ວິທະຍາໄລ ເຕັກນິກ ປາກປ່າສັກ – ອາຫານ ແລະ ການໂຮງແຮມ (ຊັ້ນກາງ 9+3, ຊັ້ນກາງ 12+2, ຊັ້ນສູງ ແລະ ສູງຕໍ່ເນື່ອງ) – ລາຍລະອຽດ

ສາຂາ ປຸງແຕ່ງອາຫານລາວ
ເວລາຮຽນ 3 ເດືອນ (ລະບົບ C1)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາປຸງແຕ່ງອາຫານ ຄືການຮຽນຮູ້ວິທີການປຸງແຕ່ງອາຫານລາວໃຫ້ຖືກຕ້ອງ ແລະ  ແຊບຕາມແບບດັ້ງເດີມ, ຮູ້ຈັກປະຍຸກນໍາໃຊ້ວັດຖຸດິບຕ່າງໆໃນການປະກອບອາຫານ, ສຶກສາຫຼັກການ ຂັ້ນຕອນຕ່າງໆໃນການປຸງແຕ່ງ, ການກຽມວັດຖຸດິບປະເພດຕ່າງໆ ໂດຍໃສ່ໃຈເລື່ອງຄວາມສະອາດເປັນຫຼັກ. ການປຸງແຕ່ງອາຫານລາວມີຄວາມສຳຄັນເປັນຢ່າງຍິ່ງຕໍ່ການສືບທອດ ແລະ ຮັກສາວັດທະນະທຳໃນການເຮັດອາຫານລາວໃຫ້ເປັນເອກະລັກ ສາມາດນຳໃຊ້ເຂົ້າໃນການດຳລົງຊີວິດປະຈໍາວັນ ພ້ອມທັງສ້າງອາຊີບ ແລະ ລາຍຮັບໃຫ້ຕົນເອງ ແລະຄອບຄົວ ພ້ອມທັງສົ່ງເສີມ ວຽກງານການບໍລິການທາງດ້ານຂະແໜງການທ່ອງທ່ຽວ ໂຮງແຮມ ແລະ ຮ້ານອາຫານນຳອີກດ້ວຍ.

ຈຸດປະສົງ :
  • ໃຫ້ນັກຮຽນໄດ້ຮັບຮູ້ເຖິງການຄັດເລືອກວັດຖຸດິບປະເພດຕ່າງໆມາປຸງແຕ່ງ.
  • ໃຫ້ນັກຮຽນຮັບຮູ້ເຖິງຫຼັກການຂອງການປຸງແຕ່ງອາຫານລາວໄດ້ຢ່າງຖືກຕ້ອງຕາມຫຼັກການ ແລະ ຖືກຕາມໂພສະນາການ.
  • ໃຫ້ນັກຮຽນໄດ້ຮູ້ເຖິງຂັ້ນຕອນຂອງການປຸງແຕ່ງອາຫານລາວ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ :
  • ຕ້ອງຮຽນຈົບປະຖົມຂື້ນໄປ
ວິຊາຮຽນທີ່ກ່ຽວຂ້ອງ :
  1.   ການນໍາໃຊ້ຫຼັກພາສາລາວ
  2.   ການສື່ສານໃນສະຖານທີ່ເຮັດວຽກ
  3.   ການຮັກສາຄວາມປອດໄພທາງດ້ານອາຫານ ແລະ ປະຕິບັດງານ
  4.   ການນຳໃຊ້ທັກສະຊີວິດ
  5.   ພາສາອັງກິດສໍາລັບການສື່ສານ
  6.   ການປຸງແຕ່ງອາຫານປະເພດແກງ
  7.   ການປຸງແຕ່ງອາຫານປະເພດປົ່ນ
  8.   ການປຸງແຕ່ງອາຫານປະເພດປີ້ງ
  9.   ການປຸງແຕ່ງອາຫານປະເພດຊຸບ
  10.   ການປຸງແຕ່ງອາຫານປະເພດແຈ່ວ
  11.   ການປຸງແຕ່ງອາຫານປະເພດຂົ້ວ
  12.   ການປຸງແຕ່ງອາຫານປະເພດລາບ
  13.   ການປຸງແຕ່ງອາຫານປະເພດລວກ
  14.   ການປຸງແຕ່ງອາຫານປະເພດເຂົ້າໜົມຫວານ
  15.   ການປຸງແຕ່ງອາຫານປະເພດເຂົ້າໜົມເຄັມ
  16.  ການປຸງແຕ່ງອາຫານປະເພດເສັ້ນ
  17.  ການປະສານງານລະຫວ່າງຫ້ອງຄົວ ແລະ ຫ້ອງອາຫານ
ສິ່ງອໍານວຍຄວາມສະດວກ:
  • ມີຫໍພັກໃຫ້ນັກຮຽນທັງຍິງ ແລະ ຊາຍ
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ ພ້ອມດ້ວຍອຸປະກອນເຄື່ອງໃຊ້ໃການຮຽນເພື່ອລົງມືປະຕິບັດຕົວຈິງ.
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:
  • ຮູ້ວິທີການປຸງແຕ່ງອາຫານລາວປະເພດຕ່າງໆ.
  • ສາມາດເຮັດເຂົ້າໜົມຫວານ ແລະ ອາຫານຫວານໄດ້.
  • ສາມາດປະກອບອາຊີບເປັນພະນັກງານໃນຮ້ານອາຫານຕ່າງໆ.
  • ສາມາດປະກອບທຸລະກິດເປີດຮ້ານອາຫານໄດ້.
ວີທີສະໝັກຮຽນ

       ຂັ້ນຕອນທີ 1: ຊື້ແບບຟອມການສະໝັກສໍາພາດ ຫຼື ສອບເສັງ

      ຂັ້ນຕອນທີ 2: ກອກແບບຟອມສະໝັກ ຫຼື ສອບເສັງ

      ຂັ້ນຕອນທີ 3: ຍື່ນໃບສະໝັກສໍາພາດ ຫຼື ສອບເສັງ

      ຂັ້ນຕອນທີ 4: ຕິດຕາມການສໍາພາດ ຫຼື ສອບເສັງ
ເອກະສານປະກອບການສະໝັກຮຽນມີ: 
  1. ສໍາເນົາໃບປະກາດຈົບຊັ້ນປະຖົມ 
  2. ຮູບຂະໜາດ 2×3 ຈໍານວນ 2 ໃບ (ຖ່າຍບໍ່ເກີນ 3 ເດືອນ)
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping