ວິທະຍາໄລ ເຕັກນິກ ແຂວງວຽງຈັນ – ສາຂາ ບໍລິການໂຮງແຮມ – ລາຍລະອຽດ

ສາຂາ ການບໍລິການໂຮງແຮມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິການໂຮງແຮມຄືການຮຽນຮູ້ກ່ຽວກັບການປະສານງານ ແລະ ໃນການປະຕິບັດງານກັບພະແນກຕ່າງຯຂອງໂຮງແຮມ ເພື່ອໃຫ້ການດຳເນີນງານໃນທຸກດ້ານຂອງໂຮງຮຽນສອດຄ່ອງ ແລະ ມີປະສິດທິພາບ. ອຸດສະຫະກຳບໍລິການຮັບຕ້ອນ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ແລະ ພວກເຮົາຕ້ອງການບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ບໍລິການໃນລະດັບມືອາຊີບ ແລະ ພັດທະນາມາດຕະຖານໃນອຸດສະຫະກຳນີ້ໃຫ້ໄດ້ລະດັບສາກົນ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີແລະ ປະສົບການດ້ານທັກສະກ່ຽວກັບວຽກທີ່ປະຕິບັດພະແນກຕ່າງໆໃນໂຮງແຮມ ແລະ ການບໍລິການໂຮງແຮມໃຫ້ກົງກັບມາດຖານອາຊີບ ສາມາດນໍາໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງງານດ້ານວິຊາສະເພາະ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນ, ມີຄຸນນະທໍາ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ:
  1. ພາສາອັງກິດສຳລັບການໂຮງແຮມ ແລະ ການທ່ອງທ່ຽວ
  2. ການປະກອບທຸລະກິດສຳລັບອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
  3. ການນຳໃຊ້ອຸປະກອນສື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  4. ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  5. ການບຳລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  6. ການສ້າງການບໍລິການລູກຄ້າຢ່າງມີປະສິດທຶພາບ
  7. ການພັດທະນາຄວາມຮູ້ດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
  8. ການພັດທະນາຄວາມຮູ້ກ່ຽວກັບການດຳເນີນທຸລະກິດໂຮງແຮມ
  9. ການດຳເນີນຄວບຄຸມການຊັກລີດຜ້າ
  10. ການສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ
  11. ການສະໜອງການບໍລິການອະນາໄມໃຫ້ແກ່ແຂກ
  12. ການຈັດກອງປະຊຸມລະດັບສາກົນ ແລະ ການຈັດກິດຈະກຳຕ່າງໆ
  13. ການສະໜອງການບໍລິການຂອງພະແນກຫ້ອງພັກ
ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ຜ່ານການສໍາພາດ ແລະ ໄດ້ເຂົ້າຮຽນແມ່ນໄດ້ຮຽນຟຣີບໍ່ໄດ້ຈ່າຍຄ່າເທີມ.
ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ກັບນັກສຶກສາທັງຍິງ ແລະ ຊາຍ.
  • ມີຫ້ອງປະຕິບັດ, ມີວັດສະດຸ ແລະ ອຸປະກອນເຄື່ອງໃຊ້ໃນການຮຽນ
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ພາຍຫຼັງຮຽນຈົບຜູ້ຮຽນສາມາດພັດທະນາຄວາມຮູ້ກ່ຽວກັບການດຳເນີນກ່ຽວກັບທຸລະກິດໂຮງແຮມ, ດຳເນີນການຄວບຄຸມການຊັກລີດ-ເສື້ອຜ້າ ແລະ ສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ, ຈັດກອງປະຊຸມ, ການນຳທ່ອງທ່ຽວ, ຈັດກອງປະຊຸມລະດັບສາກົນ ແລະ ການຈັດງານກິດຈະກຳຕ່າງໆ, ສະໜອງການບໍລິການອະນາໄມໃຫ້ແກ່ແຂກ, ສະໜອງການບໍລິການພະແນກຫ້ອງພັກ.
  • ສາມາດປະກອບອາຊີບຢູ່ໃນໂຮງແຮມໄດ້.
  • ສາມາດໃຫ້ຄໍາແນະນໍາທາງດ້ານການທ່ອງທ່ຽວໄດ້ເປັນຢ່າງດີ.
ວີທີສະໝັກຮຽນ

–          ຂັ້ນຕອນທີ 1: ແມ່ນພົວພັນຊື້ແບບຟອມສະໝັກເຂົ້າຮຽນ ໄດ້ທີ່ພະແນກກິດຈະການນັກຮຽນ-ນັກສຶກສາ ຂອງວິທະຍາໄລເຕັກນິກແຂວງວຽງຈັນ.

–          ຂັ້ນຕອນທີ 2: ແມ່ນປະກອບເອກະສານຕາມແບບຟອມທີ່ກຳນົດໃຫ້.

–          ຂັ້ນຕອນທີ 3: ຜູ້ສະໝັັກຮຽນຕ້ອງມາຍື່ນແບບຟອມສະໝັກດ້ວຍຕົນເອງ.

–          ຂັ້ນຕອນທີ 4: ລໍຖ້າຮັບບັດເຂົ້າຫ້ອງສອບສຳພາດ ຫຼື ສອບເສັງ.

ເອກະສານປະກອບການສະໝັກຮຽນມີ:
  1. ສຳເນົາໃບປະກາດຈົບການສຶກສາຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ຊີວະປະຫວັດນັກຮຽນ.
  3. ໃບຢັ້ງຢືນສຸຂະພາບ.
  4. ໃບຢັ້ງຢືນທີ່ຢູ່.
  5. ຮູບຖ່າຍ 3×4 ຈໍານວນ 4 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping