ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ – ສາຂາ ການປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ – ລາຍລະອຽດ
ເດືອນກັນຍາ 29, 2020 2020-12-09 7:53ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ – ສາຂາ ການປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ – ລາຍລະອຽດ
ສາຂາ ການປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)
ຄວາມໝາຍ ແລະ ຄວາມສຳຄັນ :
ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ. ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.
ຈຸດປະສົງ :
ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານໃຫ້ກົງກັບມາດຕະຖານອາຊີບ ເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.
ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
- ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
- ການເມືອງ
- ລາວສຶກສາ
- ການສື່ສານເປັນພາສາອັງກິດ
- ການເຮັດວຽກກັບພະນັກງານລູກຄ້າ
- ການນໍາໃຊ້ເຄື່ອງມືຂະບວນການຕ່າງໆທາງດ້ານທຸລະກິດ
- ພາສາອັງກິດສໍາລັບການໂຮງແຮມ-ການທ່ອງທ່ຽວ
- ການພັດທະນາທາງດ້ານຄວາມຮູ້ອຸດສາຫະກຳການທ່ອງທ່ຽວແລະການບໍລິການ
- ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
- ການນຳໃຊ້ອຸປະກອນສື່ສານສຳຫຼັບການທ່ອງທຽ່ວ-ການບໍລິການທອ່ງທຽ່ວ
- ການຮັກສາຄວາມປອດໄພ-ຄວາມສະຫງົບໃນບ່ອນເຮັດວຽກ
- ການບຳລຸງຮັກສາຄວາມສະອາດ-ສຸຂະອານາໄມໃນບ່ອນເຮັດວຽກ
- ການແນະນໍາກ່ຽວກັບຫຼັກພື້ນຖານໃນການປຸງແຕ່ງ
- ການກະກຽມ-ການປຸງແຕ່ງອາຫານລາວ
- ຄອມພິວເຕີ
- ການບໍລິການອາຫານ-ເຄື່ອງດື່ມ
- ພື້ນຖານການຕະຫລາດ-ການປະກອບອາຊີບສຳຫລັບການທ່ອງທຽ່ວ-ການໂຮງແຮມ
- ການກະກຽມເຂົ້າຈີ່,ເຄັກ,ເຂົ້າໜົມປະເພດອົບ-ອາຫານຫວານຂັ້ນພື້ນຖານ
- ການດໍາເນີນການປຸງແຕ່ງ
- ການວາງແຜນການບໍລິການຈັດສົ່ງອາຫານ-ການຈັດງານລຽ້ງ
- ການບໍລິການເຄື່ອງດື່ມໃນບາເຫຼົ້າ
- ທິດສະດີບົດລາຍງານ
- ຝຶກງານ 640 ຊົ່ວໂມງ
ນະໂຍບາຍຕ່າງໆ:
ນັກສຶກສາທີ່ເຂົ້າມາຮຽນກັບທາງໂຮງຮຽນຂອງພວກເຮົາຈະໄດ້ຮັບເງິນເບ້ຍລ້ຽງຈາກທາງລັດຖະບານສະໜັບສະໜຸນ.
ສິ່ງອໍານວຍຄວາມສະດວກ:
– ມີຫໍພັກໃຫ້ນັກສຶກສາຍິງ ແລະ ຊາຍ
– ມີສະຖານທີ່ຫຼີ້ນກິລາ
– ມີຫໍສະໝຸດ ແລະ ຫ້ອງຮຽນຄອມພິວເຕີ
– ມີນະໂຍບາຍ ແລະ ສະຫວັດດີການດີ
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
ຜູ້ຮຽນຈະໄດ້ມີຄວາມຮູ້ ແລະ ທັກສະໃນການຮັກສາຄວາມປອດໄພ, ຮູ້ວິທີນຳໃຊ້ເຄື່ອງມື ແລະ ອຸປະກອນຕ່າງໆ, ມີຄວາມອົນທົນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່, ປຸງແຕ່ງອາຫານລາວ ແລະ ອາຫານສາກົນ ທີ່ມີລົດຊາດແຊບ, ເຂົ້າໜົມລາວ, ເຂົ້າໜົມສາກົນ, ແກະສະລັກໝາກໄມ້, ບໍລິການອາຫານ ແລະເຄື່ອງດື່ມ, ມີຄວາມຮູ້ໃນການບໍລິຫານງານຮ້ານອາຫານ, ແກ້ໄຂບັນຫາໄດ້, ມີແນວຄິດໃນທາງວິເຄາະ, ສື່ສານຢ່າງມີປະສິດທິພາບ ແລະ ການເຮັດວຽກເປັນທີມ, ມີທັດສະນະຄະຕິທີ່ດີ, ທ່າທາງ ແລະ ການປະພຶດແບບມືອາຊີບທີ່ຈະນໍາໄປສູ່ການບໍລິການທີ່ດີເລີດ.
- ສາມາດປະກອບອາຊີບເຮັດວຽກໃນຮ້ານອາຫານ, ໂຮງແຮມ ຫຼື ເປິດທຸລະກິດຮ້ານອາຫານເປັນຂອງຕົນເອງໄດ້.
ວິທີສະໝັກຮຽນ
- ຂັ້ນຕອນທີ 1: ກອກຂໍ້ມູນຜູ້ສະໝັກ.
- ຂັ້ນຕອນທີ 2: ເລືອກສາຂາທີ່ຕ້ອງການສະໝັກ.
- ຂັ້ນຕອນທີ 3: ພິມໃບສະໝັກ.
- ຂັ້ນຕອນທີ 4: ຍື່ນໃບສະໝັກ.
- ຂັ້ນຕອນທີ 5: ສຳພາດເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
- ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
- ປະຫວັດນັກຮຽນ 1 ສະບັບ
- ໃບເຂົ້າຫ້ອງສອບເສັງ
- ຮູບຂະໜາດ 3×4 ຈໍານວນ 3 ແຜ່ນ (ຖ່າຍບໍ່ເກີນ 3 ເດືອນ)
- ກ໋ອບປີ້ສໍາມະໂນຄົວ 1 ສະບັບ
- ກໍລະນີເປັນພະນັກງານ: ຕ້ອງມີໃບອະນຸຍາດ, ໃບນໍາສົ່ງຈາກພາກສ່ວນທີ່ກ່ຽວຂ້ອງກາແດງ 1 ສະບັບ
- ໃບຍົກຍ້າຍອົງການຈັດຕັ້ງມະຫາຊົນ