ວິທະຍາໄລ ເຕັກນິກ-ວິຊາຊີບຫຼວງພະບາງ – ສາຂາ ປຸງແຕ່ງອາຫານລາວ – ລາຍລະອຽດ

ສາຂາ ປຸງແຕ່ງອາຫານລາວ
ເວລາຮຽນ 3 ເດືອນ (ລະບົບ C1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ຄືການຮຽນຮູ້ວິທີການປຸງແຕ່ງອາຫານລາວໃຫ້ຖືກຕ້ອງ ແລະ  ແຊບຕາມແບບດັ້ງເດີມ, ຮູ້ຈັກປະຍຸກນໍາໃຊ້ວັດຖຸດິບຕ່າງໆໃນການປະກອບອາຫານ, ສຶກສາຫຼັກການ ຂັ້ນຕອນຕ່າງໆໃນການປຸງແຕ່ງ, ການກຽມວັດຖຸດິບປະເພດຕ່າງໆ ໂດຍໃສ່ໃຈເລື່ອງຄວາມສະອາດເປັນຫຼັກ. ການປຸງແຕ່ງອາຫານລາວມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການສືບທອດ ແລະ ຮັກສາວັດທະນະທຳໃນການເຮັດອາຫານລາວໃຫ້ເປັນເອກະລັກ ສາມາດນຳໃຊ້ເຂົ້າໃນການດຳລົງຊີວິດປະຈໍາວັນ ພ້ອມທັງສ້າງອາຊີບ ແລະ ລາຍຮັບໃຫ້ຕົນເອງ ແລະຄອບຄົວ ພ້ອມທັງສົ່ງເສີມ ວຽກງານການບໍລິການທາງດ້ານຂະແໜງການທ່ອງທ່ຽວ ໂຮງແຮມ ແລະ ຮ້ານອາຫານນຳອີກດ້ວຍ

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນຮູ້ມີຄວາມຮູ້, ມີທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການປຸງແຕ່ງອາຫານ-ບໍລິການອາຫານ ແລະ ເຄື່ອງດື່ມ ໃຫ້ກົງກັບມາດຕະຖານອາຊີບ, ສາມາດນໍາໄປປະຕິບັດວຽກງານໃນວິຊາສະເພາະຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ. 

  • ສ້າງໃຫ້ຜູ້ຮຽນຮູ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບຕາມທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສໍາພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ. 

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບປະຖົມຂື້ນໄປ
ວິຊາຮຽນທີ່ກ່ຽວຂ້ອງ:
  1. ການນໍາໃຊ້ຫຼັກການພາສາລາວ
  2. ກາການສື່ສານໃນບ່ອນເຮັດວຽກ
  3. ການຮັກສາຄວາມປອດໄພທາງດ້ານອາຫານ ແລະ ປະຕິບັດງານ
  4. ການນໍາໃຊ້ທັກສະຊີວິດ
  5. ການສື່ສານເປັນພາສາອັງກິດ
  6. ການນໍາໃຊ້ເຕັກນິກເຂົ້າໃນການປຸງແຕ່ງອາຫານ
  7. ການປຸງແຕ່ງອາຫານປະເພດຜັກ
  8. ການປຸງແຕ່ງອາຫານປະເພດໄຂ່
  9. ການປຸງແຕ່ງອາຫານປະເພດໝາກໄມ້
  10. ການປຸງແຕ່ງນໍ້າຊຸບ
  11. ການປຸງແຕ່ງນໍ້າສະຕ໊ອກ (ນໍ້າຕົ້ມກະດູກ, ຜັກ)
  12. ການປຸງແຕ່ງນໍ້າຊອດ
  13. ການປຸງແຕ່ງອາຫານຫວ່າງ ແລະ ປະເພດສະຫຼັດ
  14. ການປຸງແຕ່ງແຊນວິດປະເພດຕ່າງໆ
  15. ການປະສານງານລະຫວ່າງຫ້ອງຄົວ ແລະ ຫ້ອງອາຫານ
ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດປຸງແຕ່ງອາຫານລາວປະເພດຕ່າງໆໄດ້.

  • ຮູ້ວິທີປຸງນໍ້າຊຸບທີ່ມີຫຼາກຫຼາຍລົດຊາດ.

  • ສາມາດປຸງແຕ່ງອາຫານຫວ່າງໄດ້.

  • ມີຄວາມສາມາດໃນການປະສານງານລະຫວ່າງຫ້ອງຄົວ ແລະ ຫ້ອງອາຫານ.

  • ສາມາດໄປປະກອບອາຊີບຢູ່ທີ່ຮ້ານອາຫານ ຫຼື ໂຮງແຮມໄດ້.
ວີທີສະໝັກຮຽນ
  • ຂັ້ນຕອນທີ 1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາຍື່ນເພື່ອຂໍສໍາພາດ ຫຼື ສອບເສັງ.
  • ຂັ້ນຕອນທີ 3: ສໍາພາດ.
  • ຂັ້ນຕອນທີ 4: ຖ້າຜ່ານການສໍາພາດແລ້ວ ແມ່ນລົງທະບຽນເພື່ອເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນປະຖົມ
  2. ປື້ມສໍາມະໂນຄົວ ຫຼື ບັດປະຈໍາຕົວ ສະບັບກ໋ອບປີ້ (ປື້ມສໍາມະໂນຄົວສາມາດໃຊ້ແທນໃບຢັ້ງຢືນທີ່ຢູ່ໄດ້)
  3. ຊີວະປະຫວັດນັກຮຽນ
  4. ຮູບຂະໜາດ 3×4 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
  •  
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping