ວິທະຍາໄລ ເຕັກນິກ ແຂວງວຽງຈັນ – ສາຂາ ການບໍລິຫານການໂຮງແຮມ ແລະ ການທ່ອງທ່ຽວ – ລາຍລະອຽດ

ສາຂາ ການບໍລິຫານການທ່ອງທ່ຽວ
ເວລາຮຽນ 3 ປີ (ຊັ້ນສູງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິຫານການທ່ອງທ່ຽວ ຄືການຮຽນຮູ້ກ່ຽວກັບການບໍລິຫານ ການຈັດການເດີນທາງ ໃຫ້ກັບນັກທ່ອງທ່ຽວທັງພາຍໃນແລະ ນອກປະເທດ, ລວມທັງການຈັດຫາ ແລະ ປະສານງານກັບບັນດາຜູ້ສະໜອງກໍຄືໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວຕ່າງໆທີ່ກ່ຽວຂ້ອງ ເພື່ອຈັດແຜນການທ່ອງທ່ຽວໃຫ້ແກ່ລູກຄ້າ. ການທ່ອງທ່ຽວເປັນອຸດສະຫະກຳທີ່ມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການຂັບເຄື່ອນເສດຖະກິດພາຍໃນຊາດ ກໍຄືເສດຖະກິດພາຍໃນທ້ອງຖິ່ນ ເພື່ອສ້າງລາຍຮັບ ແລະ ຄວາມເປັນຢູ່ທີ່ດີຂຶ້ນໃຫ້ແກ່ປະຊາຊົນລາວ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບວຽກທີ່ປະຕິບັດພະແນກຕ່າງໆໃນໂຮງແຮມ ແລະ ການບໍລິການທ່ອງທ່ຽວ ໃຫ້ກົງກັບມາດຖານອາຊີບ, ສາມາດນໍາໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນ, ມີຄຸນນະທໍາ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ:
  1. ພາສາອັງກິດເພື່ອການສື່ສານ
  2. ພາສາອັງກິດສຳລັບການບໍລິການໂຮງແຮມ ແລະ ທ່ອງທ່ຽວ
  3. ການໂຮງແຮມເບື້ອງຕົ້ນ
  4. ອຸດສາຫະກຳການທ່ອງທ່ຽວ
  5. ການທ່ອງທ່ຽວແບບອານຸລັກ
  6. ການບໍລິການນຳທ່ຽວ
  7. ທຸລະກິດນຳທ່ຽວ
  8. ການນຳໃຊ້ຄອມພິວເຕີພຶ້ນຖານ ແລະ ການນຳໃຊ້ຄອມພິວເຕີກັບວຽກງານການທ່ອງທ່ຽວ
  9. ການບໍລິການຈອງຫ້ອງພັກ
  10. ເສດຖະສາດ ແລະ ຫຼັກການບໍລິຫານທຸລະກິດ
  11. ການບັນຊີ
  12. ປະຫວັດແຫຼ່ງທ່ອງທ່ຽວ.
ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ກັບນັກສຶກສາທັງຍິງ ແລະ ຊາຍ.
  • ມີຫ້ອງປະຕິບັດ, ມີວັດສະດຸ ແລະ ອຸປະກອນເຄື່ອງໃຊ້ໃນການຮຽນ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ເມື່ອຮຽນຈົບສາຂານີ້ແລ້ວ ສາມາດໄປເຮັດວຽກໃນໂຮງແຮມ ແລະ ບໍລິສັດທ່ອງທ່ຽວ.
  • ສາມາດໃຫ້ບໍລິການລູກທີ່ມາໃຊ້ບໍລິການໃນໂຮງແຮມ ແລະ ບໍລິສັດທ່ອງທ່ຽວ.
  • ສາມາດປະກອບທຸລະກິດເປີດບໍລິສັດທ່ອງທ່ຽວເປັນຂອງຕົນເອງໄດ້.
ວີທີສະໝັກຮຽນ

–          ຂັ້ນຕອນທີ 1: ແມ່ນພົວພັນຊື້ແບບຟອມສະໝັກເຂົ້າຮຽນ ໄດ້ທີ່ພະແນກກິດຈະການນັກຮຽນ-ນັກສຶກສາ ຂອງວິທະຍາໄລເຕັກນິກແຂວງວຽງຈັນ.

–          ຂັ້ນຕອນທີ 2: ແມ່ນປະກອບເອກະສານຕາມແບບຟອມທີ່ກຳນົດໃຫ້.

–          ຂັ້ນຕອນທີ 3: ຜູ້ສະໝັັກຮຽນຕ້ອງມາຍື່ນແບບຟອມສະໝັກດ້ວຍຕົນເອງ.

–          ຂັ້ນຕອນທີ 4: ລໍຖ້າຮັບບັດເຂົ້າຫ້ອງສອບສຳພາດ ຫຼື ສອບເສັງ.

ເອກະສານປະກອບການສະໝັກຮຽນມີ:
  1. ສຳເນົາໃບປະກາດຈົບການສຶກສາຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ຊີວະປະຫວັດນັກຮຽນ.
  3. ໃບຢັ້ງຢືນສຸຂະພາບ.
  4. ໃບຢັ້ງຢືນທີ່ຢູ່.
  5. ຮູບຖ່າຍ 3×4 ຈໍານວນ 4 ໃບ (ຖ່າຍບໍ່ເກີນ 3 ເດືອນ)

 

Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping