ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ – ສາຂາ ການບໍລິຫານການເດີນທາງ ແລະ ທ່ອງທ່ຽວ – ລາຍລະອຽດ

ສາຂາ ການບໍລິຫານການເດີນທາງ ແລະ ທ່ອງທ່ຽວ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາ ການບໍລິຫານການເດີນທາງ-ທ່ອງທ່ຽວ ຄືການຮຽນຮູ້ກ່ຽວກັບການວາງແຜນ ແລະ ການບໍລິການທ່ອງທ່ຽວພາຍໃນປະເທດແບບອະນຸລັກ ໂດຍສະເພາະການທ່ອງທ່ຽວໃນຮູບແບບເປັນກຸ່ມ. ນອກຈາກນັ້ນ, ຍັງມີສຶກສາກ່ຽວກັບການປະສານງານສຳລັບວຽກງານການທ່ອງທ່ຽວຂະແໜງຕ່າງໆ ແລະ ການບໍລິການທ່ອງທ່ຽວ. ການສຶກສາກ່ຽວກັບສາຂານີ້ຢ່າງລະອຽດ ເປັນສິ່ງສຳຄັນຕໍ່ຄຸນນະພາບການບໍລິການ ແລະ ນໍາທ່ຽວຂອງພະນັກງານໃນອຸດສະຫະກຳນີ້ ເນື່ອງຈາກພວກເຂົາຈະເຮັດໜ້າທີ່ເປັນດັ່ງຕົວແທນໃນການບອກເລົ່າ ແລະ ແນະນໍາຂໍ້ມູນຂ່າວສານ ກ່ຽວກັບວັດທະນະທຳ ແລະ ປະເພນີຂອງຊາດ.

ຈຸດປະສົງ :
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະ ແລະ ທັດສະນະຄຸນສົມບັດດ້ານການທ່ອງທ່ຽວ ແລະ ການບໍລິການໂຮງແຮມ ໃຫ້ສອດຄ່ອງກັບມາດຕະຖານອາຊີບຂອງ ສປປ ລາວ ແລະ ຂອງສາກົນ.
  • ສ້າງໃຫ້ຜູ້ຮຽນຮູ້ມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບຕາມທີ່ຕົນຮຽນຈົບ.
  • ສ້າງໃຫ້ຜູ້ຮຽນມີມະນຸດສໍາພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.
ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການມືອງ
  2. ລາວສຶກສາ
  3. ການສື່ສານເປັນພາສາອັງກິດ
  4. ການເຮັດວຽກຮ່ວມກັບພະນັກງານ ແລະ ລູກຄ້າ
  5. ການນໍາໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
  6. ພາສາອັງກິດສໍາລັບການໂຮງແຮມ ແລະ ການທ່ອງທ່ຽວ
  7. ການພັດທະນາຄວາມຮູ້ທາງດ້ານອຸດສາຫະກໍາການທ່ອງທ່ຽວ ແລະ ການບໍລິການ
  8. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  9. ການນໍາອຸປະກອນສືສານສໍາລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  10. ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  11. ການບໍາລຸງຮັກສາຄວາມສະອາດ ແລະ ສຸຂະອະນາໄມໃນບ່ອນເຮັດວຽກ
  12. ການກໍານົດອົງປະກອບຂອງການທ່ອງທ່ຽວພາຍໃນປະເທດ
  13. ການປະສານງານສໍາລັບການທ່ອງທ່ຽວ
  14. ການກໍານົດອົງປະກອບຂອງການທ່ອງທ່ຽວແບບອະນຸຮັກ
  15. ພື້ນຖານການຕະຫຼາດ ແລະ ການປະກອບອາຊີບສໍາລັບການທ່ອງທ່ຽວ ແລະ ການໂຮງແຮມ
  16. ການກໍານົດອົງປະກອບການທ່ອງທ່ຽວສາກົນ
  17. ການຈອງໂຮງແຮມ ແລະ ປີ້ຍົນ
  18. ການສ້າງລາຍການທ່ອງທ່ຽວ
  19. ການບໍລິການນໍາທ່ຽວ
  20. ລົງເຝິກງານເປັນເວລາ 16 ອາທິດ
ນະໂຍບາຍຕ່າງໆ:
  • ມີເບ້ຍລ້ຽງຈາກລັດຖະບານໃຫ້ແກ່ຜູ້ທີ່ຜ່ານການສໍາຜ່ານ ແລະ ຢູ່ໃນຕົວເລກຂອງລັດຖະບານ.

ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ ແລະ ມີລົດຮັບ-ສົ່ງ(ໂດຍບໍ່ໄດ້ເສຍຄ່າ).
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:  
  • ພາຍຫຼັງຮຽນຈົບຜູ້ຮຽນສາມາດກຳນົດອົງປະກອບຂອງການທ່ອງທ່ຽວພາຍໃນປະເທດໄດ້.
  • ຮູ້ການກຳນົດອົງປະກອບຂອງການທ່ອງທ່ຽວແບບອານຸລັກ.
  • ຮູ້ກຳນົດອົງປະກອບຂອງການທ່ອງທ່ຽວຕ່າງປະເທດ.
  • ສາມາດການສ້າງລາຍການທ່ອງທ່ຽວ.
  • ສາມາດເຮັດການຈອງໂຮງແຮມ ແລະ ປີ້ຍົນ.
  • ສາມາດບໍລິການນຳທ່ຽວ.
  • ສາມາດປະກອບອາຊີບເປັນໄກ້ນໍາທ່ຽວ ຫຼື ພະນັກງານໂຮງແຮມໄດ້.
  • ສາມາດປະກອບທຸລະກິດນໍາທ່ຽວ ຫຼື ໂຮງແຮມເປັນຂອງຕົນເອງໄດ້.
  •  
ວິທີສະໝັກຮຽນ
  • ຂັ້ນຕອນທີ1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາໃຫ້ທາງວິທະຍາໄລກວດສອບ ຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ.
  • ຂັ້ນຕອນທີ 3: ຫາກເອກະສານຄົບຖ້ວນແລ້ວແມ່ນເຂົ້າສຳພາດເຂົ້າຮຽນ.
  • ຂັ້ນຕອນທີ 4: ລໍຖ້າລາຍຊື່ສໍາພາດ ແລະ ລົງທະບຽນເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
    1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
    2. ປື້ມຕິດຕາມການຮຽນຊັ້ນມັດທະຍົມຕອນປາຍ (ຕົ້ນສະບັບ ພ້ອມກັອບປີ້ສີ).
    3. ປະຫວັດນັກສຶກສາ (ຕົ້ນສະບັບ ພ້ອມກັອບປີ້ສີ).
    4. ສຳມະໂນຄົວ (ຕົ້ນສະບັບ ພ້ອມກັອບປີ້ສີ)
    5. ຮູບສີ (ຂະໜາດ 3 x 4) ຖ່າຍບໍ່ເກີນ 3 ເດືອນ 12 ໃບ.
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping