາບ ແທດເໝາະກັບວຽກງານ ແລະ ຄວາມເປັນມືອາຊີບທີ່ມີຄວາມຕ້ອງການຂອງຕະຫລາດແຮງງານ.

          ສ້າງໃຫ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໝ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

          ຮູ້ຈັກບົດບາດ, ໝ້າທີ່ ແລະ ສາມາດປະຕິບັດວຽກງານໃນອາຊີບ

          ສ້າງໃຫ້ມີຄຸນນະທໍາ, ຈະລິຍາທໍາ ແລະ ຈັນຍາບັນໃນອາຊີບ.

          ສ້າງໃຫ້ມີບຸກຄະລິກຄະພາບທີ່ດີ ແລະ ມີມະນຸດສໍາພັນໃນການປະກອບອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ: 
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ

ວິຊາຮຽນທີ່ກ່ຽວຂ້ອງ :

  1.   ການເມືອງ
  2.   ມະນຸດສໍາພັນ
  3.   ພາສາອັງກິດ
  4.   ການນໍາໃຊ້ອຸປະກອນສື່ສານສໍາລັບການທ່ອງທ່ຽວ ແລະ ການບໍລິການ
  5.   ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  6.   ການນໍາໃຊ້ເຄື່ອງມື ແລະ ຂະບວນຕ່າງໆຂອງທຸລະກິດ
  7.   ຕະຫຼາດການໂຮງແຮມ ແລະ ການທ່ອງທ່ຽວ
  8.   ວັດທະນາທໍາລາວ
  9.   ການກໍານົດການທ່ອງທ່ຽວພາຍໃນປະເທດ
  10. ການກໍານົດອົງປະກອບຂອງການທ່ອງທ່ຽວສໍາລັບຕ່າງປະເທດ
  11. ຫຼັກການບໍລິຫານການທ່ອງທ່ຽວ
  12. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  13. ພູມສາດປະຫວັດສາດ
  14. ການກໍານົດອົງປະກອບຂອງການທ່ອງທ່ຽວແບບອະນຸລັັກ
  15. ພາສາອັງກິດສໍາລັບການໂຮງແຮມ
  16. ການປະກອບທຸລະກິດສໍາລັບອຸດສາຫະກຳທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  17. ການບໍາລຸງຮັກສາ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  18. ການຈອງໂຮງແຮມ ແລະ ປີ້ຍົນ
  19. ການບໍລິການນໍາທ່ຽວ
  20. ການສ້າງລາຍການນໍາທ່ຽວ
  21. ກົດໝາຍກ່ຽວກັບການທ່ອງທ່ຽວ ແລະ ໂຮງແຮມ
  22. ຄວາມຮູ້ເບື້ອງຕົ້ນກ່ຽວກັບການຄຸ້ມຄອງ
  23. ການປະສານງານສໍາລັບທ່ອງທ່ຽວ
  24. ການພັດທະນາ ແລະ ການສົ່ງເສີມການທ່ອງທ່ຽວແບບຍືນຍົງ
  25. ການພັດທະນາບຸກຄະລິກກະພາບ
  26. ພາສາອັງກິດສໍາລັບການທ່ອງທ່ຽວ
  27. ການທ່ອງທ່ຽວແບບອະນຸລັກ
  28. ທິດສະດີບົດລາຍງານ
  29. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  30. ການເຮັດວຽກຮ່ວມກັບລູກຄ້າ
  31. ການພັດທະນາຊົນນະບົດກັບການທ່ອງທ່ຽວ
  32. ການສື່ສານເປັນພາສາອັງກິດ
  33. ການທ່ອງທ່ຽວອາຊຽນກັບສາກົນ
  34. ການຂຽນບົດໂຄງການ
ສິ່ງອໍານວຍຄວາມສະດວກ:

–        ມີຫໍພັກໃຫ້ຢູ່ສໍາລັບນັກສຶກສາຍິງ ແລະ ຊາຍ.

–       ຫ້ອງປະຕິບັດປຸງແຕ່ງອາຫານ, ຫ້ອງປະຕິບັດການບໍລິການອາຫານ ແລະ ເຄື່ອງດື່ມ, ຫ້ອງປະຕິບັດສໍາລັບການໂຮງແຮມ.

–       ອຸປະກອນໃນການປະຕິບັດປຸງແຕ່ງອາຫານ.

–       ອຸປະກອນໃນການປະຕິບັດການບໍລິການອາຫານ ແລະ ເຄື່ອງດື່ມ.

–       ອຸປະກອນປະສົມເຄື່ອງດື່ມ ຄ໋ອກເທ໋ວ ແລະ ມ໋ອກເທ໋ວ.

–       ອຸປະກອນສໍາລັບວຽກແມ່ບ້ານ ແລະ ເຄົາເຕີໃນການຕ້ອນຮັບລູກຄ້າ.

Acquired Knowledge and Skills:

          ມີຄວາມຮູ້ອົງປະກອບການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

          ສາມາດປະກອບທຸລະກິດການທ່ອງທ່ຽວ ແລະ ບໍລິການ.

          ຮູ້ຫຼັກການບໍລິຫານການທ່ອງທ່ຽວ, ການນໍາໃຊ້ອຸປະກອນການສືສານສໍາລັບການທ່ອງທ່ຽວ ແລະ ບໍລິການ.

          ສາມາດໃຫ້ການບໍລິການນໍາທ່ຽວເປັນໄກ້ນໍາທ່ຽວ.

          ສາມາດຈອງປີຍົນ, ທີ່ພັກທາງອິນເຕີເນັດ.

          ເປັນຕົວແທນຈໍາໝ່າຍການທ່ອງທ່ຽວ, ການວາງແຜນການນໍາທ່ຽວ ແລະ ການຈັດການທົວ.

ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ສາມາດ​ເຂົ້າ​ໄປ​ໃນ​ເວ​ບ​ໄຊຂອງວິທະຍາ​ໄລ ແລ້ວ​ດາວ​ໂຫລ​ດ​ເອົາ​ແບບ​ຄໍາ​ຮ້ອງ​ຂໍ​ສະໝັກ .
  • ຂັ້ນຕອນທີ 2: ປະກອບ​ແບບ​ຟອມ​ໃຫ້ຖືກຕ້ອງ ແລະ ສົມບູນ.
  •  ຂັ້ນຕອນທີ 3: ​ເຂົ້າ​ມາ​ຍື່ນ​ແບບ​ຟອມສໍາ​ພາດ​ທີ່​ວິ​ໄລທະຍາໄລ.
  • ຂັ້ນຕອນທີ 4: ເຂົ້າ​ສໍາ​ພາດ​ໃນ​ສາຂາ​ທີ່​ກ່ຽວຂ້ອງ.
ເອກະສານປະກອບການສະໝັກຮຽນມີ:
  1. ໃບຄໍາຮ້ອງສະໝັກຂໍເຂົ້າຮຽນ 1 ຊຸດ
  2. ຮູບ 3×4 ຈໍານວນ 3 ໃບ (ຖ່າຍບໍ່ເກີນ 3 ເດືອນ)
  3.  ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ       
  4. ປື້ມສໍາມະໂນຄົວ (ສະບັບກ໋ອບປີ້)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping