ໂຮງຮຽນເຕັກນິກ-ວິຊາຊີບ ແຂວງບໍ່ແກ້ວ – ສາຂາ ປຸງແຕ່ງອາຫານ-ການບໍລິການເຄື່ອງດື່ມ – ລາຍລະອຽດ

ສາຂາ ປຸງແຕ່ງອາຫານ-ການບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານ ແລະ ເຄື່ອງດື່ມ ໃຫ້ກົງກັບມາດຕະຖານອາຊີບສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
      1.     ການເມືອງ
      2.     ການສື່ສານເປັນພາສາອັງກິດ
      3.     ວັດທະນາທໍາລາວ
      4.     ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
      5.     ການນຳໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
      6.     ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
      7.     ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທຽ່ວ ແລະ ການບໍລິການ
      8.     ການນໍາໃຊ້ອຸປະກອນສື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
      9.     ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
      10. ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
      11. ພາສາອັງກິດສໍາລັບການໂຮງແຮມ ແລະ ການທ່ອງທ່ຽວ
      12. ການປະກອບທຸລະກິດສໍາລັບອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
      13. ການແນະນໍາກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
      14. ການກະກຽມ ແລະ ການປຸງແຕ່ງອາຫານລາວ
      15. ການບໍລິການອາຫານ ແລະ ເຄື່ອງດື່ມ
      16. ການກະກຽມເຂົ້າຈີ່, ເຄັກ, ເຂົ້າໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ
      17. ການດໍາເນີນການປຸງແຕ່ງອາຫານ
      18. ການວາງແຜນບໍລິການຈັດສົ່ງອາຫານ ແລະ ການຈັດງານລ້ຽງ
      19. ການບໍລິການເຄື່ອງດື່ມໃນບາເຫຼົ້າ
      20. ທິດສະດີບົດລາຍງານທ້າຍການສຶກສາ
      21. ຝຶກງານ 16 ອາທິດ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

  • ມີສະຫວັດດີການຂອງໂຮງຮຽນໃນເວລາເຈັບເປັນ ຫຼື ນອນໂຮງໝໍ.

ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກຍິງ-ຊາຍ.
  • ມີອຸປະກອນຮັບໃຊ້ໃນພາກປະຕິບັດເຊັ່ນ: ອຸປະກອນການປຸງແຕ່ງອາຫານ, ອຸປະກອນຫ້ອງໂຮງແຮມຈໍາລອງ ແລະ ອຸປະກອນສຳລັບການບໍລິການອາຫານ-ເຄື່ອງດື່ມ.
  • ມີປື້ມຄູ່ມືສຳລັບນັກສຶກສາ
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດແນະນຳກ່ຽວກັບຫຼັກພື້ນຖານໃນການປຸງແຕ່ງອາຫານ.

  • ຮູ້ກະກຽມ ແລະ ປຸງແຕ່ງອາຫານລາວ ແລະ ອາຫານສາກົນ.

  • ສາມາດດຳເນີນການປຸງແຕ່ງອາຫານໄດ້.

  • ສາມາດວາງແຜນບໍລິການຈັດສົ່ງອາຫານ ແລະ ການຈັດງານລ້ຽງ.

  • ສາມາດໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ.

  • ຮູ້ວິທີກະກຽມເຂົ້າຈີ່, ເຄັກ, ເຂົ້າໜົມອົບ ແລະ ອາຫານຫວານຂັ້ນພື້ນຖານ.

  • ສາມາດປະກອບອາຊີບຢູ່ຕາມຮ້ານອາຫານ ຫຼື ໂຮງແຮມໄດ້.
  • ສາມາດເປີດຮ້ານອາຫານເປັນຂອງຕົນເອງ
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ແບບຟອມສະໝັກເຂົ້າຮຽນນຳພະແນກກິດຈະການນັກສຶກສາ.

  • ຂັ້ນຕອນທີ 2: ປະກອບແບບຟອມຕາມເອກະສານທີ່ກຳນົດ

  • ຂັ້ນຕອນທີ 3: ຫຼັງຈາກປະກອບແບບຟອມແລ້ວໄປຢື່ນເອະສານນຳຄະນະຮັບຜິດຊອບສຳພາດເຂົ້າຮຽນ.

  • ຂັ້ນຕອນທີ 4: ສົ່ງໃບນຳສົ່ງ ແລະ ສະເໜີຕົວນໍາພະແນກວິຊາສະເພາະທີ່ກ່ຽວຂ້ອງ.

ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ   
  2. ໃບຄະແນນຂອງແທ້
  3. ໃບຢັ້ງຢືນທີ່ຢູ່ ຫຼື ບັດປະຈໍາຕົວ ຫຼື ສໍາມະໂນຄົວ
  4. ຊີວະປະຫວັດຫຍໍ້
  5. ຮູບຖ່າຍຂະໜາດ 3×4 ຈໍານວນ 6 ໃບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping