ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ – ສາຂາ ການບໍລິການທ່ອງທ່ຽວ ແລະ ນໍາທ່ຽວ – ລາຍລະອຽດ

ສາຂາ ການບໍລິການທ່ອງທ່ຽວ ແລະ ນໍາທ່ຽວ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາ ບໍລິການທ່ອງທ່ຽວ ແລະ ນໍາທ່ຽວ ຄືການຮຽນຮູ້ກ່ຽວກັບການວາງແຜນ ແລະ ການບໍລິການທ່ອງທ່ຽວພາຍໃນປະເທດແບບອະນຸລັກ ໂດຍສະເພາະການທ່ອງທ່ຽວໃນຮູບແບບເປັນກຸ່ມ. ນອກຈາກນັ້ນ, ຍັງມີສຶກສາກ່ຽວກັບການປະສານງານສຳລັບວຽກງານການທ່ອງທ່ຽວຂະແໜງຕ່າງໆ ແລະ ການບໍລິການທ່ອງທ່ຽວ. ການສຶກສາກ່ຽວກັບສາຂານີ້ຢ່າງລະອຽດ ເປັນສິ່ງສຳຄັນຕໍ່ຄຸນນະພາບການບໍລິການ ແລະ ນໍາທ່ຽວຂອງພະນັກງານໃນອຸດສະຫະກຳນີ້ ເນື່ອງຈາກພວກເຂົາຈະເຮັດໜ້າທີ່ເປັນດັ່ງຕົວແທນໃນການບອກເລົ່າ ແລະ ແນະນໍາຂໍ້ມູນຂ່າວສານ ກ່ຽວກັບວັດທະນະທຳ ແລະ ປະເພນີຂອງຊາດ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການບໍລິການທ່ອງທ່ຽວໃຫ້ກົງກັບມາດຕະຖານອາຊີບ ເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ລາວສຶກສາ
  3.   ການສື່ສານເປັນພາສາອັງກິດ
  4.   ການເຮັດວຽກກັບພະນັກງານລູກຄ້າ
  5.   ການນໍາໃຊ້ເຄື່ອງມືຂະບວນການຕ່າງໆທາງດ້ານທຸລະກິດ
  6.   ພາສາອັງກິດສໍາລັບການໂຮງແຮມ-ການທ່ອງທ່ຽວ
  7.   ການພັດທະນາທາງດ້ານຄວາມຮູ້ອຸດສາຫະກຳການທ່ອງທ່ຽວແລະການບໍລິການ
  8.   ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  9.   ການຮັກສາຄວາມປອດໄພ-ຄວາມສະຫງົບໃນບ່ອນເຮັດວຽກ
  10. ການບຳລຸງຮັກສາຄວາມສະອາດ-ສຸຂະອານາໄມໃນບ່ອນເຮັດວຽກ
  11. ການກຳນົດອົງປະກອບຂອງການທ່ອງທຽ່ວພາຍໃນປະເທດ
  12. ການປະສານງານສໍາລັບການທ່ອງທ່ຽວ
  13. ຄອມພິວເຕີ
  14. ພື້ນຖານກະຕະຫຼາດ-ການປະກອບອາຊີບສຳຫຼັບການທ່ອງທຽວ-ການໂຮງແຮມ
  15. ການກໍານົດອົງປະກອບການທ່ອງທ່ຽວແບບສາກົນ
  16. ການຈອງໂຮງແຮມ-ປີ້ຍົນ
  17. ການສ້າງລາຍການທ່ອງທ່ຽວ
  18. ຝຶກງານ 640 ຊົ່ວໂມງ
ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ເຂົ້າມາຮຽນກັບທາງໂຮງຮຽນຂອງພວກເຮົາຈະໄດ້ຮັບເງິນເບ້ຍລ້ຽງຈາກທາງລັດຖະບານສະໜັບສະໜຸນ.

ສິ່ງອໍານວຍຄວາມສະດວກ:

          ມີຫໍພັກໃຫ້ນັກສຶກສາຍິງ ແລະ ຊາຍ

          ມີສະຖານທີ່ຫຼີ້ນກິລາ

          ມີຫໍສະໝຸດ ແລະ ຫ້ອງຮຽນຄອມພິວເຕີ

–          ມີນະໂຍບາຍ ແລະ ສະຫວັດດີການດີ

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ຈົບໄປແລ້ວສາມາດເຮັດອາຊີບຜູ້ໃຫ້ບໍລິການທາງດ້ານການເດີນທາງ ແລະ ທ່ອງທ່ຽວ.

  • ເຮັດວຽກນຳກະຊວງ, ພະແນກ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

  • ສາມາດເຮັດວຽກນຳບໍລິສັດນຳທ່ຽວ, ຮ້ານອາຫານ, ໂຮງແຮມ ແລະ ເຮັດທຸລະກິດທາງດ້ານການທ່ອງທ່ຽວ.

ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ກອກຂໍ້ມູນຜູ້ສະໝັກ.
  • ຂັ້ນຕອນທີ 2: ເລືອກສາຂາທີ່ຕ້ອງການສະໝັກ.
  • ຂັ້ນຕອນທີ 3: ພິມໃບສະໝັກ.
  • ຂັ້oຕອນທີ 4: ຍື່ນໃບສະໝັກ.
  • ຂັ້ນຕອນທີ 5: ສຳພາດເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ປະຫວັດນັກຮຽນ 1 ສະບັບ
  3. ໃບເຂົ້າຫ້ອງສອບເສັງ
  4. ຮູບຂະໜາດ 3×4 ຈໍານວນ 3 ແຜ່ນ (ຖ່າຍບໍ່ເກີນ 3 ເດືອນ)
  5. ກ໋ອບປີ້ສໍາມະໂນຄົວ 1 ສະບັບ
  6. ກໍລະນີເປັນພະນັກງານ: ຕ້ອງມີໃບອະນຸຍາດ, ໃບນໍາສົ່ງຈາກພາກສ່ວນທີ່ກ່ຽວຂ້ອງກາແດງ 1 ສະບັບ
  7. ໃບຍົກຍ້າຍອົງການຈັດຕັ້ງມະຫາຊົນ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping