ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງຫົວພັນ – ສາຂາ ປຸງແຕ່ງອາຫານ – ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ບໍລິການ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນຮູ້ມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານ-ບໍລິການອາຫານ ແລະ ເຄື່ອງດື່ມ ໃຫ້ກົງກັບມາດຕະຖານອາຊີບ, ສາມາດນໍາໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ. 

  • ສ້າງໃຫ້ຜູ້ຮຽນຮູ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບຕາມທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສໍາພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເມືອງ
  2. ພາສາອັງກິດ
  3. ຄະນິດສາດ
  4. ເຄມີສາດ
  5. ພາສາລາວ
  6. ໂພຊະນາການອາຫານ
  7. ມະນຸດສໍາພັນ
  8. ຄວາມສະອາດ ແລະ ສຸຂະອະນາໄມ
  9. ວັດສະດຸອຸປະກອນ
  10. ປຸງແຕ່ງອາຫານຄາວ
  11. ແກະສະຫຼັກຜັກ ແລະ ໝາກໄມ້
  12. ວຽກໃບຕອງ
  13. ການນໍາໃຊ້ຄອມພິວເຕີ
  14. ການຖະໜອມອາຫານ
  15. ການປຸງແຕ່ງອາຫານຫວານ
  16. ສິລະປະການໃຫ້ບໍລິການ
  17. ພາສາອັງກິດສະເພາະ
  18. ຕົບແຕ່ງດອກໄມ້
  19. ການຈັດງານລ້ຽງ
  20. ທຸລະກິດຂະໜາດນ້ອຍ
  21. ການເຮັດເຄື່ອງດື່ມ
  22. ການບໍລິການອາຫານ ແລະ ເຄື່ອງດື່ມ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງສະໝຸດໃຫ້ກັບນັກສຶກສາ.

  • ມີອຸປະກອນການຮຽນທີ່ໃຊ້ໃນການປະຕິບັດຕົວຈິງ.

  • ມີຫໍພັກໃຫ້ທັງຍິງ ແລະ ຊາຍ.

  • ມີເຮືອນຄົວໃຫ້ແຕ່ງກິນ.

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ມີຄວາມສາມາດແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ.

  • ມີຄວາມສາມາດກະກຽມ ແລະ ປຸງແຕ່ງອາຫານລາວ.

  • ສາມາດໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ.

  • ມີຄວາມຮູ້ໃນການກະກຽມ ອາຫານຫວານ. 

  • ມີຄວາມຮູ້ຄວາມສາມາດໃນການການກະກຽມປຸງແຕ່ງອາຫານແລະເຄື່ອງດື່ມຕາມສູດຕ່າງໆ.

  • ມີທັກສະການວາງແຜນບໍລິການຈັດສົ່ງອາຫານແລະການຈັດງານລ້ຽງຕ່າງໆ.

  • ມີທັກສະການບໍລິການອາຫານ ແລະ ເຄື່ອງດື່ມ.

  • ສາມາດໃຫ້ການບໍລິການເຄື່ອງດື່ມໃນບາເຫຼົ້າ.

  • ມີພື້ນຖານໃນການປະຍຸກ, ຄົ້ນຄິດສູດອາຫານແລະເຄື່ອງດື່ມໃໝ່ໆ.

  • ສາມາດປະກອບອາຊີບເປັນພະນັກງານໃນຮ້ານອາຫານ ຫຼື ໂຮງແຮມໄດ້.
  • ສາມາດເປີດຮ້ານອາຫານເປັນຂອງຕົນເອງໄດ້.
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.

  • ຂັ້ນຕອນທີ 2: ນໍາເອົາເອກະສານມາໃຫ້ທາງໂຮງຮຽນກວດສອບວ່າຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ.

  • ຂັ້ນຕອນທີ 3: ຫາກເອກະສານຄົບຖ້ວນແລ້ວແມ່ນເຂົ້າສຳພາດເຂົ້າຮຽນ.

  • ຂັ້ນຕອນທີ 4: ໂຮງຮຽນຈະສະເໜີພະແນກສຶກສາທິການ ແລະ ກິລາແຂວງ ເພື່ອອອກຂໍ້ຕົກລົງຮັບຮອງນັກຮຽນທີ່ຖຶກຄັດເລືອກເຂົ້າຮຽນ. 

ເອກະສານປະກອບການສະໝັກຮຽນມີ:
  1.  ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ      
  2. ໃບຢັ້ງຢືນທີ່ຢູ່ ແລະ ປື້ມສໍາມະໂນຄົວ (ສະບັບກ໋ອບປີ້)
  3. ໃບຢັ້ງຢືນຜ່ານການກວດກາສິ່ງເສບຕິດທີ່ບໍ່ທັນໝົດອາຍຸການນໍາໃຊ້ຫຼາຍກວ່າ 1 ເດືອນ
  4. ໜັງສືນໍາສົ່ງ ຫຼື ຂໍ້ຕົກລົງຈາກກົມກອງທີ່ຕົນສັງກັດ (ກໍລະນີເປັນພະນັກງານ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping