ວິທະຍາໄລ ເຕັກນິກ ປາກປ່າສັກ – ສາຂາ ຜູ້ຊ່ວຍຄົວ – ລາຍລະອຽດ

ສາຂາ ຜູ້ຊ່ວຍຄົວ
ເວລາຮຽນ 3 ເດືອນ (ລະບົບ C1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາຜູ້ຊ່ວຍຄົວ ຄືການຮຽນຮູ້ໜ້າທີ່ໃນການສະໜັບສະໜູນການເຮັດວຽກຂອງພໍ່ຄົວ/ແມ່ຄົວໃຫຍ່ ເຊິ່ງມີໜ້າທີ່ໃນການກະກຽມວັດຖຸດິບ ແລະ ເຄື່ອງມືຕ່າງໆ, ການທຳຄວາມສະອາດອຸປະກອນຕ່າງໆພາຍໃນຫ້ອງຄົວ ແລະ ການອຳນວຍຄວາມສະດວກດ້ານອື່ນໆ. ຜູ້ຊ່ວຍຄົວມີຄວາມສຳຄັນຫຼາຍໃນການເພີ່ມປະສິດທິພາບ ແລະ ຄວາມວ່ອງໄວໃນການປະກອບອາຫານ, ເຊິ່ງໜ້າທີ່ນີ້ແມ່ນຊ່ວຍສະໜັບສະໜູນງານທຸກດ້ານໃນຫ້ອງຄົວໄດ້.

ຈຸດປະສົງ :
  • ໃຫ້ນັກຮຽນໄດ້ຮັບຮູ້ເຖິງການຄັດເລືອກວັດຖຸດິບປະເພດຕ່າງໆມາປຸງແຕ່ງ.

  • ໃຫ້ນັກຮຽນຮັບຮູ້ເຖິງຫຼັກການຂອງການປຸງແຕ່ງອາຫານໄດ້ຢ່າງຖືກຕ້ອງຕາມຫຼັກການ ແລະ ຖືກຕາມໂພສະນາການ.

  • ໃຫ້ນັກຮຽນໄດ້ຮູ້ເຖິງຂັ້ນຕອນຂອງການປຸງແຕ່ງ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບປະຖົມຂື້ນໄປ
ວິຊາຮຽນທີ່ກ່ຽວຂ້ອງ:
  1.   ການນໍາໃຊ້ພາສາລາວ
  2.   ການສື່ສານໃນສະຖານທີ່ເຮັດວຽກ
  3.   ການຮັກສາຄວາມປອດໄພທາງດ້ານອາຫານ ແລະ ປະຕິບັດງານ
  4.   ການນໍາໃຊ້ທັກສະຊີວິດ
  5.   ພາສາອັງກິດສໍາລັບການສື່ສານ
  6.   ການນຳໃຊ້ເຕັກນິກເຂົ້າໃນການປຸງແຕ່ງອາຫານ
  7.   ການປຸງແຕ່ງອາຫານປະເພດຜັກ
  8.   ການປຸງແຕ່ງອາຫານປະເພດໄຂ່
  9.   ການປຸງແຕ່ງອາຫານປະເພດໝາກໄມ້
  10.  ການປຸງແຕ່ງອາຫານປະເພດນໍ້າຊຸບ
  11.  ການປຸງແຕ່ງອາຫານປະເພດນໍ້າສະຕ໋ອກ
  12.  ການປຸງແຕ່ງອາຫານປະເພດນໍ້າຊອດ
  13.  ການປຸງແຕ່ງອາຫານຫວ່າງ ແລະ ປະເພດສະຫຼັດ
  14.  ການປຸງແຕ່ງແຊນວິດຕ່າງໆ

15.  ການປະສານງານລະຫວ່າງຫ້ອງຄົວ ແລະ ຫ້ອງອາຫານ.

ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ນັກຮຽນທັງຍິງ ແລະ ຊາຍ
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ ພ້ອມດ້ວຍອຸປະກອນເຄື່ອງໃຊ້ໃການຮຽນເພື່ອລົງມືປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ສາມາດປຸງແຕ່ງອາຫານລາວປະເພດຕ່າງໆ.
  • ສາມາດປະສານງານລະຫວ່າງຫ້ອງຄົວ ແລະ ຫ້ອງອາຫານ.
  • ຮູ້ວິທີການປຸງແຕ່ງນໍ້າຊຸບປະເພດຕ່າງໆ.
  • ສາມາດເຮັດວຽກເປັນຜູ້ຊ່ວຍຄົວໃນໂຮງແຮມ ຫຼື ຮ້ານອາຫານ.
  •  
ວີທີສະໝັກຮຽນ

–       ຂັ້ນຕອນທີ 1: ຊື້ແບບຟອມການສະໝັກສໍາພາດ ຫຼື ສອບເສັງ.

–       ຂັ້ນຕອນທີ 2: ກອກແບບຟອມສະໝັກ ຫຼື ສອບເສັງ.

–       ຂັ້ນຕອນທີ 3: ຍື່ນໃບສະໝັກສໍາພາດ ຫຼື ສອບເສັງ.

–       ຂັ້ນຕອນທີ 4: ຕິດຕາມການສໍາພາດ ຫຼື ສອບເສັງ.

ເອກະສານປະກອບການສະໝັກຮຽນມີ: 
  1. ສໍາເນົາໃບປະກາດຈົບຊັ້ນປະຖົມ 
  2. ຮູບຂະໜາດ 2×3 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping