ວິທະຍາໄລ ເຕັກນິກ ແຂວງວຽງຈັນ – ສາຂາ ອາຫານ-ການບໍລິການ – ລາຍລະອຽດ

ສາຂາ ອາຫານ-ການບໍລິການ
ເວລາຮຽນ 4 ເດືອນ (ລະບົບ C1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາອາຫານ-ການບໍລິການ ຄືການຮຽນຮູ້ກ່ຽວກັບການກະກຽມ ແລະ ການປຸງແຕ່ງອາຫານໃຫ້ຖືກຕາມຫຼັກການ, ຖືກສຸຂະອະນາໄມ ແລະ ມີຄຸນຄ່າທາງດ້ານໂພຊະນາການ ລວມທັງການຮຽນຮູ້ກ່ຽວກັບການໃຫ້ບໍລິການອາຫານ ແລະ ເຄື່ອງດື່ມອີກດ້ວຍ. ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການກົງກັບມາດຕະຖານອາຊີບ ເພື່ອນໍາໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ, ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລໍາດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນ, ມີຄຸນນະທຳ, ຈະລິຍະທໍາ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ : 
  • ຕ້ອງຮຽນຈົບປະຖົມຂື້ນໄປ
ວິຊາຮຽນທີ່ກ່ຽວຂ້ອງ:
  1. ການຮຽນແມ່ນຮຽນຮູ້ກ່ຽວກັບການປຸງງແຕ່ງອາຫານລາວປະເພດຕ່າງໆເຊັ່ນ: ແກງ, ປົ່ນ, ປີ້ງ, ແຈ່ວ, ລາບ
  2. ການປຸງແຕ່ງປະເພດເສັ້ນ,
  3. ເຂົ້າໜົມຫວານ ແລະ ເຄັມ.
  4. ການຮຽນຮູ້ກ່ຽວກັບການສື່ສານໃນສະຖານທີ່ເຮັດວຽກ
  5. ການນໍາໃຊ້ທັກສະຊີວິດ 
  6. ພາສາອັງກິດສໍາຫຼັບການສື່ສານໃນລະດັບພື້ນຖານ.
ນະໂຍບາຍຕ່າງໆ:

ມີຫໍພັກໃຫ້ນັກຮຽນ, ມີເບ້ຍລ້ຽງໃຫ້ແກ່ຜູ້ຮຽນ.

ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງປະຕິບັດ
  • ມີວັດສະດຸ ແລະ ອຸປະກອນເຄື່ອງໃຊ້ໃນການຮຽນ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດກະກຽມອຸປະກອນ, ເຄື່ອງມື ແລະ ວັດຖຸດິບໃນການປຸງແຕ່ງອາຫານ ພ້ອມດຳເນີນຂັ້ນຕອນວິທີການປຸງແຕ່ງອາຫານ ໂດຍສະເພາະອາຫານລາວ ໄດ້ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການ, ພ້ອມທັງວິທີການເກັບຮັກສາທີ່ຖືກຕ້ອງ.

  • ສາມາດປະກອບອາຊີບໃນຮ້ານອາຫານ ຫຼື ໂຮງແຮມໄດ້.
  •  
ວີທີສະໝັກຮຽນ

          ຂັ້ນຕອນທີ 1: ແມ່ນພົວພັນຊື້ແບບຟອມສະໝັກເຂົ້າຮຽນໄດ້ທີ່ພະແນກກິດຈະການນັກຮຽນ-ນັກສຶກສາ ຂອງວິທະຍາໄລເຕັກນິກແຂວງວຽງຈັນ.

          ຂັ້ນຕອນທີ 2: ແມ່ນປະກອບເອກະສານຕາມແບບຟອມທີ່ກຳນົດໃຫ້.

          ຂັ້ນຕອນທີ 3: ຜູ້ສະໝັັກຮຽນຕ້ອງມາຍື່ນແບບຟອມສະໝັກດ້ວຍຕົນເອງ.

          ຂັ້ນຕອນທີ 4: ລໍຖ້າຮັບບັດເຂົ້າຫ້ອງສອບສຳພາດ ຫຼື ສອບເສັງ.

ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນປະຖົມ
  2. ຊີວະປະຫວັດນັກຮຽນ.
  3. ໃບຢັ້ງຢືນສຸຂະພາບ.
  4. ໃບຢັ້ງຢືນທີ່ຢູ່.
  5. ຮູບຖ່າຍ 3×4 ຈໍານວນ 4 ໃບ (ຖ່າຍບໍ່ເກີນ 3 ເດືອນ)
  •  
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping