ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຊຽງຂວາງ ການປຸງແຕ່ງອາຫານ – ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ
ເວລາຮຽນ 4 ເດືອນ (ລະບົບ C1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ຄືການຮຽນຮູ້ວິທີການປຸງແຕ່ງອາຫານລາວໃຫ້ຖືກຕ້ອງ ແລະ  ແຊບຕາມແບບດັ້ງເດີມ, ຮູ້ຈັກປະຍຸກນໍາໃຊ້ວັດຖຸດິບຕ່າງໆໃນການປະກອບອາຫານ, ສຶກສາຫຼັກການ ຂັ້ນຕອນຕ່າງໆໃນການປຸງແຕ່ງ, ການກຽມວັດຖຸດິບປະເພດຕ່າງໆ ໂດຍໃສ່ໃຈເລື່ອງຄວາມສະອາດເປັນຫຼັກ. ການປຸງແຕ່ງອາຫານລາວມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການສືບທອດ ແລະ ຮັກສາວັດທະນະທຳໃນການເຮັດອາຫານລາວໃຫ້ເປັນເອກະລັກ ສາມາດນຳໃຊ້ເຂົ້າໃນການດຳລົງຊີວິດປະຈໍາວັນ ພ້ອມທັງສ້າງອາຊີບ ແລະ ລາຍຮັບໃຫ້ຕົນເອງ ແລະຄອບຄົວ ພ້ອມທັງສົ່ງເສີມ ວຽກງານການບໍລິການທາງດ້ານຂະແໜງການທ່ອງທ່ຽວ ໂຮງແຮມ ແລະ ຮ້ານອາຫານນຳອີກດ້ວຍ

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການກົງກັບມາດຕະຖານອາຊີບ ເພື່ອນໍາໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:

  • ຕ້ອງຮຽນຈົບປະຖົມຂື້ນໄປ
ວິຊາທີ່ກ່ຽວຂ້ອງ :
    1.   ການປຸງແຕ່ງອາຫານລາວ
    2.   ການປຸງແຕ່ງອາຫານສາກົນ
    3.   ວິທີການໃຫ້ບໍລິການ
    4.   ວິທີການຕົບແຕ່ງຈານອາຫານ ແລະ ການເຮັດເຂົ້າໝົມຫວານພື້ນບ້ານ
ນະໂຍບາຍຕ່າງໆ:
  • ສຳລັບນັກຮຽນຜູ້ທີມີໃບຢັ້ງຢືນຈາກບ້ານ ແລະ ວ່າເປັນຄອບຄົວທີ່ທຸກຍາກແມ່ນຈະບໍ່ໄດ້ເສຍຄ່າທຳນຽມ
  • ມີນະໂຍບາຍໃຫ້ຜູ້ທີ່ຊ່ວຍວຽກໂຮງຮຽນເຊັ່ນວ່າ: ເປັນປ້ອງກັນໂຮງຮຽນຈະຖືກຍົກເວັ້ນຄ່າຮຽນ ແລະ ໄດ້ຮັບນະໂຍບາຍອື່ນເພີ່ມນຳ
  • ນັກຮຽນຜູ້ທີ່ເຈັບເປັນນອນໂຮງໝໍ ຫຼື ວ່າຜ່າຕັດຕ່າງໆ ແມ່ນຈະໄດ້ຮັບນະໂຍບາຍຈາກໂຮງຮຽນຈຳນວນໜຶ່ງ:
ສິ່ງອໍານວຍຄວາມສະດວກ:
  • ໃນໂຮງຮຽນມີສະຖານທີ່ພັກເຊົາ (ຫໍພັກ-ຍິງຊາຍ).
  • ມີໂຮງຊ່າງໃນພາກປະຕິບັດ.
  • ມີສະຖານທີ່ຈອດລົດກ້ວາງຂວາງ, ມີໄຟຟ້າ, ນ້ຳປະປາ.
ຄວາມຮູ້ ແລະທັກສະພາຍຫຼັງການຮຽນຈົບ :
  • ສາມາດດຳເນີນການປຸງແຕ່ງອາຫານປະເພດຕ່າງໆເຊັ່ນ: ອາຫານປະເພດແກງ, ປະເພດປົ່ນ, ປະເພດປີ້ງ , ປະເພດຊຸບ (ລາວ), ປະເພດແຈ່ວ, ອາຫານປະເພດຂົ້ວ, ອາຫານປະເພດລາບ, ອາຫານປະເພດລວກ, ເຂົ້າໝົມຫວານ, ເຂົ້າໝົມເຄັມ, ອາຫານປະເພດເສັ້ນ (ເຂົ້າປຸ້ນ, ໝີ່ກະທິ, ສະເຕັກ).
  • ຮູ້ວິທີເກັບຮັກສາ ແລະ ອຸ່ນຄືນອາຫານປະເພດແກງຕາມຫຼັກອານາໄມ.
  • ສາມາດປະກອບອາຊີບເຮັດວຽກຢູ່ນໍາຮ້ານອາຫານ ຫຼື ໂຮງແຮມໄດ້.
ວີທີສະໝັກຮຽນ
  • ຂັ້ນຕອນທີ 1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາໃຫ້ທາງໂຮງຮຽນກວດສອບຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ.
  • ຂັ້ນຕອນທີ 3: ຫາກເອກະສານຄົບຖ້ວນແລ້ວແມ່ນເຂົ້າສຳພາດເຂົ້າຮຽນໂດຍການທົດສອບ ຫຼື ຄັດເລືອກ ດ້ວຍການຂຽນ, ສຳພາດ ແລະ ທົດສອບດ້ານສີມືໂດຍມີຄະນະກຳມະການທີ່ຮັບການແຕ່ງຕັ້ງຢ່າງເປັນທາງການ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນປະຖົມ
  2. ໃບຄະແນນ
  3. ຊີວະປະຫວັດນັກຮຽນ
  4. ໃບຢັ້ງຢືນທີ່ຢູ່
  5. ໃບຢັ້ງຢືນສຸຂະພາບ(ສໍາລັບນັກຮຽນ)
 
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping