ວິທະຍາໄລເຕັກນິກ-ວິຊາຊີບ ສະຫວັນນະເຂດ – ສາຂາ ການບໍລິການໂຮງແຮມ – ລາຍລະອຽດ

ສາຂາ ການບໍລິການໂຮງແຮມ
ເວລາຮຽນ 2 ປີ (ຊັ້ນກາງ 12+2)

ຄວາມໝາຍ ແລະ ຄວາມສຳຄັນ :

ການຮຽນໃນສາຂາການບໍລິການໂຮງແຮມຄືການຮຽນຮູ້ກ່ຽວກັບການປະສານງານ ແລະ ໃນການປະຕິບັດງານກັບພະແນກຕ່າງຯຂອງໂຮງແຮມ ເພື່ອໃຫ້ການດຳເນີນງານໃນທຸກດ້ານຂອງໂຮງຮຽນສອດຄ່ອງ ແລະ ມີປະສິດທິພາບ. ອຸດສະຫະກຳບໍລິການຮັບຕ້ອນ ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຢ່າງຫຼວງຫຼາຍ ແລະ ພວກເຮົາຕ້ອງການບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ບໍລິການໃນລະດັບມືອາຊີບ ແລະ ພັດທະນາມາດຕະຖານໃນອຸດສະຫະກຳນີ້ໃຫ້ໄດ້ລະດັບສາກົນ.

ຈຸດປະສົງ :     
  • ສ້າງໃຫ້ຜູ້ຮຽນມີຄວາມຮູ້, ທັກສະອາຊີບ ແລະ ປະສົບການດ້ານທັກສະກ່ຽວກັບການບໍລິການໂຮງແຮມໃຫ້ກົງກັບມາດຕະຖານອາຊີບ ເພື່ອນຳໄປປະຕິບັດງານວິຊາສະເພາະໄດ້ຢ່າງມີປະສິດທິພາບ ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານ.

  • ສ້າງໃຫ້ຜູ້ຮຽນມີຫົວຄິດປະດິດສ້າງ, ແກ້ໄຂບັນຫາໄດ້ ແລະ ມີຄວາມສາມາດປະຕິບັດໜ້າທີ່ວຽກງານດ້ານວິຊາສະເພາະຕາມລະດັບທີ່ຕົນຮຽນຈົບ.

  • ສ້າງໃຫ້ຜູ້ຮຽນມີມະນຸດສຳພັນດີ, ມີຄຸນນະທຳ, ຈະລິຍະທຳ ແລະ ຈັນຍາບັນໃນອາຊີບ.

ເງື່ອນໄຂຜູ້ເຂົ້າຮຽນກ່ຽວຂ້ອງ:
  • ຕ້ອງຮຽນຈົບມັດທະຍົມຕອນປາຍ ຫຼື ທຽບເທົ່າ
ວິຊາຮຽນທີ່ກ່ຽວຂ້ອງ :
  1. ການເມືອງ
  2. ວັດທະນາທໍາລາວ
  3. ການສື່ສານເປັນພາສາອັງກິດ
  4. ການນຳໃຊ້ເຄື່ອງມື ແລະ ຂະບວນການຕ່າງໆທາງທຸລະກິດ
  5. ການເຮັດວຽກຮ່ວມກັບເພື່ອນຮ່ວມງານ ແລະ ລູກຄ້າ
  6. ການປະກອບທຸລະກິດສຳລັບອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
  7. ການໃຊ້ອຸປະກອນສື່ສານສຳລັບການທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວ
  8. ການຮັກສາຄວາມປອດໄພ ແລະ ຄວາມສະຫງົບໃນບ່ອນເຮັດວຽກ
  9. ການບຳລຸງຮັກສາຄວາມສະອາດ ແລະ ສຸຂະອານາໄມໃນບ່ອນເຮັດວຽກ
  10. ພາສາອັງກິດສໍາລັບການໂຮງແຮມ ແລະ ການທ່ອງທ່ຽວ
  11. ການສ້າງການບໍລິການໃຫ້ແກ່ລູກຄ້າຢ່າງມີປະສິດທິພາບ
  12. ການພັດທະນາຄວາມຮູ້ດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການບໍລິການ
  13. ການພັດທະນາຄວາມຮູ້ກ່ຽວກັບການດຳເນີນການໂຮງແຮມ
  14. ການດໍາເນີນການຄວບຄຸມຊັກລີດຜ້າ
  15. ການສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ
  16. ການສະໜອງການບໍລລິການອະນາໄມໃຫ້ແກ່ແຂກການຈັດກອງປະຊຸມລະດັບສາກົນ ແລະ ການຈັດງານກິດຈະກຳຕ່າງໆ(MICE)
  17. ການສະໜອງການບໍລິການຂອງພະແນກຫ້ອງພັກ
  18. ລົງຝຶກງານເປັນເວລາ 16 ອາທິດ
ນະໂຍບາຍຕ່າງໆ:
  • ມີເບ້ຍລ້ຽງຈາກລັດຖະບານໃຫ້ແກ່ຜູ້ທີ່ຜ່ານການສໍາຜ່ານ ແລະ ຢູ່ໃນຕົວເລກຂອງລັດຖະບານ.

ສິ່ງອໍານວຍຄວາມສະດວກ:
  • ມີຫ້ອງຮຽນ ແລະ ຫ້ອງປະຕິບັດ
  • ຖ້າຫາກນ້ອງໆຄົນໃດມີຄວາມຫຍຸ້ງຍາກໃນການເດີນທາງທາງໂຮງຮຽນມີຫໍພັກຍິງ-ຊາຍໃຫ້ແກ່ນັກສຶກສາ ແລະ ມີລົດຮັບ-ສົ່ງ(ໂດຍບໍ່ໄດ້ເສຍຄ່າ).
ຄວາມຮູ້ ແລະ ທັກສະພາຍຫຼັງການຮຽນຈົບ:  
  • ສາມາດພັດທະນາຄວາມຮູ້ກ່ຽວກັບການດຳເນີນການໂຮງແຮມ.

  • ສາມາດດຳເນີນການຄວບຄຸມການຊັກລີດ.

  • ຮູ້ວິທີສະໜອງການບໍລິການຕ້ອນຮັບພາກສ່ວນໜ້າ.

  • ສາມາດສະໜອງການບໍລິການອານາໄມໃຫ້ແກ່ແຂກ.

  • ສາມາດສະໜອງການບໍລິການຂອງພະແນກຫ້ອງພັກ.

  • ສາມາດປະກອບອາຊີບເຮັດວຽກຢູ່ໃນໂຮງແຮມໄດ້.
ວິທີສະໝັກຮຽນ
  • ຂັ້ນຕອນທີ1:  ຊື້ຄຳຮ້ອງຂໍເຂົ້າຮຽນແລ້ວປະກອບຂໍ້ມູນໃຫ້ຄົບຖ້ວນ.
  • ຂັ້ນຕອນທີ 2: ນໍາເອົາເອກະສານມາໃຫ້ທາງວິທະຍາໄລກວດສອບ ຄວາມຖືກຕ້ອງ ແລະ ຄົບຖ້ວນຂອງຂໍ້ມູນ.
  • ຂັ້ນຕອນທີ 3: ຫາກເອກະສານຄົບຖ້ວນແລ້ວແມ່ນເຂົ້າສຳພາດເຂົ້າຮຽນ.
  • ຂັ້ນຕອນທີ 4: ລໍຖ້າລາຍຊື່ສໍາພາດ ແລະ ລົງທະບຽນເຂົ້າຮຽນ.
ເອກະສານປະກອບການສະໝັກຮຽນມີ:
  1. ສໍາເນົາໃບປະກາດຈົບຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ
  2. ປື້ມຕິດຕາມການຮຽນຊັ້ນມັດທະຍົມຕອນປາຍ (ຕົ້ນສະບັບ ພ້ອມກັອບປີ້ສີ).
  3. ປະຫວັດນັກສຶກສາ (ຕົ້ນສະບັບ ພ້ອມກັອບປີ້ສີ).
  4. ສຳມະໂນຄົວ (ຕົ້ນສະບັບ ພ້ອມກັອບປີ້ສີ)
  5. ຮູບສີ (ຂະໜາດ 3 x 4) ຖ່າຍບໍ່ເກີນ 3 ເດືອນ 12 ໃບ.
    1.  
Select the fields to be shown. Others will be hidden. Drag and drop to rearrange the order.
  • Image
  • SKU
  • Rating
  • Price
  • Stock
  • Availability
  • Add to cart
  • Description
  • Content
  • Weight
  • Dimensions
  • Additional information
  • Attributes
  • Custom attributes
  • Custom fields
Compare
Wishlist 0
Open wishlist page Continue shopping