ວິທະຍາໄລເຕັກນິກ-ວິຊາຊີບ ແຂວງຄໍາມ່ວນ – ສາຂາ ອາຫານ-ການໂຮງແຮມ – ລາຍລະອຽດ

ສາຂາ ອາຫານ-ການໂຮງແຮມ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາອາຫານ ແລະ ການໂຮງແຮມ ຄືການຮຽນຮູ້ກ່ຽວກັບການປຸງແຕ່ງ ແລະ ການບໍລິການອາຫານ-ເຄື່ອງດື່ມ ແລະ ວຽກງານດ້ານຕ່າງໆໃນການບໍລິການໃນໂຮງແຮມ ເພື່ອສ້າງໃຫ້ຜູ້ຮຽນມີທັກສະຮອບດ້ານ ໃນການປະກອບອາຊີບໃນທຸລະກິດນີ້. ວຽກງານໃນຂະແໜງການບໍລິການຮັບຕ້ອນກໍຄື ວຽກງານທາງດ້ານການໂຮງແຮມ ແລະ ຮ້ານອາຫານ ຖືເປັນອີກໜຶ່ງວຽກງານທີ່ສຳຄັນທີ່ໄດ້ຊ່ວຍຍົກລະດັບຄວາມເພິງພໍໃຈຂອງແຂກຜູ້ມາທ່ຽວຊົມ ແລະ ໃຫ້ເກີດການກັບມາໃຊ້ບໍລິການຊໍ້າອີກຄັ້ງ.

ຈຸດປະສົງ :
  • ແນໃສ່ເພື່ອກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີລະດັບທາງດ້ານສີມືທີ່ເໝາະສົມ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ, ຄວາມກ້າວໝ້າທາງດ້ານເຕັກໂນໂລຊີ ເພື່ອພັດທະນາຕົນເອງ, ເສດຖະກິດ-ສັງຄົມ ແລະ ປະເທດຊາດ.
  • ເພື່ອສົ່ງເສີມໃຫ້ສະຖານປະກອບການໄດ້ນໍໃຊ້ຊັບພະຍາກອນມະນຸດທີ່ມີລະດັບທາງດ້ານສີມື, ເພື່ອປັບປຸງວຽກງານຂອງຕົນໃຫ້ເກີດມີປະສິດທິພາບ, ທັງປະຢັດ ແລະ ເກີດປະໂຫຍດສູງສຸດ
  • ເພື່ອພັດທະນາປະກອບອາຊີບໃຫ້ມີຄຸນນະທໍາ, ຈະລິຍະທໍາ, ເຈດຕະນາທໍາ ແລະ ມີວິໄນທີ່ດີ.
  • ສ້າງໃຫ້ຮູ້ຮັກອາຊີບ, ມີແນວຄິດສ້າງສັນ, ມີພາລະນາໄມ, ມີລະບຽບວິໄນ, ບຸກຄະລິກຄະພາບ ແລະ ທັງໃຫ້ຮູ້ຈັກຄວາມສວຍສົດງົດງາມ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ: 
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ພາສາອັງກິດ
  3.   ເຄມີ
  4.   ພາສາລາວ
  5.   ຄະນິດສາດ
  6.   ໂພສະນາການອາຫານ
  7.   ມະນຸດສໍາພັນ
  8.   ຄວາມສະອາດ ແລະ ສູຂະອະນາໄມ
  9.   ວັດສະດຸອຸປະກອນ
  10. ປຸງແຕ່ງອາຫານຄາວ
  11. ແກະສະຫຼັກໝາກໄມ້
  12. ວຽກໃບຕອງ
  13. ຄອມພິວເຕີ
  14. ປຸງແຕ່ງອາຫານລາວ
  15. ປຸງແຕ່ງອາຫານຫວານ
  16. ການຖະໜອມອາຫານ
  17. ສິນລະປະໃຫ້ບໍລິການ
  18. ພາສາອັງກິດສະເພາະ
  19. ຕົບແຕ່ງດອກໄມ້
  20. ຈັດງານລ້ຽງ
  21. ທຸລະກິດຂະໜາດນ້ອຍ
  22. ການເຮັດເຄື່ອງດື່ມ
  23. ການບໍລິການອາຫານ-ເຄື່ອງດື່ມ
  24. ແມ່ບ້ານ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

ສິ່ງອໍານວຍຄວາມສະດວກ:

        ມີຫໍພັກໃຫ້ຢູ່ສໍາລັບນັກສຶກສາຍິງ ແລະ ຊາຍ.

      ຫ້ອງປະຕິບັດປຸງແຕ່ງອາຫານ, ຫ້ອງປະຕິບັດການບໍລິການອາຫານ ແລະ ເຄື່ອງດື່ມ, ຫ້ອງປະຕິບັດສໍາລັບການໂຮງແຮມ.

      ອຸປະກອນໃນການປະຕິບັດປຸງແຕ່ງອາຫານ.

      ອຸປະກອນໃນການປະຕິບັດການບໍລິການອາຫານ ແລະ ເຄື່ອງດື່ມ.

      ອຸປະກອນປະສົມເຄື່ອງດື່ມ ຄ໋ອກເທ໋ວ ແລະ ມ໋ອກເທ໋ວ.

      ອຸປະກອນສໍາລັບວຽກແມ່ບ້ານ ແລະ ເຄົາເຕີໃນການຕ້ອນຮັບລູກຄ້າ.

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:

      ຮູ້ນໍາໃຊ້ວັດສະດຸອຸປະກອນໃນກາຍປຸງແຕ່ງອາຫານ, ຮູ້ຈັກໂພສະນາການອາຫານ, ຮູ້ການປະກອບທຸລະກິດຂະໝາດນ້ອຍ, ຮູ້ສິນລະປະໃນການບໍລິການ.

      ສາມາດປຸງແຕ່ງອາຫານຄາວ-ຫວານເປັນ, ເຮັດເຄື່ອງດືມເພື່ອສຸຂະພາບ.

      ສາມາດຈັດດອກໄມ້ ແລະ ຕົກແຕ່ງດອກໄມ້ໃນງານຕ່າງໆ.

      ແກະສະຫລັກຜັກ ແລະ ໝາກໄມ້ເປັນລາຍຕ່າງໆ.

      ຫຍິບງ່າບາສີ, ໝາກເບັງ ແລະ ລາຍຕ່າງໃນວຽກງານໃບຕອງ.

      ມີຄວາມຮູ້ທາງດ້ານການປູຕຽງ, ອານາໄມຫ້ອງພັກຈັດ ແລະ ຕົກແຕ່ງຫ້ອງພັກໃຈຮູບແບບຕ່າງໆ, ເສີບອາຫານໃຫ້ລູກຄ້າໄດ້ຖືກວິທີ, ຕ້ອນຮັບແຂກໄດ້ຖືກຕ້ອງໃນເວລາແຂກມາໃຊ້ບໍລິການ, ພັບຜ້າເຊັດປາກເປັນລາຍຕ່າງໆ, ການຈັດໂຕະອາຫານໃນຮູບແບບຕ່າງໆ, ການຈັດອາຫານໃນງານລ້ຽງ.

       ສາມາດປະກອບອາຊີບເປັນພະນັກງານໃນຮ້ານອາຫານ ຫຼື ໂຮງແຮມໄດ້.

       ສາມາດເປີດຮ້ານອາຫານເປັນຂອງຕົນເອງໄດ້.

ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ສາມາດເຂົ້າໄປໃນເວໄຊຂອງວິທະຍາໄລ ແລ້ວດາວໂຫລເອົາແບບຄໍາຮ້ອງຂໍສະໝັກ .
  • ຂັ້ນຕອນທີ 2: ປະກອບແບບຟອມໃຫ້ຖືກຕ້ອງ ແລະ ສົມບູນ.
  •  ຂັ້ນຕອນທີ 3: ເຂົ້າມາຍື່ນແບບຟອມສໍາພາດທີ່ວິໄລທະຍາໄລ.
  • ຂັ້ນຕອນທີ 4: ເຂົ້າສໍາພາດໃນສາຂາທີ່ກ່ຽວຂ້ອງ.
ເອກະສານປະກອບການສະໝັກຮຽນມີ:
  1. ໃບຄໍາຮ້ອງສະໝັກຂໍເຂົ້າຮຽນ 1 ຊຸດ
  2. ຮູບ 3×4 ຈໍານວນ 3 ໃບ (ຖ່າຍບໍ່ເກີນ 3 ເດືອນ)
  3.  ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ       
  4. ປື້ມສໍາມະໂນຄົວ (ສະບັບກ໋ອບປີ້)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping