ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຊຽງຂວາງ ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ – ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການກົງກັບມາດຕະຖານອາຊີບ ເພື່ອນໍາໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:

  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ວັດທະນາທໍາລາວ
  3.   ການສື່ສານເປັນພາສາອັງກິດ
  4.   ການນໍາໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
  5.   ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6.   ພາສາອັງກິດສໍາລັບການໂຮງແຮມ ແລະ ການທ່ອງທ່ຽວ
  7.   ການປະກອບທຸລະກິດສໍາລັບອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  8.   ການນໍາໃຊ້ອຸປະກອນສື່ສານສໍາລັບການທ່ອງທ່ຽວ ແລະການບໍລິການທ່ອງທ່ຽວ
  9.   ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  10. ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອານາໄມໃນບ່ອນເຮັດວຽກ
  11. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  12. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກໍາການທ່ອງທ່ຽວ ແລະ ບໍລິການ
  13. ການແນະນໍາກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
  14. ການກະກຽມ ແລະ ການປຸງແຕ່ງອາຫານລາວ
  15. ການດໍາເນີນການປຸງແຕ່ງອາຫານ
  16. ການວາງແຜນບໍລິການຈັດສົ່ງອາຫານ ແລະ ການຈັດງານລ້ຽງ
  17. ການບໍລິການອາຫານ ແລະເຄື່ອງດື່ມ
  18. ການກະກຽມເຂົ້າຈີ່, ເຄັກ, ຂະໜົມປະເພດອົບ ແລະອາຫານຫວານຂັ້ນພື້ນຖານ
  19. ການບໍລິການເຄື່ອງດື່ມໃນບາເຫຼົ້າ
ນະໂຍບາຍຕ່າງໆ:
  • ສຳລັບນັກຮຽນຜູ້ທີມີໃບຢັ້ງຢືນຈາກບ້ານ ແລະ ວ່າເປັນຄອບຄົວທີ່ທຸກຍາກແມ່ນຈະບໍ່ໄດ້ເສຍຄ່າທຳນຽມ
  • ມີນະໂຍບາຍໃຫ້ຜູ້ທີ່ຊ່ວຍວຽກໂຮງຮຽນເຊັ່ນວ່າ: ເປັນປ້ອງກັນໂຮງຮຽນຈະຖືກຍົກເວັ້ນຄ່າຮຽນ ແລະ ໄດ້ຮັບນະໂຍບາຍອື່ນເພີ່ມນຳ
  • ນັກຮຽນຜູ້ທີ່ເຈັບເປັນນອນໂຮງໝໍ ຫຼື ວ່າຜ່າຕັດຕ່າງໆ ແມ່ນຈະໄດ້ຮັບນະໂຍບາຍຈາກໂຮງຮຽນຈຳນວນໜຶ່ງ:
ສິ່ງອໍານວຍຄວາມສະດວກ:
  • ໃນໂຮງຮຽນມີສະຖານທີ່ພັກເຊົາ (ຫໍພັກ-ຍິງຊາຍ).
  • ມີໂຮງຊ່າງໃນພາກປະຕິບັດ.
  • ມີສະຖານທີ່ຈອດລົດກ້ວາງຂວາງ, ມີໄຟຟ້າ, ນ້ຳປະປາ.
ຄວາມຮູ້ ແລະທັກສະພາຍຫຼັງການຮຽນຈົບ :

          ສາມາດແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ

          ຮູ້ວິທີກະກຽມ ແລະ ປຸງແຕ່ງອາຫານລາວ

          ສາມາດດຳເນີນການປຸງແຕ່ງອາຫານໄດ້

          ຮູ້ວາງແຜນບໍລິການຈັດສົ່ງອາຫານ ແລະ ຈັດງານລ້ຽງ

          ສາມາດກະກຽມເຂົ້າຈີ່, ເຄັກ, ຂະໝົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ

          ສາມາດປະກອບອາຊີບໃນຮ້ານອາຫານ ຫຼື ໂຮງແຮມໄດ້ ແລະ ສາມາດດໍາເນີນທຸລະກິດເປີດຮ້ານອາຫານເປັນຂອງຕົນເອງໄດ້

ວີທີສະໝັກຮຽນ
  • ຂັ້ນຕອນທີ 1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາໃຫ້ທາງໂຮງຮຽນກວດສອບຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ.
  • ຂັ້ນຕອນທີ 3: ຫາກເອກະສານຄົບຖ້ວນແລ້ວແມ່ນເຂົ້າສຳພາດເຂົ້າຮຽນໂດຍການທົດສອບ ຫຼື ຄັດເລືອກ ດ້ວຍການຂຽນ, ສຳພາດ ແລະ ທົດສອບດ້ານສີມືໂດຍມີຄະນະກຳມະການທີ່ຮັບການແຕ່ງຕັ້ງຢ່າງເປັນທາງການ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ໃບນໍາສົ່ງຈາກກົມກອງ(ກໍລະນີເປັນພະນັກງານ)
  3. ໃບຄະແນນ
  4. ຊີວະປະຫວັດ(ກໍລະນີເປັນພະນັກງານ)
  5. ຊີວະປະຫວັດນັກຮຽນ
  6. ໃບຢັ້ງຢືນທີ່ຢູ່
  7. ໃບຢັ້ງຢືນສຸຂະພາບ(ສໍາລັບນັກຮຽນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping