ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຜົ້ງສາລີ – ສາຂາ ການບໍລິການໂຮງແຮມ- ລາຍລະອຽດ

ສາຂາ ການບໍລິການໂຮງແຮມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິການໂຮງແຮມຄືການຮຽນຮູ້ກ່ຽວກັບການປະສານງານ ແລະ ໃນການປະຕິບັດງານກັບພະແນກຕ່າງຯຂອງໂຮງແຮມ ເພື່ອໃຫ້ການດຳເນີນງານໃນທຸກດ້ານຂອງໂຮງຮຽນສອດຄ່ອງ ແລະ ມີປະສິດທິພາບ. ອຸດສະຫະກຳບໍລິການຮັບຕ້ອນ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ແລະ ພວກເຮົາຕ້ອງການບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ບໍລິການໃນລະດັບມືອາຊີບ ແລະ ພັດທະນາມາດຕະຖານໃນອຸດສະຫະກຳນີ້ໃຫ້ໄດ້ລະດັບສາກົນ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການບໍລິການໂຮງແຮມໃຫ້ກົງກັບມາດຕະຖານອາຊີບ ເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ວັດທະນາທໍາລາວ
  3.   ການສື່ສານເປັນພາສາອັງກິດ
  4.   ການນໍາໃຊ້ເຄື່ອງມື ແລະ ຂະບວນຕ່າງໆທາງທຸລະກິດ
  5.   ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6.   ພາສາອັງກິດສໍາລັບການໂຮງແຮມ ແລະ ທ່ອງທ່ຽວ
  7.   ການປະກອບທຸລະກິດສໍາລັບອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  8.   ການນຳໃຊ້ອຸປະກອນສື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  9.   ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  10. ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  11. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  12. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  13. ການພັດທະນາຄວາມຮູ້ກ່ຽວກັບການດໍາເນີນການໂຮງແຮມ
  14. ການດໍາເນີນການຄວບຄຸມການຊັກລີດ
  15. ການສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ
  16. ການສະໜອງການບໍລິການອະນາໄມໃຫ້ແກ່ແຂກ
  17. ການຈັດກອງປະຊຸມລະດັບສາກົນ ແລະ ການຈັດງານກິດຈະກໍາຕ່າງໆໆ
  18. ການສະໜອງການບໍລິການຂອງພະແນກຫ້ອງພັກ
  19. ລົງເຝິກງານ 16 ອາທິດ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

  • ເວລານັກສຶກສາເຈັບເປັນ ເຂົ້າໂຮງໝໍທາງໂຮງຮຽນມີເງິນສະຫວັດດີການໃຫ້.
ສິ່ງອໍານວຍຄວາມສະດວກ:

          ມີຫໍພັກໃຫ້ຢູ່ສໍາລັບນັກສຶກສາຍິງ ແລະ ຊາຍ

          ມີຫ້ອງຄົວລວມໃຫ້ແຕ່ງກິນ

          ມີຫ້ອງສະໝຸດໃຫ້ແກ່ນັກສຶກສາໄດ້ຊົມໃຊ້

          ມີສະຖານທີ່ຫຼີ້ນກິລາ

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
      • ສາມາດພັດທະນາຄວາມຮູ້ກ່ຽວກັບການດຳເນີນການໂຮງແຮມ.

      • ສາມາດດຳເນີນການຄວບຄຸມການຊັກລີດ.

      • ຮູ້ວິທີສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ.

      • ສາມາດສະໜອງການບໍລິການອານາໄມໃຫ້ແກ່ແຂກ.

      • ສາມາດສະໜອງການບໍລິການຂອງພະແນກຫ້ອງພັກ.

      • ສາມາດປະກອບອາຊີບເຮັດວຽກຢູ່ໃນໂຮງແຮມໄດ້.
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ເຂົ້າໄປພົວພັນທີ່ຫ້ອງການຮັບຜິດຊອບ ເພື່ອຊື້ແບບຟອມສຳພາດ ​ແລະ ປະກອບ​ຟອມສຳພາດ.
  • ຂັ້ນຕອນທີ່ 2: ຍື່ນແບບຟອມ ແລະ ເຂົ້າສໍາພາດ.
  • ຂັ້ນຕອນທີ 3: ເຂົ້າຮຽນ​ໄດ້.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ   
  2. ໃບຢັ້ງຢືນກວດສຸຂະພາບ 1 ສະບັບ
  3. ໃບຢັ້ງຢືນທີຢູ່ 1 ສະບັບ
  4. ໃບແຈ້ງໂທດ 1 ສະບັບ
  5. ຮູບຂະໜາດ 3×4 ຈໍານວນ 4 ແຜ່ນ (ຖ່າຍບໍ່ເກີນ 3 ເດືອນ)
  6. ໃບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ (ກໍລະນີເປັນພະນັກງານ) 1 ສະບັບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping