ວິທະຍາໄລ ເຕັກນິກ ແຂວງວຽງຈັນ – ສາຂາ ແມ່ບ້ານ – ລາຍລະອຽດ

ສາຂາ ແມ່ບ້ານ
ເວລາຮຽນ 3 ເດືອນ (ລະບົບ C1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາແມ່ນບ້ານ ຄືການຮຽນຮູ້ລະບຽບ ຫຼັກການ ແລະ ການນໍາໃຊ້ເຄື່ອງມືຕ່າງໆ ໃນການຈັດການທຳຄວາມສະອາດ ສະຖານທີ່ຕ່າງໆ ຢ່າງຖືກຕ້ອງ ແລະ ເປັນລະບຽບຮຽບຮ້ອຍ. ຄວາມປະທັບໃຈທຳອິດ ບໍ່ສາມາດສ້າງໄດ້ເປັນເທື່ອທີສອງ ສິ່ງຜູ້ຄົນເຫັນທຳອິດ ບໍ່ວ່າຈະກ້າວຍ່າງເຂົ້າໄປສະຖານທີ່ໃດກໍຕາມ ເຊັ່ນ ໂຮງແຮມ, ຮ້ານອາຫານ, ໂຮງໝໍ ຫຼື ສຳນັກງານຕ່າງ ກໍຄືຄວາມສະອາດງາມຕາຂອງສະຖານທີ່ນັ້ນໆ. ພະນັກງານທຳຄວາມສະອາດ ຫຼື ແມ່ບ້ານ ຄືໝາກຫົວໃຈສຳຄັນທີ່ຊ່ວຍຮັກສາຄວາມສະອາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສະຖານທີ່ດັ່ງກ່າວ.

ຈຸດປະສົງ :
  • ໃຫ້ນັກຮຽນໄດ້ຮັບຮູ້ເຖິງການອານາໄມຫ້ອງພັກ, ຫ້ອງນໍ້າ ແລະ ພື້ນທີ່ສາທາລະນະໄດ້ຖືກຕ້ອງຕາມຫຼັກການ.
  • ໃຫ້ນັກຮຽນໄດ້ຮັບຮູ້ເຖິງການເຮັດຄວາມສະອາດ, ຄວາມສະດວກສະບາຍ, ຄວາມສວຍງາມ ແລະ ຄວາມປອດໄພພາຍໃນສະຖານທີ່ເຮັດວຽກ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບປະຖົມຂື້ນໄປ
ວິຊາຮຽນທີ່ກ່ຽວຂ້ອງ:
  1.  ທິດສະດີປະຕິບັດໃນໂຮງແຮມ
  2. ທິດສະດີປະຕິບັດໃນສະຖານປະກອບການ
  3. ການນຳໃຊ້ພາສາລາວ
  4. ການສື່ສານໃນສະຖານທີ່ເຮັດວຽກ
  5. ການນໍາໃຊ້ທັກສະຊີວິດ
  6. ພາສາອັງກິດສໍາລັບການສື່ສານໃນລະດັບພື້ນຖານ
  7. ການໃຫ້ຂໍ້ມູນກ່ຽວກັບການໃຫ້ບໍລິການພາຍໃນສະຖານທີ່ພັກ
  8. ການຊັກລີດເສື້ອຜ້າຂອງແຂກ
  9. ການສະໜອງດ້ານການບໍລິການຮັກສາຄວາມສະອາດໃຫ້ແກ່ແຂກ
  10. ການອະນາໄມພື້ນທີ່ສາທາລະນະ
  11. ການອະນາໄມຫ້ອງພັກແຂກ
  12. ການບໍາລຸງຮັກສາອຸປະກອນ ແລະ ສະຖານທີ່ເຮັດວຽກ.
ນະໂຍບາຍຕ່າງໆ:
  • ມີຫໍພັກໃຫ້ນັກຮຽນ
  • ມີເບ້ຍລ້ຽງໃຫ້ແກ່ຜູ້ຮຽນ
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງປະຕິບັດ
  • ມີວັດສະດຸ ແລະ ອຸປະກອນເຄື່ອງໃຊ້ໃນການຮຽນ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
        • ໃຫ້ຂໍ້ມູນກ່ຽວກັບການບໍລິການໃນສະຖານທີ່ພັກ, ຊັກລີດເສື້ອຜ້າແຂກ, ສະໜອງການບໍລິການຕາມຄຳຮ້ອງຂໍຂອງແຂກ.
        • ສາມາດອາະນາໄມພື້ນທີ່ສາທາລະນະ, ອະນາໄມຫ້ອງພັກແຂກ, ບໍາລຸງຮັກສາອຸປະກອນ ແລະ ສະຖານທີ່ເຮັດວຽກ
        • ສາມາດເຮັດວຽກໃນໂຮງແຮມ ຫຼື ຮ້ານອາຫານຕ່າງໆໄດ້.
  •  
ວີທີສະໝັກຮຽນ

–          ຂັ້ນຕອນທີ 1: ແມ່ນພົວພັນຊື້ແບບຟອມສະໝັກເຂົ້າຮຽນ ໄດ້ທີ່ພະແນກກິດຈະການນັກຮຽນ-ນັກສຶກສາ ຂອງວິທະຍາໄລເຕັກນິກແຂວງວຽງຈັນ.

–          ຂັ້ນຕອນທີ 2: ແມ່ນປະກອບເອກະສານຕາມແບບຟອມທີ່ກຳນົດໃຫ້.

–          ຂັ້ນຕອນທີ 3: ຜູ້ສະໝັັກຮຽນຕ້ອງມາຍື່ນແບບຟອມສະໝັກດ້ວຍຕົນເອງ.

–          ຂັ້ນຕອນທີ 4: ລໍຖ້າຮັບບັດເຂົ້າຫ້ອງສອບສຳພາດ ຫຼື ສອບເສັງ.

ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນປະຖົມ
  2. ຊີວະປະຫວັດນັກຮຽນ.
  3. ໃບຢັ້ງຢືນສຸຂະພາບ.
  4. ໃບຢັ້ງຢືນທີ່ຢູ່.
  5. ຮູບຖ່າຍ 3×4 ຈໍານວນ 4 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping