ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ – ສາຂາ ການບໍລິການໂຮງແຮມ – ລາຍລະອຽດ

ສາຂາ ການບໍລິການໂຮງແຮມ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິຫານໂຮງແຮມຄືການຮຽນຮູ້ກ່ຽວກັບການປະສານງານ ແລະ ໃນການປະຕິບັດງານກັບພະແນກຕ່າງຯຂອງໂຮງແຮມ ເພື່ອໃຫ້ການດຳເນີນງານໃນທຸກດ້ານຂອງໂຮງຮຽນສອດຄ່ອງ ແລະ ມີປະສິດທິພາບ. ອຸດສະຫະກຳບໍລິການຮັບຕ້ອນ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ແລະ ພວກເຮົາຕ້ອງການບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ບໍລິການໃນລະດັບມືອາຊີບ ແລະ ພັດທະນາມາດຕະຖານໃນອຸດສະຫະກຳນີ້ໃຫ້ໄດ້ລະດັບສາກົນ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການບໍລິການໂຮງແຮມໃຫ້ກົງກັບມາດຕະຖານອາຊີບ ເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ວັດສະດຸອຸປະກອນ
  2. ວຽກໃບຕອງ
  3. ກາຍະສຶກສາ
  4. ໂພຊະນາການອາຫານ
  5. ການເມືອງ
  6. ທຸລະກິດຂະໜາດນ້ອຍ
  7. ຄອມພິວເຕີ
  8. ເຕັກນິກການພົວພັນ
  9. ຕົບແຕ່ງດອກໄມ້
  10. ການປຸງແຕ່ງອາຫານຄາວຫວານ
  11. ແກະສະຫຼັກໝາກໄມ້
  12. ພາສາອັງກິດສະເພາະ
  13. ຄວາມສະອາດ ແລະ ສຸຂະອະນາໄມ
  14. ສິລະປະໃນການບໍລິການ
  15. ການຖະໜອມອາຫານ
  16. ການເຮັດເຄື່ອງດື່ມ
  17. ການບໍລິການອາຫານ-ເຄື່ອງດື່ມ
  18. ການຫຍິບກະໂປງໂຕະ
  19. ທິດສະດີບົດລາຍງານ
  20. ພັດຕະຄານງານລ້ຽງ
  21. ແມ່ບ້ານ
  22. ການຈັດງານລ້ຽງ
  23. ຝຶກງານ 640 ຊົ່ວໂມງ
ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ເຂົ້າມາຮຽນກັບທາງໂຮງຮຽນຂອງພວກເຮົາຈະໄດ້ຮັບເງິນເບ້ຍລ້ຽງຈາກທາງລັດຖະບານສະໜັບສະໜຸນ.

ສິ່ງອໍານວຍຄວາມສະດວກ:

          ມີຫໍພັກໃຫ້ນັກສຶກສາຍິງ ແລະ ຊາຍ

          ມີສະຖານທີ່ຫຼີ້ນກິລາ

          ມີຫໍສະໝຸດ ແລະ ຫ້ອງຮຽນຄອມພິວເຕີ

–          ມີນະໂຍບາຍ ແລະ ສະຫວັດດີການດີ

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ຮູ້ປຸງແຕ່ງອາຫານຄາວ ແລະ ອາຫານຫວານ.
  • ຮູ້ນຳໃຊ້ອຸປະກອນໃນການປຸງແຕ່ງອາຫານຄາວ ແລະ ອາຫານຫວານ.
  • ນຳໃຊ້ໃບຕອງເຂົ້າໃນວຽກສິນລະປະດິດ.
  • ແກະສະຫຼັກໝາກໄມ້ຮູບແບບຕ່າງໆ.
  • ບໍລິການອາຫານ ແລະ ເຄື່ອງດື່ມ.
  • ຮູ້ວິທີຖະໜອມອາຫານສົດ ແລະ ອາຫານແຫ້ງ.
  • ສາມາດປະກອບອາຊີບເຮັດວຽກໃນຮ້ານອາຫານ ຫຼື ໂຮງແຮມໄດ້.
  • ສາມາດປະກອບທຸລະກິດເປີດຮ້ານອາຫານເປັນຂອງຕົນເອງ.
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ກອກຂໍ້ມູນຜູ້ສະໝັກ.
  • ຂັ້ນຕອນທີ 2: ເລືອກສາຂາທີ່ຕ້ອງການສະໝັກ.
  • ຂັ້ນຕອນທີ 3: ພິມໃບສະໝັກ.
  • ຂັ້ນຕອນທີ 4: ຍື່ນໃບສະໝັກ.
  • ຂັ້ນຕອນທີ 5: ສຳພາດເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ: 
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
  2. ປະຫວັດນັກຮຽນ 1 ສະບັບ
  3. ໃບເຂົ້າຫ້ອງສອບເສັງ
  4. ຮູບຂະໜາດ 3×4 ຈໍານວນ 3 ແຜ່ນ (ຖ່າຍບໍ່ເກີນ 3 ເດືອນ)
  5. ກ໋ອບປີ້ສໍາມະໂນຄົວ 1 ສະບັບ
  6. ກໍລະນີເປັນພະນັກງານ: ຕ້ອງມີໃບອະນຸຍາດ, ໃບນໍາສົ່ງຈາກພາກສ່ວນທີ່ກ່ຽວຂ້ອງກາແດງ 1 ສະບັບ
  7. ໃບຍົກຍ້າຍອົງການຈັດຕັ້ງມະຫາຊົນ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping