ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມນໍ້າ ຫຼວງພະບາງ – ສາຂາ ປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ – ລາຍລະອຽດ

ສາຂາ ປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານການປຸງແຕ່ງອາຫານ ແລະ ບໍລິການ ໃຫ້ກົງກັບມາດຕະຖານອາຊີບ ສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະທີ່ໄດ້ຮຽນມາຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານທາງດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເມືອງ
  2. ການສື່ສານເປັນພາສາອັງກິດ
  3. ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  4. ພາສາອັງກິດສຳລັບການໂຮງແຮມ ແລະ ການທ່ອງທ່ຽວ
  5. ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  6. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທ່ຽວ ແລະ ບໍລິການ
  7. ແກະສະຫຼັກ
  8. ການແນະນຳກ່ຽວກັບຫຼັກພື້ນຖານໃນການປຸງແຕ່ງອາຫານ
  9. ກະກຽມ ແລະ ການປຸງແຕ່ງອາຫານລາວ
  10. ການບໍລິການອາຫານ ແລະ ເຄື່ອງດື່ມ
  11. ແກະສະຫຼັກ
  12. ຄອມພີວເຕີ
  13. ການກະກຽມເຂົ້າຈີ່, ເຄັກ, ເຂົ້າໜົມປະເພດອົບ ແລະ ອາຫານຫວານ
  14. ການດຳເນີນການປຸງແຕ່ງອາຫານ
  15. ການວາງແຜນບໍລິການຈັດສົ່ງອາຫານ ແລະ ຈັດງານລ້ຽງ
  16. ການບໍລິການເຄື່ອງດື່ມໃນບາເຫຼົ້າ
  17. ລົງຝຶກງານ
ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ເຂົ້າມາຮຽນໃນໂຮງຮຽນຂອງພວກເຮົາຈະໄດ້ຮັບເງິນເບ້ຍລ້ຽງຈາກທາງລັດຖະບານສະໜັບສະໜຸນ.

  • ນະໂຍບາຍທາງດ້ານການເຈັບເປັນໃຫ້ນັກສຶກສາ.

  • ນະໂຍບາຍສະຫວັດດີການເສຍຊີວິດ.

  • ນັກສຶກສານ້ອງໃດທີ່ນອນໃນຫໍພັກໃນ ແລະ ປະກອບຊ່ວຍວຽກໃນຫໍພັກເປັນປ້ອງກັນຂອງໂຮງຮຽນຈະມີນະໂຍບາຍບໍ່ໃຫ້ເສຍຄ່າຫໍພັກ.

ສິ່ງອໍານວຍຄວາມສະດວກ:

  ມີຫໍພັກໃຫ້ນັກສຶກສາທັງຍິງ ແລະ ຊາຍ

  ມີຫ້ອງອາຫານໃຫ້

  ມີຫ້ອງຄົວແຕ່ງກິນ

  ມີຫ້ອງຮຽນຄອມພີວເຕີ

  ມີຫ້ອງສະໝຸດ

  ມີເດີນກິລາ

  ສະຖານທີປະຕິບັດ ແລະ ລົງຝຶກງານພາຍນອກ

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ

  • ກະກຽມ ແລະ ປຸງແຕ່ງອາຫານລາວ

  • ສາມາດດຳເນີນການປຸງແຕ່ງອາຫານ

  • ຮູ້ວາງແຜນບໍລິການຈັດສົ່ງອາຫານ ແລະ ການຈັດງານລ້ຽງ

  • ສາມາດບໍລິການອາຫານ ແລະ ເຄື່ອງດື່ມໄດ້

  • ຮູ້ວິທີການກະກຽມເຂົ້າຈີ່, ເຄັກ, ເຂົ້າໜົມປະເພດອົບ ແລະ ອາຫານຫວານ

  • ຮູ້ການໃຫ້ບໍລິການເຄື່ອງດື່ມໃນບາເຫຼົ້າ

  • ສາມາດປະກອບອາຊີບຢູ່ຮ້ານອາຫານ ຫຼື ໂຮງແຮມໄດ້.
  • ສາມາດເຮັດທຸລະກິດເປີດຮ້ານອາຫານເປັນຂອງຕົນເອງໄດ້.
ວິທີສະໝັກຮຽນ

          ຂັ້ນຕອນທີ 1: ຊື້ແບບຟອມການສະໝັກເຂົ້າຮຽນ.

          ຂັ້ນຕອນທີ 2: ຕື່ມຂໍ້ມູນໃສ່ແບບຟອມໃຫ້ຄົບຖ້ວນ (ເອກະສານປະກອບການສະໝັກມີ: ຊີວະປະຫວັດຫຍໍ້, ໃບປະກາດ, ໃບຄະແນນ, ປື້ມສໍາມະໂນຄົວ).

          ຂັ້ນຕອນທີ 3: ເອົາແບບຟອມເຂົ້າມາຍື່ນທີ່ໂຮງຮຽນ ແລະ ສອບສໍາພາດ.

ເອກະສານປະກອບການສະໝັກຮຽນມີ:
  1. ໃບຄໍາຮ້ອງຂໍເຂົ້າສໍາພາດ
  2. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  3. ຮູບຂະໜາດ 3×4 (ຖ່າຍບໍ່ເກີນ 3 ເດືອນ) ຈໍານວນ 3 ໃບ
  4. ປື້ມສໍາມະໂນຄົວ ຫຼື ບັດປະຈໍາຕົວ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping