ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຄໍາມ່ວນ – ສາຂາ ການບໍລິການອາຫານ ແລະ ເຄື່ອງດື່ມ – ລາຍລະອຽດ

ສາຂາ ການບໍລິການອາຫານ ແລະ ເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :

  ສ້າງໃຫ້ມີຄວາມຮູ້, ທັກສະອາຊີບ ແລະ ປະສົບການກົງກັບມາດຖານອາຊີບ ນໍາໄປປະຕິບັດງານອາຊີບໄດ້ຢ່າງມີປະສິດທິພາບ ແທດເໝາະກັບວຽກງານ ແລະ ຄວາມເປັນມືອາຊີບທີ່ມີຄວາມຕ້ອງການຂອງຕະຫຼາດແຮງງານ.

  ສ້າງໃຫ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໝ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  ເຂົ້າໃຈຫລັກການ, ວິທີ ແລະ ຂັ້ນຕອນໃນອາຊີບ.

  ຮູ້ຈັກບົດບາດ, ໝ້າທີ່ ແລະ ສາມາດປະຕິບັດວຽກງານໃນອາຊີບ.

   ສ້າງໃຫ້ມີຄຸນນະທໍາ, ຈະລິຍາທໍາ ແລະ ຈັນຍາບັນໃນອາຊີບ.

     ສ້າງໃຫ້ມີບຸກຄະລິກຄະພາບທີ່ດີ ແລະ ມີມະນຸດສໍາພັນໃນການປະກອບອາຊີບ

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ: 
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ວັດທະນາທໍາ
  3.   ການສື່ສານເປັນພາສາອັງກິດ
  4.   ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  5.   ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  6.   ການສ້າງບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  7.   ການພັດທະນາຄວາມຮູ້ທາງດ້ານອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  8.   ພາສາອັງກິດສໍາລັບການໂຮງແຮມ ແລະ ການທ່ອງທ່ຽວ
  9.   ການແນະນໍາກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
  10. ການກະກຽມ ແລະ ການປຸງແຕ່ງອາຫານລາວ
  11. ການບໍລິການອາຫານ ແລະ ເຄື່ອງດື່ມ
  12. ການນໍາໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
  13. ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  14. ການນໍາໃຊ້ອຸປະກອນສື່ສານສໍາລັບການທ່ອງທ່ຽວ ແລະ ບໍລິການທ່ອງທ່ຽວ
  15. ການປະກອບທຸລະກິດສໍາລັບອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  16. ການດໍາເນີນການປຸງແຕ່ງອາຫານ
  17. ການວາງແຜນຈັດສົ່ງອາຫານ ແລະ ການຈັດງານລ້ຽງ
  18. ການກະກຽມເຂົ້າຈີ່, ເຄັກ, ເຂົ້າໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ
  19. ລົງຝຶກງານ
ສິ່ງອໍານວຍຄວາມສະດວກ:

        ມີຫໍພັກໃຫ້ຢູ່ສໍາລັບນັກສຶກສາຍິງ ແລະ ຊາຍ.

      ຫ້ອງປະຕິບັດປຸງແຕ່ງອາຫານ, ຫ້ອງປະຕິບັດການບໍລິການອາຫານ ແລະ ເຄື່ອງດື່ມ, ຫ້ອງປະຕິບັດສໍາລັບການໂຮງແຮມ.

      ອຸປະກອນໃນການປະຕິບັດປຸງແຕ່ງອາຫານ.

      ອຸປະກອນໃນການປະຕິບັດການບໍລິການອາຫານ ແລະ ເຄື່ອງດື່ມ.

      ອຸປະກອນປະສົມເຄື່ອງດື່ມ ຄ໋ອກເທ໋ວ ແລະ ມ໋ອກເທ໋ວ.

      ອຸປະກອນສໍາລັບວຽກແມ່ບ້ານ ແລະ ເຄົາເຕີໃນການຕ້ອນຮັບລູກຄ້າ.

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:

          ສາມາດຮູ້ການປະກອບທຸລະກິດສໍາລັບອຸສາຫະກໍາການທ່ອງທ່ຽວ ແລະ ບໍລິການ

          ການນໍາໃຊ້ອຸປະກອນການສືສານການທ່ອງທ່ຽວແລະການບໍລິກາ

          ການສ້າງບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ

          ສາມາດປຸງແຕ່ງອາຫານລາວ, ປຸງແຕ່ງອາຫານສາກົນ, ບໍລິການອາຫານ ແລະ ເຄື່ອງດື່ມໄດ້ຕາມມາດຕະຖານຂອງສະຖານປະກອບການ

          ຮູ້ຈັກວາງແຜນການບໍລິການຈັດສົງອາຫານ ແລະ ການຈັດງານລ້ຽງ

          ສາມາດເຮັດເຂົ້າໜົມປະເພດຕ່າງໆໄດ້

          ສາມາດປະກອບອາຊີບເປັນພະນັກງານໃນຮ້ານອາຫານ ຫຼື ໂຮງແຮມໄດ້.

          ສາມາດເປີດຮ້ານອາຫານເປັນຂອງຕົນເອງໄດ້.

ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ສາມາດ​ເຂົ້າ​ໄປ​ໃນ​ເວ​ບ​ໄຊຂອງວິທະຍາ​ໄລ ແລ້ວ​ດາວ​ໂຫລ​ດ​ເອົາ​ແບບ​ຄໍາ​ຮ້ອງ​ຂໍ​ສະໝັກ .
  • ຂັ້ນຕອນທີ 2: ປະກອບ​ແບບ​ຟອມ​ໃຫ້ຖືກຕ້ອງ ແລະ ສົມບູນ.
  •  ຂັ້ນຕອນທີ 3: ​ເຂົ້າ​ມາ​ຍື່ນ​ແບບ​ຟອມສໍາ​ພາດ​ທີ່​ວິ​ໄລທະຍາໄລ.
  • ຂັ້ນຕອນທີ 4: ເຂົ້າ​ສໍາ​ພາດ​ໃນ​ສາຂາ​ທີ່​ກ່ຽວຂ້ອງ.
ເອກະສານປະກອບການສະໝັກຮຽນມີ:
  1. ໃບຄໍາຮ້ອງສະໝັກຂໍເຂົ້າຮຽນ 1 ຊຸດ
  2. ຮູບ 3×4 ຈໍານວນ 3 ໃບ (ຖ່າຍບໍ່ເກີນ 3 ເດືອນ)
  3.  ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ       
  4. ປື້ມສໍາມະໂນຄົວ (ສະບັບກ໋ອບປີ້)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping