ວິທະຍາໄລ ວຽງຈັນ ພັດທະນາອາຊີບ (ພາກເອກະຊົນ) – ອາຫານ ແລະ ການໂຮງແຮມ (ຊັ້ນຕົ້ນ, ຊັ້ນກາງ) – ລາຍລະອຽດ
August 11, 2020 2020-08-11 7:28ວິທະຍາໄລ ວຽງຈັນ ພັດທະນາອາຊີບ (ພາກເອກະຊົນ) – ອາຫານ ແລະ ການໂຮງແຮມ (ຊັ້ນຕົ້ນ, ຊັ້ນກາງ) – ລາຍລະອຽດ
ອາຫານ ແລະ ການໂຮງແຮມ (ຊັ້ນຕົ້ນ, ຊັ້ນກາງ)
ຄວາມໝາຍ ແລະ ຄວາມສຳຄັນ :
ການຮຽນ ໃນລະດັບປະກາສະນິຍະບັດ ວິຊາຊີບຊໍານານງານ ໃນສາຂາວິຊາ ບໍລິຫານການໂຮງແຮມ ແມ່ນແນ່ໃສ່ ກໍ່ສ້າງກຳລັງແຮງງານ ໃຫ້ມີຄວາມຮູ້ ຄວາມສາມາດທາງດ້ານ ການ ບໍລິຫານໂຮງແຮມ ໃຫ້ມີສີມື, ມີຄວາມຊໍານານອັນແນ່ນອນ ເພື່ອສາມາດປະກອບການ ໃນບໍລິສັດ, ຮ້ານອາຫານຕ່າງໆ, ໂຮງຈັກ-ໂຮງງານ, ໂຮງແຮມ ແລະ ບ້ານພັກ, ປະກອບທຸລະກິດ ຫຼື ກິດຈະການທີ່ເປັນຂອງຕົນເອງ ໃນສາຂາວິຊາສະເພາະຕ່າງໆ.
ຈຸດປະສົງ :
ສ້າງໃຫ້ຜູ້ຮຽນ ມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານການປຸງແຕ່ງອາຫານ ກົງກັບມາດຕະຖານອາຊີບສາມາດນຳໄປປະຕິບັດວຽກງານ ຕາມວິຊາສະເພາະທີ່ໄດ້ຮຽນມາ ຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການ ຂອງຕະຫຼາດແຮງງານ; ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດວຽກງານ ດ້ານວິຊາສະເພາະ ຕາມລະດັບທີ່ຕົນເອງຮຽນຈົບ; ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ລະດັບ ແລະສັດສ່ວນຈັດການຮຽນ ການສອນ :
- ລະດັບຫຼັກສູດ 1, ຮຽນທິດສະດີ 10%, ພາກປະຕິບັດ 90%, ໄລຍະເວລາຮຽນ 3-6 ເດືອນ, ລະດັບວຸດທິ ວິຊາຊີບຂັ້ນພື້ນຖານ
- ລະດັບຫຼັກສູດ 2, ຮຽນທິດສະດີ 15%, ພາກປະຕິບັດ 85%, ໄລຍະເວລາຮຽນ 1 ປີ, ລະດັບວຸດທິ ວິຊາຊີບເຄິ່ງຊໍານານງານ
- ລະດັບຫຼັກສູດ 3, ຮຽນທິດສະດີ 20%, ພາກປະຕິບັດ 80%, ໄລຍະເວລາຮຽນ 2 ປີ, ລະດັບວຸດທິ ວິຊາຊີບຊໍານານງານ
- ລະດັບຫຼັກສູດ 4, ຮຽນທິດສະດີ 30%, ພາກປະຕິບັດ 70%, ໄລຍະເວລາຮຽນ 2-3 ປີ, ລະດັບວຸດທິ ວິຊາຊີບຊັ້ນກາງ
- ລະດັບຫຼັກສູດ 5, ຮຽນທິດສະດີ 40%, ພາກປະຕິບັດ 60%, ໄລຍະເວລາຮຽນ 3 ປີ, ລະດັບວຸດທິ ວິຊາຊີບຊັ້ນສູງ
ສະຖານທີ່ປະຕິບັດ ຝຶກງານພາຍນອກ :
ສະຖານອາຊີວະສຶກສາ, ສະຖານປະກອບການເຊັ່ນ ໂຮງແຮມ,ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ…
ເງື່ອນໄຂຜູ້ເຂົ້າຮຽນບກ່ຽວຂ້ອງ :
ຜູ້ເຂົ້າຮຽນ ຕ້ອງມີສຸຂະພາບແຂງແຮງດີ ແລະ ເໝາະສົມກັບອາຊີບກ່ຽວຂ້ອງ: ກ. ຜູ້ທີ່ຈະເຂົ້າຮຽນ ຫຼັກສູດວິຊາຊີບຂັ້ນພື້ນຖານ ລະດັບ 1 ຕ້ອງມີຄວາມສະໝັກໃຈ, ອ່ານອອກຂຽນເປັນ, ຮຽນຈົບຊັ້ນປະຖົມສຶກສາ ຫຼື ທຽບເທົ່າ; ຂ. ຜູ້ທີ່ຈະເຂົ້າຮຽນຫຼັກສູດວິຊາຊີບເຄິ່ງຊຳນານງງານ ລະດັບ 2 ຕ້ອງຈົບປະຖົມສຶກສາ ຫຼື ທຽບເທົ່າຂຶ້ນໄປ, ຈົບວິຊາຊີບ ຂັ້ນພື້ນຖານ ລະດັບ 1 ວິຊາສະເພາະທີ່ກ່ຽວຂ້ອງ, ຈົບວິຊາຊີບຂັ້ນພື້ນຖານຂອງການສຶກສານອກໂຮງຮຽນ; ຄ. ຜູ້ທີ່ຈະເຂົ້າຮຽນ ຫຼັກສູດວິຊາຊີບ ຊຳນານງານ ລະດັບ 3 ຕ້ອງຈົບວິຊາຊີບເຄິ່ງຊຳນານງານລະດັບ 2 ວິຊາສະເພາະທີ່ກ່ຽວຂ້ອງ, ຈົບມັດທະຍົມສຶກສາມໍຕົ້ນ ຫຼືທຽບເທົ່າຂຶ້ນໄປ; ງ. ຜູ້ທີ່ຈະເຂົ້າຮຽນຫຼັກສູດວິຊາຊີບຊັ້ນກາງລະດັບ 4 (9+3) ຕ້ອງຈົບຊັ້ນມັດທະຍົມມໍຕົ້ນ ຫຼື ທຽບເທົ່າຂຶ້ນໄປ, ຮຽນຈົບຫຼັກສູດວິຊາຊີບຊຳນານງານ ລະດັບ 3 ວິຊາສະເພາະທີ່ກ່ຽວຂ້ອງ; ຈ. ຜູ້ທີ່ຈະເຂົ້າຮຽນຫຼັກສູດວິຊາຊີບຊັ້ນກາງ ລະດັບ 4 (12+2) ຕ້ອງຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ ຂຶ້ນໄປ; ສ. ຜູ້ເຂົ້າຮຽນ ຫຼັກສູດວິຊາຊີບຊັ້ນສູງ (1 ຫາ 2 ປີ) ຕ້ອງຮຽນຈົບຫຼັກສູດວິຊາຊີບ ຊັ້ນກາງ ລະດັບ 4 ດ້ານວິຊາສະເພາະທີ່ກ່ຽວຂ້ອງ; ຊ. ຜູ້ທີ່ຈະເຂົ້າຮຽນຫຼັກສູດວິຊາຊີບ ຊັ້ນສູງ (3 ປີຂຶ້ນໄປ) ຕ້ອງຈົບຊັ້ນມັດທະຍົມປາຍ ຫຼືທຽບເທົ່າຂຶ້ນໄປ.
ວິຊາທີ່ກ່ຽວຂ້ອງ :
1) ຫຼັກສູດວິຊາຊີບຊັ້ນຕົ້ນລະດັບໜຶ່ງ ແມ່ນຫຼັກສູດວິຊາຊີບຂັ້ນພື້ນຖານ ປະກອບມີວິຊາຮຽນຄື: ການແຕ່ງອາຫານລາວ ເຊັ່ນ ເຮັດລາບປາຕອງ, ເຮັດກ້ອຍ, ເຮັດເອາະ, ເຮັດແກງໜໍ່ໄມ້… ການເຮັດເຂົ້າໜົມ ເຊັ່ນ ເຮັດເຂົ້າໜົມຕະໂກ້, ເຂົ້າໜົມສັງຂະຫຍາ ແລະ ອື່ນໆ…; 2) ຫຼັກສູດວິຊາຊີບຊັ້ນຕົ້ນ ລະດັບສອງ ແມ່ນຫຼັກສູດວິຊາຊີບເຄິ່ງຊຳນານງານ ປະກອບມີວິຊາຮຽນຄື: ການຮັກສາຄວາມສະອາດໂພສະນາການ, ປຸງແຕ່ງອາຫານລາວ ເຊັ່ນ ເຮັດຍຳສະລັດລາວ, ຜັດເຜັດ, ໝົກປາ…, ປຸງແຕ່ງອາຫານສາກົນ ເຊັ່ນ ເຮັດສະເຕັກ, ແຊນວິດ, ຊູຊິ… ປຸງແຕ່ງປະເພດຂອງຫວານ ເຊັ່ນ ເຮັດນໍ້າຫວານບົວລອຍ, ວຸ້ນກະທິ, ເຂົາໜົມໜ້າແຕກ ແລະ ແກະສະລັກໝາກໄມ້ ເຊັ່ນ ລາຍໃບໄມ້, ລາຍດອກຄ່າ, ລາຍດອກກຸຫຼາບ ແລະ ອື່ນໆ…; 3) ຫຼັກສູດວິຊາຊີບຊັ້ນຕົ້ນລະດັບສາມ ແມ່ນ ຫຼັກສູດວິຊາຊີບ ຊຳນານງານ (ກໍາລັງຢູ່ໃນການພັດທະນາຫຼັດສູດ) 4) ຫຼັກສູດວິຊາຊີບຊັ້ນກາງ ລະດັບສີ່ ປະກອບດ້ວຍວິຊາຮຽນຄື: ທັກສະທຸລະກິດໃນໂຮງແຮມ, ຄວາມຮູ້ກ່ຽວກັບທຸລະກິດພື້ນຖານ, ທັກສະແບບມືອາຊີບ, ແກ້ໄຂບັນຫາ, ບໍລິການລູກຄ້າ, ພື້ນຖານກ່ຽວກັບການທ່ອງທ່ຽວ, ພາສາອັງກິດການໂຮງແຮມ ແລະ ທ່ອງທ່ຽວ, ບົດບາດຍິງ-ຊາຍ, ປຸງແຕ່ງອາຫານລາວ, ປຸງແຕ່ງອາຫານສາກົນ ,ປຸງແຕ່ງປະເພດຂອງຫວານ, ບໍລິການອາຫານ-ເຄື່ອງດຶ່ມ ເຊັ່ນ ນໍ້າປັ່ນໝາກໄມ້ ແລະ ອື່ນໆ…, 5) ຫຼັກສູດວິຊາຊີບຊັ້ນສູງ ລະດັບຫ້າ ປະກອບດ້ວຍວິຊາຮຽນຄື: ການປຸງແຕ່ງອາຫານລາວ, ປຸງແຕ່ງອາຫານສາກົນ, ປຸງແຕ່ງປະເພດຂອງຫວານ, ປຸງແຕ່ງເຄື່ອງດຶ່ມ, ການບໍລິ ການອາຫານ-ເຄື່ອງດຶ່ມ ແລະ ແກະສະລັກ ອື່ນໆ…
ນະໂຍບາຍຕ່າງໆ:
ສໍາລັບນັກຮຽນທີ່ເຂົ້າຮຽນໃນຫຼັກສູດ ລະດັບຊັ້ນຕົ້ນ ແລະ ຊັ້ນກາງ ສາຂາອາຊີບນີ້ ທີ່ເປັນບຸລິມະສິດ ຂອງໂຄງການຊ່ວຍເຫຼືອລ້າ ແມ່ນໄດ້ຮັບທຶນຮຽນຟຼີ ຫຼື ນັກຮຽນທີ່ມາຕາມແຜນແບ່ງປັນ ໃນສາຂາວິຊາ ຊຶ່ງເປັນບູລິມະສິດຂອງລັດຖະບານ ແມ່ນຈະໄດ້ຮັບເບ້ຍລ້ຽງ ແລະບໍ່ໄດ້ຈ່າຍຄ່າຮຽນ.
ຄວາມຮູ້ ແລະທັກສະພາຍຫຼັງການຮຽນຈົບ :
ພາຍຫຼັງຮຽນຈົບສາຂາອາຊີບນີ້ ຜູ້ຮຽນຈະໄດ້ມີຄວາມຮູ້ ແລະ ທັກສະໃນການຮັກສາ ຄວາມປອດໄພ, ຮູ້ວິທີນຳໃຊ້ເຄື່ອງມື ແລະ ອຸປະກອນຕ່າງໆ, ມີຄວາມອົນທົນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່, ປຸງແຕ່ງອາຫານລາວ ແລະ ອາຫານສາກົນ ທີ່ມີລົດຊາດແຊບ, ເຂົ້າໜົມລາວ, ເຂົ້າໜົມສາກົນ, ແກະສະລັກໝາກໄມ້, ບໍລິການອາຫານ ແລະ ເຄື່ອງດື່ມ, ມີຄວາມຮູ້ໃນການບໍລິຫານງານຮ້ານອາຫານ, ແກ້ໄຂບັນຫາໄດ້, ມີແນວຄິດໃນທາງວິເຄາະ, ສື່ສານຢ່າງມີປະສິດທິພາບ ແລະ ການເຮັດວຽກເປັນທີມ, ມີທັດສະນະຄະຕິທີ່ດີ, ທ່າທາງ ແລະ ການປະພຶດແບບມືອາຊີບ ທີ່ຈະນໍາໄປສູ່ການບໍລິການທີ່ດີເລີດ.
ວີທີສະໝັກຮຽນ
ຂັ້ນຕອນທີ 1 ກອກຂໍ້ມູນຜູ້ສະໝັກ
ຕາມການລາຍງານຂອງສຳນັກຂ່າວສະກາຍສະປອດສື່ດັງແຫ່ງອັງກິດໃຫ້ຮູ້ວ່າ: ຄະນະຜູ້ບໍລິຫານສະມາຄົມບານເຕະລະຫວ່າງປະເທດ IFAB ໄດ້ອອກກົດການແຂ່ງຂັນ ອະນຸຍາດໃຫ້ມີການປ່ຽນຕົວສຳຮອງໄດ້ 5 ຄົນຕໍ່ໜື່ງເກມການແຂ່ງຂັນຈົນຈົບລະດູການໜ້າ (2020-2021) ເພາະວ່າໃນລະດູການນີ້ລີກບານເຕະທົ່ວໂລກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຕ້ອງໄດ້ຢຸດການແຂ່ງຂັນ
ຂັ້ນຕອນທີ 2 ເລືອກສາຂາທີ່ຕ້ອງການສະໝັກ
ຕາມການລາຍງານຂອງສຳນັກຂ່າວສະກາຍສະປອດສື່ດັງແຫ່ງອັງກິດໃຫ້ຮູ້ວ່າ: ຄະນະຜູ້ບໍລິຫານສະມາຄົມບານເຕະລະຫວ່າງປະເທດ IFAB ໄດ້ອອກກົດການແຂ່ງຂັນ ອະນຸຍາດໃຫ້ມີການປ່ຽນຕົວສຳຮອງໄດ້ 5 ຄົນຕໍ່ໜື່ງເກມການແຂ່ງຂັນຈົນຈົບລະດູການໜ້າ (2020-2021) ເພາະວ່າໃນລະດູການນີ້ລີກບານເຕະທົ່ວໂລກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອໄວຣັສໂຄວິດ-19 ຕ້ອງໄດ້ຢຸດການແຂ່ງຂັນ
ຂັ້ນຕອນທີ 3 ພິມໃບສະໝັກ

ຂັ້ນຕອນທີ 4 ຢື່ນໃບສະໝັກ