ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງສາລະວັນ – ສາຂາ ອາຫານ ແລະ ການໂຮງແຮມ – ລາຍລະອຽດ

ສາຂາ ອາຫານ ແລະ ການໂຮງແຮມ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາອາຫານ ແລະ ການໂຮງແຮມ ຄືການຮຽນຮູ້ກ່ຽວກັບການປຸງແຕ່ງ ແລະ ການບໍລິການອາຫານ-ເຄື່ອງດື່ມ ແລະ ວຽກງານດ້ານຕ່າງໆໃນການບໍລິການໃນໂຮງແຮມ ເພື່ອສ້າງໃຫ້ຜູ້ຮຽນມີທັກສະຮອບດ້ານ ໃນການປະກອບອາຊີບໃນທຸລະກິດນີ້. ວຽກງານໃນຂະແໜງການບໍລິການຮັບຕ້ອນກໍຄື ວຽກງານທາງດ້ານການໂຮງແຮມ ແລະ ຮ້ານອາຫານ ຖືເປັນອີກໜຶ່ງວຽກງານທີ່ສຳຄັນທີ່ໄດ້ຊ່ວຍຍົກລະດັບຄວາມເພິງພໍໃຈຂອງແຂກຜູ້ມາທ່ຽວຊົມ ແລະ ໃຫ້ເກີດການກັບມາໃຊ້ບໍລິການຊໍ້າອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານ ແລະ ການບໍລິການອາຫານເຄື່ອງດື່ມໃຫ້ກົງກັບມາດຕະຖານອາຊີບ ສາມາດນໍາໄປປະຕິບັດວຽກງານດ້ານວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມມີມະນຸດສໍາພັນດີ, ມີຄຸນະທໍາ, ຈະລິຍະທໍາ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.  ວິຊາການເມືອງ
  2.  ວິຊາພາສາອັງກິດ
  3.  ວິຊາຄະນິດສາດ
  4.  ວິຊາຟິຊິກສາດ
  5.  ວິຊາເຄມີພຶ້ນຖານ
  6.  ວິຊາພາສາລາວ
  7.  ວິຊາເຕັກນິກການພົວພັນ
  8.  ວິຊາທຸລະກິດພຶ້ນຖານ
  9.  ວິຊາສິນລະປະວັດທະນະທໍາລາວ
  10.  ວິຊາເຄື່ອງໃຊ້ຫ້ອງການ
  11.  ວິຊາວັດສະດຸ ແລະ ອຸປະກອນປຸງແຕ່ງ
  12.  ວິຊາການປຸງແຕ່ງອາຫານຄາວຫວານ
  13.  ວິຊາແກະສະຫຼັກຜັກ ແລະ ໝາກໄມ້
  14.  ວິຊາຕົກແຕ່ງດອກໄມ້
  15.  ວິຊາພາສາອັງກິດສະເພາະ
  16.  ວິຊາການບໍລິການອາຫານ ແລະ ເຄື່ອງດື່ມ
  17.  ວິຊາໂພສະນາການອາຫານ ແລະ ເຄື່ອງດື່ມ
  18.  ວິຊາການເກັບຮັກສາອາຫານ
  19.  ວິຊາການໂຮງແຮມ
  20.  ວິຊາການຕົກແຕ່ງອາຫານ
  21.  ວິຊາການຈັດສະແດງອາຫານ
  22.  ວິຊາຄວາມສະອາດ  ແລະ ສຸຂະອະນາໄມ
  23.  ວິຊາສິນລະປະການໃຫ້ບໍລິການ
  24.  ວິຊາຄອມພິວເຕີ້
  25.  ວິຊາການຜະລິດເຄື່ອງດື່ມ
  26.  ວິຊາວຽກໃບຕອງ
  27.  ວິຊາພັດທະຄານ ແລະ ການຈັດງານລ້ຽງ
  28.  ວິຊາສຶກສາໂຄງການ
ນະໂຍບາຍຕ່າງໆ:
  • ມີອຸປະກອນການຮຽນ-ການສອນໃນພາກປະຕິບັດ.
  • ມີວັດດຸດິບໃນການຮຽນກ່ຽວກັບການປຸງແຕ່ງອາຫານ ຫຼື ການບໍລິການໃຫ້ແກ່ນັກສຶກສາ.
  • ມີເອກະສານການຮຽນ. 
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນສໍາລັບພາກທິດສະດີ
  • ມີຫ້ອງຄອມພິວເຕີ້
  • ມີຫ້ອງຄົວ ແລະ ອຸປະກອນຮັບໃຊ້ບາງຈໍານວນ
  • ມີຫ້ອງອາຫານທີ່ສາມາດຮັບຈັດງານລ້ຽງ
  • ມີຫ້ອງພັກສໍາລັບການຮຽນພາກປະຕິບັດ
  • ມີພະແນກຕ້ອນຮັບ
  • ໂຕະເຄົ້າເຕີ້ ສໍາລັບການຮຽນການບໍລິການພາກສ່ວນໜ້າ
  • ມີຫ້ອງຊັກລີດ
  • ມີຫ້ອງປະຊຸມສໍາລັບການຈັດງານລ້ຽງ ແລະ ກອງປະຊຸມຕ່າງໆ ນ
  • ອຸປະກອນເຄື່ອງໃຊ້ ທຽບເທົ່າກັບໂຮງແຮມທົ່ວໄປທີ່ຜູ້ຮຽນສາມາດນໍາໃຊ້ໃນເວລາປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:

–          ສາມາດປະກອບອາຊີບເຮັດວຽກຢູ່ຮ້ານອາຫານ ຫຼື ໂຮງແຮມໄດ້

–          ສາມາດເຮັດທຸລະກິດເປີດຮ້ານອາຫານເປັນຂອງຕົນເອງ

–          ສາມາດໃຫ້ບໍລິການອາຫານ ແລະ ເຄື່ອງດື່ມໃຫ້ແກ່ລູກຄ້າ

–          ຮູ້ຈັກວິທີການຈັດງານລ້ຽງສ້າງສັນ

–          ເຮັດເຄື່ອງດື່ມໄດ້

–          ຮູ້ຖະໜອມອາຫານ ແລະ ແກະສະຫຼັກໝາກໄມ້ເປັນລວດລາຍຕ່າງໆ

–          ສາມາດປຸງແຕ່ງອາຫານຄາວ ແລະ ອາຫານຫວານ

ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ເຂົ້າມາພົວພັນເອົາແບບຟອມຕາມໂມງລັດຖະການ.
  • ຂັ້ນຕອນທີ 2: ປະກອບເອກະສານຕາມທີ່ແບບຟອມ, ພ້ອມກອບປີ້ເອກະສານທີ່ກ່ຽວຂ້ອງເຊັ່ນ: ໃບປະກາດ, ໃບຄະແນນ, ປຶ້ມສະມະໂນຄົວ, ໃບຢັ້ນຢືນທີ່ຢູ່, ຮູບຂະໜາດ 4×6 ຈໍານວນ 4 ໃບ.
  • ຂັ້ນຕອນທີ 3: ເຂົ້າສໍາພາດ, ສອບເສັງ (ສໍາລັບສາຂາ: ໄຟຟ້າເຕັກນິກ,ສ້ອມແປງທົ່ວໄປ).
  • ຂັ້ນຕອນທີ 4: ຄັດເລືອກ, ແຈ້ງລາຍຊື່ຜູ້ທີ່ຜ່ານການຄັດເລືອກ.
ເອກະສານປະກອບການສະໝັກຮຽນມີ:
  1. ໃບຄໍາຮ້ອງຂໍເຂົ້າຮຽນ
  2. ຊີວະປະຫວັດນັກຮຽນ
  3. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
  4. ໃບຄະແນນ
  5. ໃບຢັ້ງຢືນທີ່ຢູ່ ແລະ ປື້ມສໍາມະໂນຄົວ
  6. ຮູບຂະໜາດ 3×4 (ຖ່າຍບໍ່ເກີນ 3 ເດືອນ) ຈໍານວນ 6 ໃບ

 

  1.  
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping