ວິທະຍາໄລ ເຕັກນິກ-ວິຊາຊີບຫຼວງພະບາງ – ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການ – ລາຍລະອຽດ

ສາຂາ ການປຸງແຕ່ງອາຫານ ແລະ ການບໍລິການ
ເວລາຮຽນ 3 ເດືອນ (ລະບົບ C1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ. 

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນຮູ້ມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານ-ບໍລິການອາຫານ ແລະ ເຄື່ອງດື່ມ ໃຫ້ກົງກັບມາດຕະຖານອາຊີບ, ສາມາດນໍາໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ. 
  • ສ້າງໃຫ້ຜູ້ຮຽນຮູ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບຕາມທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສໍາພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ. 
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບປະຖົມຂື້ນໄປ
ວິຊາຮຽນທີ່ກ່ຽວຂ້ອງ:
  1. ການນໍາໃຊ້ຫຼັກການຕົວອັກສອນລາວ
  2. ການສື່ສານໃນສະຖານທີ່ເຮັດວຽກ
  3. ການຮັກສາຄວາມປອດໄພທາງດ້ານອາຫານ ແລະ ປະຕິບັດງານ
  4. ການນຳໃຊ້ທັກສະຊີວິດ
  5. ພາສາອັງກິດສຳລັບການສື່ສານ
  6. ພາສາອັງກິດສະເພາະ
  7. ການບໍລິການອາຫານ ແລະ ເຄື່ອງດື່ມ
  8. ການໃຫ້ຄໍາແນະນໍາລູກຄ້າກ່ຽວກັບການບໍລິການອາຫານ ແລະ ເຄື່ອງດື່ມ
  9. ການປະສານງານລະຫວ່າງຫ້ອງຄົວ ແລະ ຫ້ອງອາຫານ
  10. ການກະກຽມ ແລະ ເສີບເຄື່ອງດື່ມປະສົມທີ່ມີທາດເຫຼົ້າ
  11. ການກະກຽມ ແລະ ເສີບເຄື່ອງດື່ມປະສົມທີ່ບໍ່ມີທາດເຫຼົ້າ
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດບໍລິການເຄື່ອງດື່ມໃຫ້ແກ່ລູກຄ້າໄດ້ຢ່າງມີປະສິດທິພາບ.

  • ສາມາດກະກຽມເຄື່ອງດື່ມປະເພດຕ່າງໆໄດ້.

  • ຮູ້ໃຫ້ຄໍາແນະນໍາກ່ຽວກັບດ້ານບໍລິການອາຫານ ແລະ ເຄື່ອງດື່ມ.

  • ສາມາດປະສານງານລະຫວ່າງຫ້ອງຄົວ ແລະ ຫ້ອງອາຫານ.

  • ສາມາດປະກອບອາຊີບໃນຮ້ານອາຫານ ຫຼື ໂຮງແຮມໄດ້.
  • ສາມາດປະກອບທຸລະກິດເປີດຮ້ານອາຫານເປັນຂອງຕົນເອງໄດ້.
ວີທີສະໝັກຮຽນ
  • ຂັ້ນຕອນທີ 1: ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາຍື່ນເພື່ອຂໍສໍາພາດ ຫຼື ສອບເສັງ.
  • ຂັ້ນຕອນທີ 3: ສໍາພາດ.
  • ຂັ້ນຕອນທີ 4: ຖ້າຜ່ານການສໍາພາດແລ້ວ ແມ່ນລົງທະບຽນເພື່ອເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນປະຖົມ
  2. ປື້ມສໍາມະໂນຄົວ ຫຼື ບັດປະຈໍາຕົວ ສະບັບກ໋ອບປີ້ (ປື້ມສໍາມະໂນຄົວສາມາດໃຊ້ແທນໃບຢັ້ງຢືນທີ່ຢູ່ໄດ້)
  3. ຊີວະປະຫວັດນັກຮຽນ
  4. ຮູບຂະໜາດ 3×4 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping