ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ – ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ – ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານ ແລະ ການບໍລິການອາຫານເຄື່ອງດື່ມ ກົງກັບມາດຕະຖານອາຊີບ ສາມາດນໍາໄປປະຕິບັດ ວຽກງານດ້ານວິຊາສະເພາະ ຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການ ຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽ.ງານດ້ານວິຊາສະເພາະຕາມທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມມີມະນຸດສໍາພັນດີ,ມີຄຸນະທໍາ, ຈະລິຍະທໍາ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ໝວດວິຊາພຶ້ນຖານ:
  • ການເມືອງ
  • ວິຊາວັດທະນະທໍາລາວ
  • ວິຊາການສື່ສານເປັນພາສາອັງກິດ
  • ການນໍາໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງດ້ານທຸລະກິດ
  • ການເຮັດວຽກກັບເພື່ອຮ່ວມງານ ແລະ ລູກຄ້າ
  1. ໝວດວິຊາທົ່ວໄປ:
  • ພາສາອັງກິດສໍາລັບໂຮງແຮມ ແລະ ການທ່ອງທ່ຽວ
  • ການປະກອບທຸລະກິດສໍາລັບທຸລະກິດການທ່ອງທ່ຽວ ແລະ ການບໍລິການ
  • ການນໍາໃຊ້ອຸປະກອນສື່ສານສໍາລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  • ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  • ການບໍລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  • ການສ້າງບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  • ການພັດທະນາຄວາມຮູ້ທາງດ້ານອຸດສະຫະກໍາການທ່ອງທ່ຽວ ແລະ ການບໍລິການ
  1. ໝວດວິຊາຫຼັກ:
  • ການແນະນໍາກ່ຽວກັບຫຼັກການພຶ້ນຖານໃນການປຸງແຕ່ງອາຫານ
  • ການກະກຽມ ແລະ ປຸງແຕ່ງອາຫານລາວ
  • ການດໍາເນີນການປຸງແຕ່ງອາຫານ
  • ການວາງແຜນຈັດສົ່ງອາຫານ ແລະ ການຈັດງານລ້ຽງ
  • ການບໍລິການອາຫານ ແລະ ເຄື່ອງດື່ມ
  • ການກະກຽມເຂົ້າຈີ່,ເຄັກ,ເຂົ້າໜົມປະເພດອົບ ແລະ ອາຫານຫວານຂັ້ນພຶ້ນຖານ
  • ການບໍລິການເຄື່ອງດື່ມໃນບາເຫຼົ້າ
ນະໂຍບາຍຕ່າງໆ:
  • ມີອຸປະກອນການຮຽນ-ການສອນໃນພາກປະຕິບັດ.
  • ມີວັດດຸດິບໃນການຮຽນກ່ຽວກັບການປຸງແຕ່ງອາຫານ ຫຼື ການບໍລິການໃຫ້ແກ່ນັກສຶກສາ.
  • ມີເອກະສານການຮຽນ.
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນສໍາລັບພາກທິດສະດີ
  • ມີຫ້ອງຄອມພິວເຕີ້
  • ມີຫ້ອງຄົວ ແລະ ອຸປະກອນຮັບໃຊ້ບາງຈໍານວນ
  • ມີຫ້ອງອາຫານທີ່ສາມາດຮັບຈັດງານລ້ຽງ
  • ມີຫ້ອງພັກສໍາລັບການຮຽນພາກປະຕິບັດ
  • ມີພະແນກຕ້ອນຮັບ
  • ໂຕະເຄົ້າເຕີ້ ສໍາລັບການຮຽນການບໍລິການພາກສ່ວນໜ້າ
  • ມີຫ້ອງຊັກລີດ
  • ມີຫ້ອງປະຊຸມສໍາລັບການຈັດງານລ້ຽງ ແລະ ກອງປະຊຸມຕ່າງໆ ນ
  • ອຸປະກອນເຄື່ອງໃຊ້ ທຽບເທົ່າກັບໂຮງແຮມທົ່ວໄປທີ່ຜູ້ຮຽນສາມາດນໍາໃຊ້ໃນເວລາປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:

–          ສາມາດປະກອບອາຊີບເຮັດວຽກຢູ່ຮ້ານອາຫານ ຫຼື ໂຮງແຮມໄດ້

–          ສາມາດເຮັດທຸລະກິດເປີດຮ້ານອາຫານເປັນຂອງຕົນເອງ

–          ສາມາດແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ

–          ຮູ້ວິທີກະກຽມ ແລະ ປຸງແຕ່ງອາຫານລາວ

–          ສາມາດດຳເນີນການປຸງແຕ່ງອາຫານ

–          ຮູ້ວາງແຜນບໍລິການຈັດສົ່ງອາຫານ ແລະ ຈັດງານລ້ຽງ

–          ສາມາດບໍລິການອາຫານ ແລະ ເຄື່ອງດື່ມ

–          ຮູ້ວິທີກະກຽມເຂົ້າຈີ່, ເຄັກ, ຂະໝົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ

–          ມີຄວາມຮູ້ໃນບໍລິການເຄື່ອງດື່ມໃນບາເຫຼົ້

ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ເຂົ້າມາພົວພັນເອົາແບບຟອມຕາມໂມງລັດຖະການ.
  • ຂັ້ນຕອນທີ 2: ປະກອບເອກະສານຕາມທີ່ແບບຟອມ, ພ້ອມກອບປີ້ເອກະສານທີ່ກ່ຽວຂ້ອງເຊັ່ນ: ໃບປະກາດ, ໃບຄະແນນ, ປຶ້ມສະມະໂນຄົວ, ໃບຢັ້ນຢືນທີ່ຢູ່, ຮູບຂະໜາດ 4×6 ຈໍານວນ 4 ໃບ.
  • ຂັ້ນຕອນທີ 3: ເຂົ້າສໍາພາດ, ສອບເສັງ (ສໍາລັບສາຂາ: ໄຟຟ້າເຕັກນິກ,ສ້ອມແປງທົ່ວໄປ).
  • ຂັ້ນຕອນທີ 4: ຄັດເລືອກ, ແຈ້ງລາຍຊື່ຜູ້ທີ່ຜ່ານການຄັດເລືອກ.
ເອກະສານປະກອບການສະໝັກຮຽນມີ:
    1. ໃບຄໍາຮ້ອງຂໍເຂົ້າຮຽນ
    2. ຊີວະປະຫວັດນັກຮຽນ
    3. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
    4. ໃບຄະແນນ
    5. ໃບຢັ້ງຢືນທີ່ຢູ່ ແລະ ປື້ມສໍາມະໂນຄົວ
    6. ຮູບຂະໜາດ 3×4 (ຖ່າຍບໍ່ເກີນ 3 ເດືອນ) ຈໍານວນ 6 ໃບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping