ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຫຼວງນໍ້າທາ – ສາຂາ ປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ – ລາຍລະອຽດ

ສາຂາ ປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :

  ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ.

  ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານວິຊາສະເພາະລະດັບທີ່ຮຽນຈົບ.

 ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ວັດທະນາທໍາລາວ
  3.   ການສື່ສານເປັນພາສາອັງກິດ
  4.   ການນຳໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
  5.   ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6.   ພາສາອັງກິດສໍາລັບໂຮງແຮມ ແລະ ການທ່ອງທ່ຽວ
  7.   ການປະກອບທຸລະກິດສຳລັບອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
  8.   ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  9.   ການບຳລຸງຮັກສາຄວາມສະອາດ ແລະ ສຸຂະອານາໄມໃນບ່ອນເຮັດວຽກ
  10. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  11. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
  12. ການແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
  13. ການກະກຽມ ແລະ ການປຸງແຕ່ງອາຫານລາວ
  14. ການດໍາເນີນການປຸງແຕ່ງອາຫານ
  15. ການວາງແຜນບໍລິການຈັດສົ່ງອາຫານ ແລະ ການຈັດງານລ້ຽງ
  16. ການບໍລິການອາຫານ ແລະ ເຄື່ອງດື່ມ
  17. ການກະກຽມເຂົ້າຈີ່, ເຄັກ, ຂະໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ
  18. ການບໍລິການເຄື່ອງດື່ມໃນບາເຫຼົ້າ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

  • ມີສະຫວັດດີການ, ມີເຄື່ອງແບບໃຫ້.
  • ມີການທັດສະນະສຶກສາພາຍໃນແຂວງ ແລະ ຕ່າງແຂວງ.
ສິ່ງອໍານວຍຄວາມສະດວກ:

      ໂຮງຮຽນມີຫໍພັກໃຫ້ຢູ່ທັງຍິງ ແລະ ຊາຍ.

      ມີອຸປະກອນຮັບໃຊ້ໃນການຮຽນ.

      ມີອາຄານຮຽນທິດສະດີ ແລະ ພາກປະຕິບັດຕົວຈິງ.

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດແນະນຳກ່ຽວກັບຫຼັກພື້ນຖານໃນການປຸງແຕ່ງອາຫານ.
  • ຮູ້ກະກຽມ ແລະ ປຸງແຕ່ງອາຫານລາວ ແລະ ອາຫານສາກົນ.
  • ສາມາດດຳເນີນການປຸງແຕ່ງອາຫານໄດ້.
  • ສາມາດວາງແຜນບໍລິການຈັດສົ່ງອາຫານ ແລະ ການຈັດງານລ້ຽງ.
  • ສາມາດໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ.
  • ຮູ້ວິທີກະກຽມເຂົ້າຈີ່, ເຄັກ, ເຂົ້າໜົມອົບ ແລະ ອາຫານຫວານຂັ້ນພື້ນຖານ.
  • ສາມາດປະກອບອາຊີບຢູ່ຕາມຮ້ານອາຫານ ຫຼື ໂຮງແຮມໄດ້.
  • ສາມາດເປີດຮ້ານອາຫານເປັນຂອງຕົນເອງ.
  •  
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ຄໍາຮ້ອງດ້ວຍຕົນເອງ.
  • ຂັ້ນຕອນທີ 2: ປະກອບເອກະສານຕາມການແນະນຳຕິດຄັດໃນໃບຄຳຮ້ອງ.
  • ຂັ້ນຕອນທີ່ 3: ສຳພາດຄັດເລືອກ.
  • ຂັ້ນຕອນທີ່ 4: ລໍຖ້າຕິດຕາມລາຍຊື່ ແລ້ວລົງທະບຽນເຂົ້າຮຽນຕາມວັນນັດໜາຍ.
ເອກະສານປະກອບການສະໝັກຮຽນມີ: 
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ສໍາມະໂນຄົວ ຫຼື ໃບຢັ້ງຢືນທີ່ຢູ່
  3. ໃບຄະແນນ
  4. ຮູບຂະໜາດ 3×4 ຈໍານວນ 3 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping