ວິທະຍາໄລ ເຕັກນິກ-ວິຊາຊີບຫຼວງພະບາງ – ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການ- ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ. 

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນຮູ້ມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານ-ບໍລິການອາຫານ ແລະ ເຄື່ອງດື່ມ ໃຫ້ກົງກັບມາດຕະຖານອາຊີບ, ສາມາດນໍາໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ສ້າງໃຫ້ຜູ້ຮຽນຮູ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບຕາມທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສໍາພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ. 
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ:
  1. ການເມືອງ
  2. ວັດທະນາທໍາລາວ
  3. ການສື່ສານເປັນພາສາອັງກິດ
  4. ການນໍາໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
  5. ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6. ພາສາອັງກິດສໍາລັບການໂຮງແຮມ ແລະ ການທ່ອງທ່ຽວ
  7. ການປະກອບທຸລະກິດສໍາລັບອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  8. ການນໍາໃຊ້ອຸປະກອນສື່ສານສໍາລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  9. ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  10. ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  11. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  12. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  13. ການແນະນໍາກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
  14. ການກະກຽມ ແລະ ການປຸງແຕ່ງອາຫານ
  15. ການດໍາເນີນການປຸງແຕ່ງອາຫານ
  16. ການວາງແຜນບໍລິການສົ່ງອາຫານ ແລະ ການຈັດງານລ້ຽງ
  17. ການບໍລິການອາຫານ ແລະ ເຄື່ອງດື່ມ
  18. ການກະກຽມເຂົ້າຈີ່, ເຄັກ, ເຂົ້າໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ
  19. ການບໍລິການເຄື່ອງດື່ມໃນບາເຫຼົ້າ
ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ສອບເສັງໄດ້ພາຍໃນແຜນຈະໄດ້ຮັບເບ້ຍລ້ຽງ.
  • ມີເງິນນະໂຍບາຍໃຫ້ກັບນັກສຶກສາທີ່ເຈັບເປັນນອນໂຮງໝໍ ຫຼື ເສຍຊີວິດ.
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກນັກສຶກສາ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  •  ເມື່ອຮຽນຈົບສາຂານີ້ແລ້ວ ສາມາດໄປເຮັດວຽກນໍາຮ້ານອາຫານ ແລະ ໂຮງແຮມ.

  • ສາມາດເປີດຮ້ານອາຫານໃຫ້ບໍລິການລູກຄ້າ.

  • ສາມາດພັດທະນາສູດອາຫານ ແລະ ເຄື່ອງດື່ມ.

  • ສາມາດເປັນຄູຝຶກສອນອາຫານ ແລະ ການປຸງແຕ່ງເຄື່ອງດື່ມປະເພດຕ່າງໆ.

ວີທີສະໝັກຮຽນ
  • ຂັ້ນຕອນທີ 1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາຍື່ນເພື່ອຂໍສໍາພາດ ຫຼື ສອບເສັງ.
  • ຂັ້ນຕອນທີ 3: ສໍາພາດ.
  • ຂັ້ນຕອນທີ 4: ຖ້າຜ່ານການສໍາພາດແລ້ວ ແມ່ນລົງທະບຽນເພື່ອເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ປື້ມສໍາມະໂນຄົວ ຫຼື ບັດປະຈໍາຕົວ ສະບັບກ໋ອບປີ້ (ປື້ມສໍາມະໂນຄົວສາມາດໃຊ້ແທນໃບຢັ້ງຢືນທີ່ຢູ່ໄດ້)
  3. ຊີວະປະຫວັດນັກຮຽນ
  4. ຮູບຂະໜາດ 3×4 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping