ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຜົ້ງສາລີ – ສາຂາ ອາຫານ ແລະ ການໂຮງແຮມ- ລາຍລະອຽດ

ສາຂາ ອາຫານ ແລະ ການໂຮງແຮມ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາອາຫານ ແລະ ການໂຮງແຮມ ຄືການຮຽນຮູ້ກ່ຽວກັບການປຸງແຕ່ງ ແລະ ການບໍລິການອາຫານ-ເຄື່ອງດື່ມ ແລະ ວຽກງານດ້ານຕ່າງໆໃນການບໍລິການໃນໂຮງແຮມ ເພື່ອສ້າງໃຫ້ຜູ້ຮຽນມີທັກສະຮອບດ້ານ ໃນການປະກອບອາຊີບໃນທຸລະກິດນີ້. ວຽກງານໃນຂະແໜງການບໍລິການຮັບຕ້ອນກໍຄື ວຽກງານທາງດ້ານການໂຮງແຮມ ແລະ ຮ້ານອາຫານ ຖືເປັນອີກໜຶ່ງວຽກງານທີ່ສຳຄັນທີ່ໄດ້ຊ່ວຍຍົກລະດັບຄວາມເພິງພໍໃຈຂອງແຂກຜູ້ມາທ່ຽວຊົມ ແລະ ໃຫ້ເກີດການກັບມາໃຊ້ບໍລິການຊໍ້າອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການກົງກັບມາດຖານອາຊີບເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ອັງກິດ
  3.   ກາຍຍະສຶກສາ
  4.   ໂພຊະນາອາຫານ
  5.   ມະນຸດສໍາພັນ
  6.   ຄວາມສະອາດ ແລະ ສຸຂະອະນາໄມ
  7.   ວັດສະດຸ ແລະ ອຸປະກອນ
  8.   ການປຸງແຕ່ງອາຫານຄາວ
  9.   ແກະສະຫຼັກຜັກ ແລະ ໝາກໄມ້
  10. ວຽກໃບຕອງ
  11. ພາສາອັງກິດສໍາລັບວິຊາສະເພາະ
  12. ຄອມພິວເຕີ
  13. ການຖະໜອມອາຫານ
  14. ພາສາລາວ
  15. ການປຸງແຕ່ງອາຫານຫວານ
  16. ສິລະປະການໃຫ້ບໍລິການ
  17. ທຸລະກິດຂະໜາດນ້ອຍ
  18. ການຕົບແຕ່ງດອກໄມ້
  19. ພັດຕາຄານ ແລະ ການຈັດງານລ້ຽງ
  20. ການບໍລິການອາຫານ ແລະ ເຄື່ອງດື່ມ
  21. ການຫຍິບກະໂປງໂຕະ
  22. ທິດສະດີບົດລາຍງານ
  23. ລົງເຝິກງານ 12 ອາທິດ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

  • ເວລານັກສຶກສາເຈັບເປັນ ເຂົ້າໂຮງໝໍທາງໂຮງຮຽນມີເງິນສະຫວັດດີການໃຫ້.
ສິ່ງອໍານວຍຄວາມສະດວກ:

          ມີຫໍພັກໃຫ້ຢູ່ສໍາລັບນັກສຶກສາຍິງ ແລະ ຊາຍ

          ມີຫ້ອງຄົວລວມໃຫ້ແຕ່ງກິນ

          ມີຫ້ອງສະໝຸດໃຫ້ແກ່ນັກສຶກສາໄດ້ຊົມໃຊ້

          ມີສະຖານທີ່ຫຼີ້ນກິລາ

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ.

  • ມີຄວາມສາມາດໃນການກະກຽມ ແລະ ປຸງແຕ່ງອາຫານລາວ.

  • ມີຄວາມຮູ້ດຳເນີນການປຸງແຕ່ງອາຫານ.

  • ສາມາດແກະສະຫຼັກຜັກ ແລະ ໝາກໄມ້ໄດ້.

  • ສາມາດໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ

  • ສາມາດປະກອບອາຊີບເຮັດວຽກໃນຮ້ານອາຫານ, ໂຮງແຮມ ຫຼື ເປິດທຸລະກິດຮ້ານອາຫານເປັນຂອງຕົນເອງໄດ້.
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ເຂົ້າໄປພົວພັນທີ່ຫ້ອງການຮັບຜິດຊອບ ເພື່ອຊື້ແບບຟອມສຳພາດ ແລະ ປະກອບຟອມສຳພາດ.
  • ຂັ້ນຕອນທີ່ 2: ຍື່ນແບບຟອມ ແລະ ເຂົ້າສໍາພາດ.
  • ຂັ້ນຕອນທີ 3: ເຂົ້າຮຽນໄດ້.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ   
  2. ໃບຢັ້ງຢືນກວດສຸຂະພາບ 1 ສະບັບ
  3. ໃບຢັ້ງຢືນທີຢູ່ 1 ສະບັບ
  4. ໃບແຈ້ງໂທດ 1 ສະບັບ
  5. ຮູບຂະໜາດ 3×4 ຈໍານວນ 4 ແຜ່ນ (ຖ່າຍບໍ່ເກີນ 3 ເດືອນ)
  6. ໃບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ (ກໍລະນີເປັນພະນັກງານ) 1 ສະບັບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping