ໂຮງຮຽນເຕັກນິກ-ວິຊາຊີບບໍລິຄໍາໄຊ – ສາຂາ ການປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ- ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ. .

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການກ່ຽວກັບການປຸງແຕ່ງ-ບໍລິການອາຫານ ແລະ ເຄື່ອງດື່ມ ໃຫ້ກົງກັບມາດຕະຖານອາຊີບ ສາມາດນໍາໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນຮູ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບຕາມທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສໍາພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

  •  
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ວັດທະນະທໍາລາວ
  3.   ການສື່ສານເປັນພາສາອັງກິດ
  4.   ການນໍາໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
  5.   ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6.   ພາສາອັງກິດສໍາລັບໂຮງແຮມ ແລະ ການທ່ອງທ່ຽວ
  7.   ການປະກອບທຸລະກິດສໍາລັບອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  8.   ການນໍາໃຊ້ອຸປະກອນສື່ສານສໍາລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  9.   ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  10. ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  11. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  12. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  13. ການແນະນໍາກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
  14. ການກະກຽມ ແລະ ການປຸງແຕ່ງອາຫານລາວ
  15. ການດໍາເນີນການປຸງແຕ່ງອາຫານ
  16. ການວາງແຜນບໍລິການຈັດສົ່ງອາຫານ ແລະ ຈັດງານລ້ຽງ
  17. ການບໍລິການອາຫານ ແລະ ເຄື່ອງດື່ມ
  18. ການກະກຽມເຂົ້າຈີ່, ເຄັກ, ເຂົ້າໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ
  19. ການບໍລິການເຄື່ອງດື່ມໃນບາເຫຼົ້າ
ນະໂຍບາຍຕ່າງໆ:
  • ນັກສຶກສາແມ່ນໄດ້ຮັບເບ້ຍລ້ຽງໃນທຸກໆເດືອນ.

  • ເວລານັກສຶກສາເຈັບເປັນ ເຂົ້າໂຮງໝໍທາງໂຮງຮຽນມີເງິນສະຫວັດດີການໃຫ້.
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ
  • ມີສະຖານປະກອບການທີ່ໃຫ້ຄວາມສະດວກໃນການຝຶກງານ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:

          ມີຄວາມສາມາດແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ.

          ມີຄວາມສາມາດກະກຽມ ແລະ ປຸງແຕ່ງອາຫານລາວ.

          ສາມາດໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ.

          ມີຄວາມຮູ້ໃນການກະກຽມເຂົ້າຈີ່, ເຄັກ, ຂະໝົມອົບ ແລະ ອາຫານຫວານຂັ້ນພື້ນຖານ.

          ມີຄວາມຮູ້ຄວາມສາມາດໃນການການກະກຽມປຸງແຕ່ງອາຫານ ແລະ ເຄື່ອງດື່ມຕາມສູດຕ່າງໆ.

          ມີທັກສະການວາງແຜນບໍລິການຈັດສົ່ງອາຫານ ແລະ ການຈັດງານລ້ຽງຕ່າງໆ.

          ມີທັກສະການບໍລິການອາຫານ ແລະ ເຄື່ອງດື່ມ.

          ສາມາດໃຫ້ການບໍລິການເຄື່ອງດື່ມໃນບາເຫຼົ້າ.

          ມີພື້ນຖານໃນການປະຍຸກ, ຄົ້ນຄິດສູດອາຫານ ແລະ ເຄື່ອງດື່ມໃໝ່ໆ.

          ມີທັກສະໃນການໃຫ້ບໍລິການ ເປັນຕົ້ນແມ່ນດ້ານການທ່ອງທ່ຽວ ແລະ ການໂຮງແຮມ.

          ສາມາດປະກອບອາຊີບຢູ່ຕາມຮ້ານອາຫານ ຫຼື ໂຮງແຮມໄດ້.

          ສາມາດເປີດຮ້ານອາຫານເປັນຂອງຕົນເອງ.

ວິທີສະໝັກຮຽນ
  • ຂັ້ນຕອນທີ1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາໃຫ້ທາງໂຮງຮຽນກວດສອບວ່າຄວາມຖືກຕ້ອງ ແລະ ຄວາມຄົບຖ້ວນຂອງຂໍ້ມູນ.
  • ຂັ້ນຕອນທີ 3: ຫາກເອກະສານຄົບຖ້ວນແລ້ວແມ່ນເຂົ້າສຳພາດເຂົ້າຮຽນ.
  • ຂັ້ນຕອນທີ 4: ໂຮງຮຽນຈະສະເໜີພະແນກສຶກສາທິການ ແລະ ກິລາແຂວງ ເພື່ອອອກຂໍ້ຕົກລົງຮັບຮອງນັກຮຽນທີ່ຖືກຄັດເລືອກເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ໃບຄຳຮ້ອງຂໍເຂົ້າຮຽນ
  3. ຊີວະປະຫວັດນັກຮຽນ
  4. ໃບຄະແນນ
  5. ໃບຢັ້ງຢືນທີ່ຢູ່
  6. ຮູບຖ່າຍຂະໜາດ 3X4
  7. ຖ້າເປັນພະນັກງານຕ້ອງມີໃບອະນຸຍາດຈາກກົມກອງພາກສ່ວນທີ່ກ່ຽວຂ້ອງ.
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping