ວິທະຍາໄລ ເຕັກນິກ ແຂວງວຽງຈັນ – ສາຂາ ການເດີນທາງ ແລະ ການທ່ອງທ່ຽວ – ລາຍລະອຽດ

ສາຂາ ການບໍລິການການເດີນທາງ ແລະ ການທ່ອງທ່ຽວ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາ ບໍລິການການເດີນທາງ-ການທ່ອງທ່ຽວ ຄືການຮຽນຮູ້ກ່ຽວກັບການວາງແຜນ ແລະ ການບໍລິການທ່ອງທ່ຽວພາຍໃນປະເທດແບບອະນຸລັກ ໂດຍສະເພາະການທ່ອງທ່ຽວໃນຮູບແບບເປັນກຸ່ມ. ນອກຈາກນັ້ນ, ຍັງມີສຶກສາກ່ຽວກັບການປະສານງານສຳລັບວຽກງານການທ່ອງທ່ຽວຂະແໜງຕ່າງໆ ແລະ ການບໍລິການທ່ອງທ່ຽວ. ການສຶກສາກ່ຽວກັບສາຂານີ້ຢ່າງລະອຽດ ເປັນສິ່ງສຳຄັນຕໍ່ຄຸນນະພາບການບໍລິການ ແລະ ນໍາທ່ຽວຂອງພະນັກງານໃນອຸດສະຫະກຳນີ້ ເນື່ອງຈາກພວກເຂົາຈະເຮັດໜ້າທີ່ເປັນດັ່ງຕົວແທນໃນການບອກເລົ່າ ແລະ ແນະນໍາຂໍ້ມູນຂ່າວສານ ກ່ຽວກັບວັດທະນະທຳ ແລະ ປະເພນີຂອງຊາດ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການບໍລິການການເດີນທາງ ແລະ ການທ່ອງທ່ຽວ ໃຫ້ກົງກັບມາດຖານອາຊີບ, ສາມາດນໍາໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະ.
  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນ, ມີຄຸນນະທໍາ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ:
  1. ພາສາອັງກິດສຳລັບການໂຮງແຮມ ແລະ ການທ່ອງທ່ຽວ
  2. ການປະກອບທຸລະກິດສຳລັບອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
  3. ການນຳໃຊ້ອຸປະກອນສື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  4. ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  5. ການບຳລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  6. ການສ້າງການບໍລິການລູກຄ້າຢ່າງມີປະສິດທິພາບ
  7. ການພັດທະນາຄວາມຮູ້ດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
  8. ການກຳນົດອົງປະກອບຂອງການທ່ອງທ່ຽວພາຍໃນປະເທດ
  9. ການກຳນົດອົງປະກອບຂອງການທ່ອງທ່ຽວແບບອານຸລັກ
  10. ການກຳນົດອົງປະກອບຂອງການທ່ອງທ່ຽວຕ່າງປະເທດ
  11. ການສ້າງລາຍການທ່ອງທ່ຽວ
  12. ການຈອງໂຮງແຮມ ແລະ ປີ້ຍົນ
  13. ການບໍລິການນຳທ່ຽວ
ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ຜ່ານການສໍາພາດ ແລະ ໄດ້ເຂົ້າຮຽນແມ່ນໄດ້ຮຽນຟຣີບໍ່ໄດ້ຈ່າຍຄ່າເທີມ.
ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ກັບນັກສຶກສາທັງຍິງ ແລະ ຊາຍ.
  • ມີຫ້ອງປະຕິບັດ, ມີວັດສະດຸ ແລະ ອຸປະກອນເຄື່ອງໃຊ້ໃນການຮຽນ
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດກຳນົດອົງປະກອບຂອງການທ່ອງທ່ຽວພາຍໃນປະເທດ.

  • ຮູ້ການກຳນົດອົງປະກອບຂອງການທ່ອງທ່ຽວແບບອານຸລັກ.

  • ຮູ້ການກຳນົດອົງປະກອບຂອງການທ່ອງທ່ຽວຕ່າງປະເທດ.

  • ການສ້າງລາຍການທ່ອງທ່ຽວ.

  • ການຈອງໂຮງແຮມ ແລະ ປີ້ຍົນ.

  • ການບໍລິການນຳທ່ຽວ.

  • ສາມາດປະກອບອາຊີບເປັນພະນັກງານໃນສະໜາມບິນ, ເປັນໄກ້ນໍາທ່ຽວ.
  • ສາມາດປະກອບທຸລະກິດເປີດບໍລິສັດທ່ອງທ່ຽວເປັນຂອງຕົນເອງໄດ້.
ວີທີສະໝັກຮຽນ

–          ຂັ້ນຕອນທີ 1: ແມ່ນພົວພັນຊື້ແບບຟອມສະໝັກເຂົ້າຮຽນ ໄດ້ທີ່ພະແນກກິດຈະການນັກຮຽນ-ນັກສຶກສາ ຂອງວິທະຍາໄລເຕັກນິກແຂວງວຽງຈັນ.

–          ຂັ້ນຕອນທີ 2: ແມ່ນປະກອບເອກະສານຕາມແບບຟອມທີ່ກຳນົດໃຫ້.

–          ຂັ້ນຕອນທີ 3: ຜູ້ສະໝັັກຮຽນຕ້ອງມາຍື່ນແບບຟອມສະໝັກດ້ວຍຕົນເອງ.

–          ຂັ້ນຕອນທີ 4: ລໍຖ້າຮັບບັດເຂົ້າຫ້ອງສອບສຳພາດ ຫຼື ສອບເສັງ.

ເອກະສານປະກອບການສະໝັກຮຽນມີ:
  1. ສຳເນົາໃບປະກາດຈົບການສຶກສາຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ຊີວະປະຫວັດນັກຮຽນ.
  3. ໃບຢັ້ງຢືນສຸຂະພາບ.
  4. ໃບຢັ້ງຢືນທີ່ຢູ່.
  5. ຮູບຖ່າຍ 3×4 ຈໍານວນ 4 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping