ວິທະຍາໄລ ເຕັກນິກ-ວິຊາຊີບຫຼວງພະບາງ – ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການ – ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ. 

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນຮູ້ມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານ-ບໍລິການອາຫານ ແລະ ເຄື່ອງດື່ມ ໃຫ້ກົງກັບມາດຕະຖານອາຊີບ, ສາມາດນໍາໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ. 
  • ສ້າງໃຫ້ຜູ້ຮຽນຮູ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບຕາມທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສໍາພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ. 
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ:
  1. ນໍາໃຊ້ການເມືອງພື້ນຖານ
  2. ນໍາໃຊ້ພາສາອັງກິດທົ່ວໄປ
  3. ຮຽນຮູ້ກ່ຽວກັບມະນຸດສໍາພັນ
  4. ນໍາໃຊ້ຄະນິດສາດທົ່ວໄປ
  5. ຮຽນຮູ້ກ່ຽວກັບພາສາລາວ
  6. ຄອມພິວເຕີ
  7. ຄວາມຮູ້ກ່ຽວກັບທຸລະກິດໂຮງແຮມ
  8. ທັກສະແບບມືອາຊີບ
  9. ການແກ້ໄຂບັນຫາ
  10. ພາສາອັງກິດສະເພາະໂຮງແຮມ ແລະ ທ່ອງທ່ຽວ
  11. ບົດບາດຍິງ-ຊາຍ
  12. ພື້ນຖານກ່ຽວກັບການທ່ອງທ່ຽວ
  13. ການເຮັດວຽກແບບມືອາຊີບ
  14. ການໃຫ້ບໍລິການ-ຮັກສາຄວາມສະອາດ
  15. ການໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ 
  16. ພື້ນຖານການບໍລິການອາຫານ ແລະ ເຄື່ອງດື່ມ
  17. ການປຸງແຕ່ງອາຫານ
  18. ພື້ນຖານການປຸງແຕ່ງອາຫານ
  19. ແນະນໍາການບໍລິການລູກຄ້າ
ນະໂຍບາຍຕ່າງໆ:
  • ນັກສຶກສາທີ່ສອບເສັງໄດ້ພາຍໃນແຜນຈະໄດ້ຮັບເບ້ຍລ້ຽງ.
  • ມີເງິນນະໂຍບາຍໃຫ້ກັບນັກສຶກສາທີ່ເຈັບເປັນນອນໂຮງໝໍ ຫຼື ເສຍຊີວິດ.
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  •  ເມື່ອຮຽນຈົບສາຂານີ້ແລ້ວ ສາມາດໄປເຮັດວຽກນໍາຮ້ານອາຫານ ແລະ ໂຮງແຮມ.

  • ສາມາດເປີດຮ້ານອາຫານໃຫ້ບໍລິການລູກຄ້າ.

  • ສາມາດພັດທະນາສູດອາຫານ ແລະ ເຄື່ອງດື່ມ.

  • ສາມາດເປັນຄູຝຶກສອນອາຫານ ແລະ ການປຸງແຕ່ງເຄື່ອງດື່ມປະເພດຕ່າງໆ.

ວີທີສະໝັກຮຽນ
  • ຂັ້ນຕອນທີ 1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາຍື່ນເພື່ອຂໍສໍາພາດ ຫຼື ສອບເສັງ.
  • ຂັ້ນຕອນທີ 3: ສໍາພາດ.
  • ຂັ້ນຕອນທີ 4: ຖ້າຜ່ານການສໍາພາດແລ້ວ ແມ່ນລົງທະບຽນເພື່ອເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
  2. ປື້ມສໍາມະໂນຄົວ ຫຼື ບັດປະຈໍາຕົວ ສະບັບກ໋ອບປີ້ (ປື້ມສໍາມະໂນຄົວສາມາດໃຊ້ແທນໃບຢັ້ງຢືນທີ່ຢູ່ໄດ້)
  3. ຊີວະປະຫວັດນັກຮຽນ
  4. ຮູບຂະໜາດ 3×4 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping