ວິທະຍາໄລ ເຕັກນິກ ປາກປ່າສັກ – ສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ – ລາຍລະອຽດ

ສາຂາ ປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ
ເວລາຮຽນ 3 ປີ (ຊັ້ນກາງ 9+3)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ແລະ ບໍລິການເຄື່ອງດື່ມ ຄືການຮຽນຮູ້ວິທີການປຸງແຕ່ງອາຫານທີ່ ແຊບ ແລະ ຖືກຕ້ອງຕາມໂພສະນາການ, ຮຽນຮູ້ກ່ຽວກັບການປະສົມເຄື່ອງດື່ມປະເພດຕ່າງໆ ໂດຍເສີມສ້າງແນວຄດສ້າງສັນໃນການສັນສ້າງອາຫານ ແລະ ເຄື່ອງດື່ມຕ່າງໆ.  ການປຸງແຕ່ງອາຫານ ແລະ ການບໍລິການເຄື່ອງດື່ມ ຄືໝາກຫົວໃຈຫຼັກຂອງທຸລະກິດຮ້ານອາຫານ ນອກຈາກການບໍລິການ ແລະ ບັນຍາກາດຂອງສະຖານທີ່ ທີ່ຈະສ້າງຄວາມປະທັບໃຈໃຫ້ກັບແຂກ ລົດຊາດອາຫານ ແລະ ເຄື່ອງດື່ມທີ່ແຊບຊ້ອຍຈະເຮັດໃຫ້ແຂກເພິ່ງພໍໃຈ ແລະ ກັບມາໃຊ້ບໍລິການອີກຄັ້ງ.

ຈຸດປະສົງ :
  • ເພື່ອໃຫ້ນັກຮຽນຮູ້ເຖິງກຳມະວິທີການປຸງແຕ່ງອາຫານ ແລະ ຂັ້ນຕອນຕ່າງໆຂອງການປຸງແຕ່ງ.
  • ເພື່ອໃຫ້ນັກຮຽນຮູ້ເຖິງການຕົບແຕ່ງ ແລະ ສ່ວນປະສົມຕ່າງໆຂອງອາຫານ.
  • ເພື່ອໃຫ້ນັກຮຽນຮູ້ເຖິງຫຼັກການຂອງການບໍລິການເຄື່ອງດື່ມ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການເມືອງ
  2.   ວັດທະນາທໍາລາວ
  3.   ການສື່ສານເປັນພາສາອັງກິດ
  4.   ການນຳໃຊ້ເຄື່ອງມື ແລະ ຂະບວນການຕ່າງໆ
  5.   ການເຮັດວຽກກັບເພື່ອນຮ່ວມງານ ແລະ ລູກຄ້າ
  6.   ພາສາອັງກິດສໍາລັບການທ່ອງທ່ຽວ ແລະ ການໂຮງແຮມ
  7.   ການປະກອບທຸລະກິດສຳລັບອຸດສາຫະກຳການທ່ອງທ່ຽວ ແລະ ບໍລິການ
  8.   ການນຳໃຊ້ອຸປະກອນສື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  9.   ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  10.  ການສ້າງການບໍລິການໃຫ້ລູກຄ້າຢ່າງມີປະສິດທິພາບ
  11.  ການພັດທະນາຄວາມຮູ້ທາງດ້ານອຸດສາຫະກຳການທ່ອງທ່ຽວ ແລະ ບໍລິການ
  12.  ການແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງ
  13.  ການກະກຽມ ແລະ ການປຸງແຕ່ງອາຫານລາວ
  14.  ການດຳເນີນການປຸງແຕ່ງອາຫານ
  15.  ການວາງແຜນບໍລິການຈັດສົ່ງອາຫານ ແລະ ຈັດງານລ້ຽງ
  16.  ການບໍລິການອາຫານແລະເຄື່ອງດື່ມ

17.  ການກະກຽມເຂົ້າຈີ່, ເຄັກ, ຂະໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ

18. ການບໍລິການເຄື່ອງດື່ມໃນບາເຫຼົ້າ

ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ນັກຮຽນທັງຍິງ ແລະ ຊາຍ
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ ພ້ອມດ້ວຍອຸປະກອນເຄື່ອງໃຊ້ໃການຮຽນເພື່ອລົງມືປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດແນະນຳກ່ຽວກັບຫຼັກການພື້ນຖານໃນການປຸງແຕ່ງອາຫານ
  • ຮູ້ວິທີການກະກຽມ ແລະ ປຸງແຕ່ງອາຫານລາວ
  • ດຳເນີນການປຸງແຕ່ງອາຫານໄດ້
  • ວາງແຜນບໍລິການຈັດສົ່ງອາຫານ ແລະ ຈັດງານລ້ຽງ
  • ສາມາດໃຫ້ບໍລິການອາຫານ ແລະ ເຄື່ອງດື່ມ
  • ສາມາດເຮັດເຂົ້າຈີ່, ເຄັກ, ຂະໜົມປະເພດອົບ ແລະ ອາຫານຫວານຂັ້ນພື້ນຖານ
  • ສາມາດປະກອບອາຊີບໃນຮ້ານອາຫານ ຫຼື ໂຮງແຮມ
  • ສາມາດປະກອບທຸລະກິດເປີດຮ້ານອາຫານ
ວີທີສະໝັກຮຽນ

      ຂັ້ນຕອນທີ 1: ຊື້ແບບຟອມການສະໝັກສໍາພາດ ຫຼື ສອບເສັງ.

      ຂັ້ນຕອນທີ 2: ກອກແບບຟອມສະໝັກ ຫຼື ສອບເສັງ.

      ຂັ້ນຕອນທີ 3: ຍື່ນໃບສະໝັກສໍາພາດ ຫຼື ສອບເສັງ.

      ຂັ້ນຕອນທີ 4: ຕິດຕາມການສໍາພາດ ຫຼື ສອບເສັງ.
ເອກະສານປະກອບການສະໝັກຮຽນມີ: 
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນຕົ້ນ ຫຼື ທຽບເທົ່າ
  2. ຮູບຂະໜາດ 2×3 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping