ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ – ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ – ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ແນໃສ່ເພື່ອກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີລະດັບທາງດ້ານສີມືທີ່ເໝາະສົມ ແລະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ຄວາມກ້າວໜ້າທາງດ້ານເຕັກໂນໂລຊີເພື່ອພັດທະນາຕົນເອງ ເສດທະກິດສັງຄົມ ແລະ ປະເທດຊາດ.

  • ເພື່ອສົ່ງເສີມໃຫ້ສະຖານປະກອບການໄດ້ນຳໃຊ້ຊັບພະຍາກອນມະນຸດທີ່ມີລະດັບທາງດ້ານສີມື, ປັບປຸງວຽກງານຂອງຕົນເອງໃຫ້ເກີດມີປະສິດທິພາບດີ, ທັງປະຢັດ ແລະ ເກີດປະໂຫຍດສູງສຸດ.

  • ເພື່ອພັດທະນາປະກອບອາຊີບໃຫ້ມີຄຸນນະທຳ, ຈະລິຍະທຳ, ເຈດຕະນາທຳ ແລະ ມີວິໄນທີ່ດີ.

  • ສ້າງໃຫ້ຮູ້ຈັກຮັກອາຊີບ, ມີແນວຄິດສ້າງສັນ, ມີພາລະນາໄມ,ບຸກຄະລິພາບແລະ ທັງໃຫ້ຮູ້ຈັກຄວາມສວຍສົດງົດງາມ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.     ການເມືອງ
  2.     ພາສາອັງກິດ
  3.     ຄະນິດສາດ
  4.     ເຄມີສາດ
  5.     ພາສາລາວ
  6.     ການນໍາໃຊ້ຄອມພິວເຕີ
  7.     ໂພຊະນາການອາຫານ
  8.     ມະນຸດສໍາພັນ
  9.     ຄວາມສະອາດ ແລະ ສຸຂະອະນາໄມ
  10. ສິລະປະການໃຫ້ບໍລິການ
  11. ທຸລະກິດຂະໜາດນ້ອຍ
  12. ວັດສະດຸອຸປະກອນ
  13. ພາສາອັງກິດສະເພາະ
  14. ປຸງແຕ່ງອາຫານຄາວ
  15. ປຸງແຕ່ງອາຫານຫວານ
  16. ການເຮັດເຄື່ອງດື່ມ
  17. ແກະສະຫຼັກຜັກ ແລະ ໝາກໄມ້
  18. ຕົບແຕ່ງດອກໄມ້
  19. ວຽກໃບຕອງ
  20. ການຖະໜອມອາຫານ
  21. ການບໍລິການອາຫານ ແລະ ເຄື່ອງດື່ມ
  22. ການຈັດງານລ້ຽງ
  23. ວຽກແມ່ບ້ານ
  24. ການຫຍິບກະໂປ່ງໂຕະ
  25. ຝຶກງານ 18 ອາທິດ
ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ເປັນນັກສຶກສາໃນແຜນ(ບໍ່ແມ່ນພະນັກງານມາຮຽນຕໍ່)ຈະໄດ້ຮັບເບ້ຍລ້ຽງ.

  • ນະໂຍບາຍເຈັບເປັນ ແລະ ເສຍຊີວິດ

ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກ, ຫ້ອງຮຽນ, ຫ້ອງຝຶກງານ
  • ອຸປະກອນຮັບໃຊ້ການຮຽນ-ການສອນ
  • ງົບປະມານຮັບໃຊ້ພາກປະຕິບັດໃນການຊື້ວັດຖຸດິບ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ມີຄວາມອົດທົນ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່.

  • ມີຄວາມຊື່ສັດສຸດຈະລິດຕໍ່ຕົນເອງ, ໝູ່ເພື່ອນ ແລະ ເປັນເຈົ້າການໃນການປົກປັກຮັກສາຄວາມປອດໄພທັງຊີວິດ, ຊັບສິນຂອງສ່ວນລວມ ແລະ ສ່ວນຕົວ.

  • ມີທັກສະໃນການເຮັດວຽກ ແລະ ໃຫ້ບໍລິການ.

  • ສາມາດແກ້ໄຂບັນຫາຕ່າງໆໄດ້.

  • ສາມາດປະກອບອາຊີບຢູ່ຮ້ານອາຫານ ຫຼື ໂຮງແຮມໄດ້.
  • ສາມາດເປີດທຸລະກິດເປີດຮ້ານອາຫານເປັນຂອງຕົນຂອງຕົນເອງໄດ້.
  • ສາມາດປຸງແຕ່ງອາຫານຄາວ ແລະ ຫວານໄດ້.
  • ຮູ້ຈັກວິທີການປຸງແຕ່ງເຄື່ອງດື່ມດ້ວຍສູດຕ່າງໆ.
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ຄໍາຮ້ອງສະໝັກເຂົ້າຮຽນ.
  • ຂັ້ນຕອນທີ 2: ປະກອບເອກະສານຕິດຂັດຕາມຂໍ້ແນະນໍາ (ໃບປະກາດຈົບສາມັນ, ໃບຄະແນນ, ໃບຢັ້ງຢືນທີ່ຢູ່, ໃບຢັ້ງຢືນສຸຂະພາບ, ໃບແຈ້ງໂທດ, ຮູບ3×4 ບໍ່ກາຍ 3 ເດືອນ ຈໍານວນ 3 ໃບ).
  • ຂັ້ນຕອນທີ 3: ສໍາພາດດ້ວຍຕົນເອງໃນສາຂາທີ່ຕົນເອງສະໝັກຮຽນ.
  • ຂັ້ນຕອນທີ 4: ລໍຖ້າຜົນຂອງການສໍາພາດ ເພື່ອກະກຽມເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1.  ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ     
  2. ໃບຄະແນນ
  3. ໃບຢັ້ງຢືນທີ່ຢູ່
  4. ໃບແຈ້ງໂທດ(ບໍ່ເກີນ 3 ເດືອນ)
  5. ໃບຢັ້ງຢືນສຸຂະພາບ
  6. ຮູບຖ່າຍຂະໜາດ 3×4 ຈໍານວນ 3 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping