ວິທະຍາໄລ ເຕັກນິກ ປາກປ່າສັກ – ສາຂາ ບໍລິຫານໂຮງແຮມ-ທ່ອງທ່ຽວ – ລາຍລະອຽດ

ສາຂາ ບໍລິຫານໂຮງແຮມ-ທ່ອງທ່ຽວ
ເວລາຮຽນ 3 ປີ (ຊັ້ນສູງ 12+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິຫານໂຮງແຮມແມ່ນການສຶກສາກ່ຽວກັບການປະສານງານ ແລະ ໃນການປະຕິບັດງານກັບພະແນກຕ່າງຯຂອງໂຮງແຮມ ເພື່ອໃຫ້ການດຳເນີນງານໃນທຸກດ້ານຂອງໂຮງຮຽນສອດຄ່ອງ ແລະ ມີປະສິດທິພາບ. ການຮຽນໃນສາຂາການທ່ອງທ່ຽວແມ່ນການສຶກສາກ່ຽວກັບລັກສະນະໃນການເດີນທາງໄປທ່ອງທ່ຽວຂອງບຸກຄົນ ແລະ ກຸ່ມຄົນ ເພື່ອຮຽນຮູ້ ແລະ ເຂົ້າໃຈໃນພຶດຕິກຳການທ່ອງທ່ຽວ ແລະ ນໍາມາວິເຄາະເພື່ອພັດທະນາແຜນວຽກຂອງທຸລະກິດ. ອຸດສະຫະກຳໂຮງແຮມ ແລະ ທ່ອງທ່ຽວແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ແລະ ພວກເຮົາຕ້ອງການບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອມາຕໍ່ຍອດ ແລະ ພັດທະນາອຸດສະຫະກຳນີ້. 

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ມີປະສົບການດ້ານການໂຮງແຮມ-ທ່ອງທ່ຽວ ແລະ ການບໍລິການກົງກັບມາດຕະຖານອາຊີບ ສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະທີ່ໄດ້ຮຽນມາຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດໃນການປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທໍາ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
  • ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ມະນຸດສໍາພັນ
  3.   ພາສາອັງກິດ
  4.   ຄອມພິວເຕີ
  5.   ຄວາມຮູ້ພື້ນຖານກ່ຽວກັບບັນຊີ
  6.   ຄວາມຮູ້ພື້ນຖານກ່ຽວກັບການທ່ອງທ່ຽວ ແລະ ໂຮງແຮມ
  7.   ການບໍລິການຈັດປະຊຸມ
  8.   ການຕະຫຼາດເພື່ອການໂຮງແຮມ ແລະ ການທ່ອງທ່ຽວ
  9.   ປະຫວັດສາດສໍາລັບການທ່ອງທ່ຽວ
  10.   ການທ່ອງທ່ຽວແບບອານຸລັກ ແລະ ມີສ່ວນຮ່ວມ
  11.   ພຶດຕິກໍາຂອງການທ່ອງທ່ຽວ
  12.   ການວາງແຜນການທ່ອງທ່ຽວ
  13.   ອຸດສາຫະກຳການທ່ອງ ແລະ ອາຊຽນ
  14.   ການບໍລິການວຽກແມ່ບ້ານ
  15.   ການບໍລິການສ່ວນໜ້າ
  16.   ການບໍລິການອາຫານ ແລະ ເຄື່ອງດື່ມ
  17.   ຫຼັກການບໍລິການ
  18.   ການບໍລິການນຳທ່ຽວ
  19.   ຜະລິດຕະພັນພື້ນເມືອງ ແລະ ຂອງທີ່ລະນຶກ
  20.   ການປະສົມເຄື່ອງດື່ມ
  1.   ທຸລະກິດຂະໝາດນ້ອຍ 
  2.   ສິ່ງແວດລ້ອມ
ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ນັກຮຽນທັງຍິງ ແລະ ຊາຍ
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ ພ້ອມດ້ວຍອຸປະກອນເຄື່ອງໃຊ້ໃການຮຽນເພື່ອລົງມືປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ເມື່ອຮຽນຈົບສາຂານີ້ແລ້ວ ສາມາດໄປເຮັດວຽກໃນໂຮງແຮມ ແລະ ບໍລິສັດທ່ອງທ່ຽວ.
  • ສາມາດໃຫ້ບໍລິການລູກທີ່ມາໃຊ້ບໍລິການໃນໂຮງແຮມ ແລະ ບໍລິສັດທ່ອງທ່ຽວ. 
  • ສາມາດປະກອບທຸລະກິດເປີດບໍລິສັດທ່ອງທ່ຽວໄດ້.
ວີທີສະໝັກຮຽນ

      ຂັ້ນຕອນທີ 1: ຊື້ແບບຟອມການສະໝັກສໍາພາດ ຫຼື ສອບເສັງ.

      ຂັ້ນຕອນທີ 2: ກອກແບບຟອມສະໝັກ ຫຼື ສອບເສັງ.

      ຂັ້ນຕອນທີ 3: ຍື່ນໃບສະໝັກສໍາພາດ ຫຼື ສອບເສັງ.

      ຂັ້ນຕອນທີ 4: ຕິດຕາມການສໍາພາດ ຫຼື ສອບເສັງ.
ເອກະສານປະກອບການສະໝັກຮຽນມີ: 
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ຮູບຂະໜາດ 2×3 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping