ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອຸດົມໄຊ – ສາຂາ ປຸງແຕ່ງອາຫານ-ການໂຮງແຮມ – ລາຍລະອຽດ

ສາຂາ ປຸງແຕ່ງອາຫານ-ການໂຮງແຮມ
ເວລາຮຽນ 3 ເດືອນ (ລະບົບ C1, C2, C3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ການໂຮງແຮມ ຄືການຮຽນຮູ້ກ່ຽວກັບການປຸງແຕ່ງ ແລະ ການບໍລິການອາຫານ-ເຄື່ອງດື່ມ ແລະ ວຽກງານດ້ານຕ່າງໆໃນການບໍລິການໃນໂຮງແຮມ ເພື່ອສ້າງໃຫ້ຜູ້ຮຽນມີທັກສະຮອບດ້ານ ໃນການປະກອບອາຊີບໃນທຸລະກິດນີ້. ວຽກງານໃນຂະແໜງການບໍລິການຮັບຕ້ອນກໍຄື ວຽກງານທາງດ້ານການໂຮງແຮມ ແລະ ຮ້ານອາຫານ ຖືເປັນອີກໜຶ່ງວຽກງານທີ່ສຳຄັນທີ່ໄດ້ຊ່ວຍຍົກລະດັບຄວາມເພິງພໍໃຈຂອງແຂກຜູ້ມາທ່ຽວຊົມ ແລະ ໃຫ້ເກີດການກັບມາໃຊ້ບໍລິການຊໍ້າອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການກົງກັບມາດຖານອາຊີບເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບປະຖົມຂື້ນໄປ
ວິຊາຮຽນທີ່ກ່ຽວຂ້ອງ :
  1.  ການນໍາໃຊ້ຫຼັກການພາສາລາວ
  2.  ການສື່ສານໃນສະຖານທີ່ເຮັດວຽກ
  3.  ການຮັກສາຄວາມປອດໄພທາງດ້ານອາຫານ ແລະ ປະຕິບັດງານ
  4.  ການນໍາໃຊ້ທັກສະຊີວິດ
  5.  ພາສາອັງກິດສໍາລັບການສື່ສານ
  6.  ການປຸງແຕ່ງອາຫານປະເພດແກງ
  7.  ການປຸງແຕ່ງອາຫານປະເພດຊຸບ
  8.  ການປຸງແຕ່ງອາຫານປະເພດປົ່ນ
  9. ການປຸງແຕ່ງອາຫານປະເພດປີ້ງ
  10. ການປຸງແຕ່ງອາຫານປະເພດແຈ່ວ
  11. ການປຸງແຕ່ງອາຫານປະເພດຂົ້ວ
  12. ການປຸງແຕ່ງອາຫານປະເພດລາບ
  13. ການປຸງແຕ່ງອາຫານປະເພດລວກ
  14. ການປຸງແຕ່ງເຂົ້າໜົມຫວານ
  15. ການປຸງແຕ່ງເຂົ້າໜົມເຄັມ
  16. ການປຸງແຕ່ງອາຫານປະເພດເສັ້ນ
  17. ການປະສານງານລະຫວ່າງຫ້ອງຄົວ ແລະ ຫ້ອງອາຫານ
ນະໂຍບາຍຕ່າງໆ:
  • ນັກຮຽນແມ່ນຈະໄດ້ຮັບເງິນເບ້ຍລ້ຽງ

ສິ່ງອໍານວຍຄວາມສະດວກ:

          ມີຫໍພັກໃຫ້ນັກສຶກສາຍິງ ແລະ ຊາຍ

          ມີສະຖານທີ່ຫຼີ້ນກິລາ

          ມີຫໍສະໝຸດ ແລະ ຫ້ອງຮຽນຄອມພິວເຕີ

–          ມີນະໂຍບາຍ ແລະ ສະຫວັດດີການດີ

ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດຮູ້ຈັກການກະກຽມອຸປະກອນ, ເຄື່ອງມື ແລະ ວັດຖຸດິບໃນການປຸງແຕ່ງອາຫານ, ດຳເນີນການປຸງແຕ່ງອາຫານແຕ່ລະປະເພດເຊັ່ນ: ອາຫານປະເພດແກງ, ອາຫານປະເພດປົ່ນ, ອາ ຫານປະເພດປີ້ງ, ອາຫານປະເພດຊຸບ ( ລາວ ), ອາຫານປະເພດແຈ່ວ, ອາຫານປະເພດຂົ້ວ, ອາຫານປະເພດລາບ, ອາຫານປະເພດລວກ, ເຂົ້າໜົມຫວານ, ເຂົ້າໜົມເຄັມ ແລະ ອາຫານປະເພດເສັ້້ນ ( ເຂົ້າປຸ້ນ ).

  • ຮູ້ຈັກວິທີການເກັບຮັກສາອາຫານ ແລະ ອຸ່ນຄືນອາຫານປະເພດແກງຕາມຫຼັກອານາໄມ.

  • ສາມາດປະກອບອາຊີບເຮັດວຽກຢູ່ຮ້ານອາຫານໄດ້
ວິທີສະໝັກຮຽນ
  • ຂັ້ນຕອນທີ 1: ກອກຂໍ້ມູນຜູ້ສະໝັກ.
  • ຂັ້ນຕອນທີ 2: ເລືອກສາຂາທີ່ຕ້ອງການສະໝັກ.
  • ຂັ້ນຕອນທີ 3: ພິມໃບສະໝັກ.
  • ຂັ້ນຕອນທີ 4: ຍື່ນໃບສະໝັກ.
  • ຂັ້ນຕອນທີ 5: ສຳພາດເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນປະຖົມ        
  2. ປະຫວັດນັກຮຽນ 1 ສະບັບ
  3. ຮູບຂະໜາດ 3×4 ຈໍານວນ 3 ແຜ່ນ (ຖ່າຍບໍ່ເກີນ 3 ເດືອນ)
  4. ກ໋ອບປີ້ສໍາມະໂນຄົວ 1 ສະບັບ
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping