ວິທະຍາໄລ ເຕັກນິກ -ວິຊາຊີບ ຫຼວງພະບາງ – ສາຂາ ການບໍລິການໂຮງແຮມ- ລາຍລະອຽດ

ສາຂາ ການບໍລິການໂຮງແຮມ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິຫານໂຮງແຮມຄືການຮຽນຮູ້ກ່ຽວກັບການປະສານງານ ແລະ ໃນການປະຕິບັດງານກັບພະແນກຕ່າງຯຂອງໂຮງແຮມ ເພື່ອໃຫ້ການດຳເນີນງານໃນທຸກດ້ານຂອງໂຮງຮຽນສອດຄ່ອງ ແລະ ມີປະສິດທິພາບ. ອຸດສະຫະກຳບໍລິການຮັບຕ້ອນ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ແລະ ພວກເຮົາຕ້ອງການບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ບໍລິການໃນລະດັບມືອາຊີບ ແລະ ພັດທະນາມາດຕະຖານໃນອຸດສະຫະກຳນີ້ໃຫ້ໄດ້ລະດັບສາກົນ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະ ແລະ ທັດສະນະຄຸນສົມບັດດ້ານການທ່ອງທ່ຽວ ແລະ ການບໍລິການໂຮງແຮມ ໃຫ້ສອດຄ່ອງກັບມາດຕະຖານອາຊີບຂອງ ສປປ ລາວ ແລະ ຂອງສາກົນ.

  • ສ້າງໃຫ້ຜູ້ຮຽນຮູ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບຕາມທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສໍາພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :.
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເມືອງ
  2. ລາວສຶກສາ
  3. ການສື່ສານເປັນພາສາອັງກິດ
  4. ການຮັກສາຄວາມສະອາດ ແລະ ຄວາມປອດໄພໃນບ່ອນເຮັດວຽກ
  5. ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6. ການນໍາໃຊ້ເຄື່ອງມືທາງເຕັກໂນໂລຊີໃນຂະບວນການທາງທຸລະກິດທົ່ວໄປ
  7. ການນໍາໃຊ້ອຸປະກອນສື່ສານ
  8. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກໍາການທ່ອງທ່ຽວ ແລະ ບໍລິການ
  9. ການສື່ສານພາສາອັງກິດສໍາລັບວຽກແມ່ບ້ານ
  10. ການສະໜອງການບໍລິການວຽກແມ່ບ້ານ
  11. ການຄວບຄຸມການຊັກລີດຜ້າ
  12. ການບໍລິການລູກຄ້າຢ່າງມີປະສິດທິພາບ
  13. ການສື່ສານພາສາອັງກິດສໍາລັບວຽກພາກສ່ວນໜ້າ
  14. ການສະໜອງການບໍລິການພາກສ່ວນໜ້າ
  15. ການພັດທະນາຄວາມຮູ້ດ້ານທຸລະກິດ
  16. ການສື່ສານພາສາອັງກິດສໍາລັບວຽກການຈອງຫ້ອງພັກ
  17. ການສະໜອງການບໍລິການກ່ຽວກັບການຈອງຫ້ອງພັກ
  18. ການສະໜອງການບໍລິການພາກສ່ວນຫ້ອງພັກ

19. ການຊ່ວຍໃນການຈັດກອງປະຊຸມ, ກິດຈະກໍາສົ່ງເສີມ, ງານວາງສະແດງ, ກອງປະຊຸມສາກົນ (MICE)

ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ສອບເສັງໄດ້ພາຍໃນແຜນຈະໄດ້ຮັບເບ້ຍລ້ຽງ.
  • ມີເງິນນະໂຍບາຍໃຫ້ກັບນັກສຶກສາທີ່ເຈັບເປັນນອນໂຮງໝໍ ຫຼື ເສຍຊີວິດ.
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ພາຍຫຼັງຮຽນຈົບຜູ້ຮຽນສາມາດພັດທະນາຄວາມຮູ້ກ່ຽວກັບການດຳເນີນກ່ຽວກັບທຸລະກິດໂຮງແຮມ.
  • ສາມາດດຳເນີນການຄວບຄຸມການຊັກລີດ-ເສື້ອຜ້າ ແລະ ສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ.
  • ສາມາດຈັດກອງປະຊຸມ, ການນຳທ່ອງທ່ຽວ, ຈັດກອງປະຊຸມລະດັບສາກົນ ແລະ ການຈັດງານກິດຈະກຳຕ່າງໆ, ສະໜອງການບໍລິການອະນາໄມໃຫ້ແກ່ແຂກ, ສະໜອງການບໍລິການພະແນກຫ້ອງພັກ.
  • ສາມາດປະກອບອາຊີບເປັນພະນັກງານຢູ່ທີ່ໂຮງແຮມໄດ້.
ວີທີສະໝັກຮຽນ
  • ຂັ້ນຕອນທີ 1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາຍື່ນເພື່ອຂໍສໍາພາດ ຫຼື ສອບເສັງ.
  • ຂັ້ນຕອນທີ 3: ສໍາພາດ.
  • ຂັ້ນຕອນທີ 4: ຖ້າຜ່ານການສໍາພາດແລ້ວ ແມ່ນລົງທະບຽນເພື່ອເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
  2. ປື້ມສໍາມະໂນຄົວ ຫຼື ບັດປະຈໍາຕົວ ສະບັບກ໋ອບປີ້ (ປື້ມສໍາມະໂນຄົວສາມາດໃຊ້ແທນໃບຢັ້ງຢືນທີ່ຢູ່ໄດ້)
  3. ຊີວະປະຫວັດນັກຮຽນ
  4. ຮູບຂະໜາດ 3×4 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping