ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງເຊກອງ – ສາຂາ ການປຸງແຕ່ງ ແລະ ການບໍລິການ – ລາຍລະອຽດ

ສາຂາ ການປຸງແຕ່ງ ແລະ ການບໍລິການ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນຮູ້ມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງ ແລະ ການບໍລິການ.
  • ເພື່ອໃຫ້ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບຕາມທີ່ຕົນຮຽນຈົບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການປຸງແຕ່ງອາຫານລາວ
  2. ງານໃບຕອງ
  3. ອາຫານຫວານ
  4. ແກະສະຫຼັກ
  5. ໂພສະນາການ
  6. ຖະໜອມອາຫານ
  7. ການເຮັດເຄື່ອງດື່ມ
  8. ສຸກຂາອະນາໄມ
  9. ແມ່ບ້ານ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງ (ສໍາລັບນັກສຶກສາໃນແຜນ).

ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ກັບນັກສຶກສາຍິງ-ຊາຍ
  • ມີຫອ້ງຮຽນ
  • ຫ້ອງຄົວຝຶກງານ
  • ອຸປະກອນການໃຊ້ໃນຫ້ອງຄົວ ແລະ ສະຖານທີ່ຮຽນຕ່າງໆ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ມີຄວາມຮູ້ໃນການປຸງແຕ່ງອາຫານລາວ
  • ການແກະສະລັກໝາກໄມ້ ແລະ ຂອງຫວານຕ່າງໆ
  • ມີທັກສະການບໍລິການອາຫານແລະເຄື່ອງດື່ມ.
  • ມີຄວາມຮູ້ທາງດ້ານສຸຂະອະນາໄມຂອງການປຸງແຕ່ງອາຫານ
  • ສາມາດປະກອບອາຊີບຢູ່ຮ້ານອາຫານ ຫຼື ໂຮງແຮມໄດ້
  • ສາມາດເປີດຮ້ານອາຫານເປັນຂອງຕົນເອງໄດ້
  •  
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ຄໍາຮ້ອງສະໝັກເຂົ້າຮຽນດ້ວຍຕົນເອງ.
  • ຂັ້ນຕອນທີ 2: ປະກອບເອກສານໃຫ້ຄົບຖ້ວນ ແລະ ຖືກຕ້ອງ.
  • ຂັ້ນຕອນທີ 3: ຢືນເອກະສານ ແລະ ສໍາພາດ (ຕາມກໍານົດເວລາ).
  • ຂັ້ນຕອນທີ 4: ລໍຖ້າຜົນການສໍາພາດ ແລະ ລົງທະບຽນເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1.  ສໍາເນົາໃບປະກາດສະນີຍະບັດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ·        
  2. ໃບຄະແນນ
  3. ຊີວະປະຫວັດນັກຮຽນ
  4. ໃບຢັ້ງຢືນທີ່ຢູ່
  5. ໃບຢັ້ງຢືນສຸຂະພາບ
  6. ຕ້ອງມີໃບອະນຸຍາດຈາກກົມກອງ (ກໍລະນີເປັນພະນັກງານ)
  7. ສໍາເນົາປື້ມສໍາມະໂນຄົວ 1 ສະບັບ
  8. ຮູບຂະໜາດ 3×4 ຈໍານວນ 6 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping