ວິທະຍາໄລ ເຕັກນິກ ປາກປ່າສັກ – ສາຂາ ບໍລິຫານການເດີນທາງ-ທ່ອງທ່ຽວ – ລາຍລະອຽດ

ສາຂາ ບໍລິຫານການເດີນທາງ-ທ່ອງທ່ຽວ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາ ບໍລິຫານການເດີນທາງ-ທ່ອງທ່ຽວ ຄືການຮຽນຮູ້ກ່ຽວກັບການວາງແຜນ ແລະ ການບໍລິການທ່ອງທ່ຽວພາຍໃນປະເທດແບບອະນຸລັກ ໂດຍສະເພາະການທ່ອງທ່ຽວໃນຮູບແບບເປັນກຸ່ມ. ນອກຈາກນັ້ນ, ຍັງມີສຶກສາກ່ຽວກັບການປະສານງານສຳລັບວຽກງານການທ່ອງທ່ຽວຂະແໜງຕ່າງໆ ແລະ ການບໍລິການທ່ອງທ່ຽວ. ການສຶກສາກ່ຽວກັບສາຂານີ້ຢ່າງລະອຽດ ເປັນສິ່ງສຳຄັນຕໍ່ຄຸນນະພາບການບໍລິການ ແລະ ນໍາທ່ຽວຂອງພະນັກງານໃນອຸດສະຫະກຳນີ້ ເນື່ອງຈາກພວກເຂົາຈະເຮັດໜ້າທີ່ເປັນດັ່ງຕົວແທນໃນການບອກເລົ່າ ແລະ ແນະນໍາຂໍ້ມູນຂ່າວສານ ກ່ຽວກັບວັດທະນະທຳ ແລະ ປະເພນີຂອງຊາດ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ມີທັກສະອາຊີບ ແລະ ມີປະສົບການດ້ານການປຸງແຕ່ງອາຫານ ແລະ ການບໍລິການກົງກັບມາດຕະຖານອາຊີບ ສາມາດນຳໄປປະຕິບັດວຽກງານໃນວິຊາສະເພາະທີ່ໄດ້ຮຽນມາຢ່າງມີປະສິດທິພາບ ແລະ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດໃນການປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທໍາ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ລາວສຶກສາ
  3.   ການສື່ສານເປັນພາສາອັງກິດ
  4.   ການນຳໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງດ້ານທຸລະກິດ
  5.   ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6.   ການນໍາໃຊ້ພາສາອັງກິດສະເພາະ
  7.   ການປະກອບທຸລະກິດສຳລັບອຸດສາຫະກຳການທ່ອງທ່ຽວ ແລະ ບໍລິການ
  8.   ການນຳໃຊ້ອຸປະກອນສື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  9.   ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  10.   ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  11.   ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທ່ຽວ ແລະ ບໍລິການ
  12.   ການກຳນົດອົງປະກອບຂອງການທ່ອງທ່ຽວພາຍໃນປະເທດ
  13.   ການກຳນົດອົງປະກອບຂອງການທ່ອງທ່ຽວແບບອານຸລັກ
  14.   ການກຳນົດອົງປະກອບສຳລັບການທ່ອງທ່ຽວຕ່າງປະເທດ
  15.   ການສ້າງລາຍການທ່ອງທ່ຽວ
  16.   ການປະສານງານສຳລັບການທ່ອງທ່ຽວ
  17.   ການຈອງໂຮງແຮມ ແລະ ປີ້ຍົນ
  18.   ການບໍລິການນຳທ່ຽວ
ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ນັກຮຽນທັງຍິງ ແລະ ຊາຍ
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ ພ້ອມດ້ວຍອຸປະກອນເຄື່ອງໃຊ້ໃການຮຽນເພື່ອລົງມືປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດກຳນົດອົງປະກອບຂອງການທ່ອງທ່ຽວພາຍໃນປະເທດ.
  • ສາມາດກຳນົດອົງປະກອບຂອງການທ່ອງທ່ຽວແບບອະນຸລັກ.
  • ສາມາດກໍານົດອົງປະກອບສຳລັບການທ່ອງທ່ຽວຕ່າງປະເທດ.
  • ຮູ້ຈັກການສ້າງລາຍການທ່ອງທ່ຽວ.
  • ສາມາດຈອງໂຮງແຮມ ແລະ ປີ້ຍົນ.
  • ເປັນຜູ້ປະສານງານສຳລັບການທ່ອງທ່ຽວ.
  • ສາມາດຈັດບໍລິການນຳທ່ຽວພາຍໃນປະເທດ.
  • ສາມາດປະກອບອາຊີບເປັນໄກ້ນໍາທ່ຽວ, ເຮັດວຽກໃນໂຮງແຮມ.
  • ສາມາດເປີດບໍລິສັດທ່ອງທ່ຽວທີ່ເປັນຂອງຕົນເອງໄດ້.
ວີທີສະໝັກຮຽນ

      ຂັ້ນຕອນທີ 1: ຊື້ແບບຟອມການສະໝັກສໍາພາດ ຫຼື ສອບເສັງ.

      ຂັ້ນຕອນທີ 2: ກອກແບບຟອມສະໝັກ ຫຼື ສອບເສັງ.

      ຂັ້ນຕອນທີ 3: ຍື່ນໃບສະໝັກສໍາພາດ ຫຼື ສອບເສັງ.

      ຂັ້ນຕອນທີ 4: ຕິດຕາມການສໍາພາດ ຫຼື ສອບເສັງ.
ເອກະສານປະກອບການສະໝັກຮຽນມີ: 
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ຮູບຂະໜາດ 2×3 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping